ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງ ທີ 29 ໄດ້ຈັດຂຶ້ນໃນວັນທີ 19 ກຸມພາ 2025 ນີ້, ທີ່ ນະຄອນຫຼວງບາງກອກ ຣາຊະອານາຈັກໄທ ໂດຍການເປັນປະທານ ຝ່າຍລາວ ນຳໂດຍທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງ ກັນ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ, ແລະ ຝ່າຍໄທ ນໍາ ໂດຍທ່ານ ພູມທຳ ເວດຊະຢະໄຊ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີວ່າການກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກໄທ, ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບ ຮ້ອຍຕາມຊາຍແດນທົ່ວໄປ ໄທ-ລາວ ພ້ອມດ້ວຍຄະນະກໍາມະ ການທັງສອງຝ່າຍເຂົ້າຮ່ວມ.
ສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄວາມຄິດຄວາມເຫັນທົບທວນ ແລະ ຕີລາຄາຜົນຂອງການຈັດ ຕັ້ງປະຕິບັດ ຕາມບົດ ບັນທຶກກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມ ສະ ຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 28 ທີ່ ນະຄອນຫຼວງວຽງຈັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນ ທີ 18-22 ທັນວາ 2023, ໂດຍທັງສອງຝ່າຍ ມີຄວາມຍິນດີທີ່ສາຍພົວພັນ ແລະ ການຮ່ວມມືຂອງທັງ ສອງປະເທດ ໄດ້ມີຄວາມກ້າວໜ້າຢ່າງເປັນຮູບປະທໍາຫຼາຍຂຶ້ນ ເຊິ່ງເປັນຜົນປະໂຫຍດຮ່ວມກັນ, ສາມາດແກ້ໄຂບັນຫາ ແລະ ເສີມ ຂະຫຍາຍຄວາມໝັ້ນຄົງຕາມຊາຍແດນຂອງທັງສອງປະເທດ ເຮັດໃຫ້ບໍລິເວນຊາຍແດນສ່ວນໃຫຍ່ມີຄວາມສະຫງົບຮຽບຮ້ອຍ ແລະ ສະແດງຄວາມຍິນດີທີ່ສາຍພົວພັນ ລະຫວ່າງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນ ລາວ ກັບ ຣາຊະອານາຈັກໄທ ຈະຄົບຮອບ 75 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ ໃນປີ 2025, ເຊິ່ງທັງສອງຝ່າຍຈະປຶກສາ ຫາລືໃນການຈັດກິດຈະກຳຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນດັ່ງກ່າວ. ນອກຈາກນີ້ ກອງປະຊຸມໄປປຶກສາຫາລືບັນດາວຽກງານຕ່າງໆເປັນຕົ້ນ ການ ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ການຮ່ວມມືໃນການປົກປັກຮັກສາເສັ້ນຊາຍ ແດນລາວ-ໄທ, ການ ຮ່ວມມືໃນການປ້ອງກັນ ແລະ ສະກັດກັ້ນຢາ ເສບຕິດຕາມຊາຍ ແດນ ລາວ-ໄທ, ການຕິດຕໍ່ປະສານງານ ແລະ ການແລກປ່ຽນຂໍ້ມູນຂ່າວສານ, ການຮ່ວມມືໃນການແກ້ໄຂບັນຫາການກໍ່ການ ຮ້າຍສາກົນ ລະຫວ່າງ ລາວ-ໄທ, ການຮ່ວມມືໃນການແກ້ໄຂບັນ ຫາຜູ້ລັກລອບເຂົ້າເມືອງຜິດກົດໝາຍ, ຮ່ວມມືໃນການແກ້ໄຂບັນຫາໝອກຄວັນຂ້າມຊາຍແດນ, ການຮ່ວມມືແກ້ໄຂບັນຫາອາຊະຍາກຳ ຂ້າມແດນ ແລະ ອື່ນໆ.
ໃນກອງປະຊຸມ, ປະທານ ຮ່ວມຝ່າຍລາວ ແລະ ປະທານ ຮ່ວມຝ່າຍໄທ ໄດ້ພ້ອມກັນລົງນາມໃນບົດບັນທຶກກອງປະຊຸມ ດັ່ງກ່າວ ສໍາລັບຄັ້ງຕໍ່ໄປ ຝ່າຍລາວຮັບເປັນ ເຈົ້າພາບຈັດກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ລາວ-ໄທ ຄັ້ງທີ 30 ຕໍ່ໄປ.
Cr: ໜັງສືພິມກອງທັບ






