ໃນຕອນບ່າຍຂອງວັນທີ 19 ກຸມພາ 2025, ທ່ານ ສົມມາດ ພົລເສນາ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ.
ການເຄື່ອນໄຫວຂອງ ທ່ານ ສົມມາດ ພົລເສນາ ໄດ້ພົບປະກັບ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ຢູ່ທີ່ຫ້ອງຮັບຮອງພິເສດຂອງຫ້ອງວ່າການແຂວງຈໍາປາສັກ ເຊິ່ງໃນອາກາດດັ່ງກ່າວ, ທ່ານເຈົ້າແຂວງຈໍາປາສັກ ໄດ້ກ່າວຕ້ອນຮັບ ພ້ອມທັງຕີລາຄາສູງຕໍ່ການເຄື່ອນໄຫວອັນມີເນື້ອໃນອັນສໍາຄັນ ພ້ອມທັງລາຍງານກ່ຽວກັບສະພາບການ ລວມການຈັດຕັ້ງປະຕິບັດວຽກງານຂອງແຂວງ,
ປັດຈຸບັນ ແຂວງຈໍາປາສັກ ກໍາລັງເລັ່ງສຸມໃສ່ວຽກ ການກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ, ຂັ້ນແຂວງ ເຊິ່ງສາມາດດໍາເນີນໄດ້ສໍາເລັດ 6 ອົງຄະ ນະພັກ ແລະ ຈະສືບຕໍ່ໃຫ້ສໍາເລັດຕາມແຜນໃນທ້າຍເດືອນມີນາ 2025, ຄຽງຄູ່ກັນນັ້ນ ແຂວງຈໍາປາສັກ ຍັງສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ແລະ ການແກ້ ໄຂບັນຫາສິ່ງເສບຕິດ ຍູ້ແຮງການປະຕິບັດມະຕິ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍເສດຖະ ກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ມີປະສິດທິຜໄນສູງ ແລະ ຍັງໄດ້ເນັ້ນໜັກວຽກງານກໍ່ສ້າງຮາກຖານ ການເມືອງ, ວຽກງານແກ້ໄຂຄວາມທຸກຍາກ ແລະ ພັດທະນາຊົນນະບົດເປັນວຽກສໍາຄັນຂອງພັກ, ກໍ່ຄື ວຽກຂອງສະພາໃນການຮັບຟັງຂໍ້ສະເໜີ ຄໍາຄິດເຫັນ ຂອງປະຊາຊົນ ເພື່ອຜົນປະໂຫຍດ ປະຊາ ຊົນ, ຂະບວນແຂ່ງການຮັກຊາດ ແລະ ພັດທະນາ.
ໃນໂອກາດດຽວກັນ, ທ່ານ ສົມມາດ ພົລເສນາ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ, ພ້ອມທັງແຈ້ງຈຸດປະສົງ ໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຈໍາປາສັກ ໃນຄັ້ງນີ້ ເພື່ອການເຮັດພົບປະຢ້ຽມ ຢາມຜູ້ມິດສິດເລືອກຕັ້ງ ກໍ່ຄືພະນັກງານ-ລັດຖະກອນ ຂອງບັນດາພະແນກການ-ກົມກອງອ້ອມຂ້າງແຂວງ ໃນການເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຈໍາປາສັກ ຊຸດທີII ທີ່ໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນທີ່ເປັນພື່ນຖານຂອງຊາດ ແລະຂອງທ້ອງຖິນ ໃຫ້ພະນັກ ງານ-ລັດຖະກອນ ຂອງບັນດາພະແນກການ-ກົມກອງອ້ອມຂ້າງແຂວງ ໄດ້ຮັບຮູ້, ເຂົ້າໃຈ ນໍາໄປຈັດຕັ້ງຜັນຂະຫຍາຍ ໃຫ້ມີຜົນສໍາເລັດ.
ຈາກນັ້ນ, ຄະນະຂອງທ່ານຮອງປະທານສະພາແຫ່ງຊາດ ໄດ້ສືບຕໍ່ເຄື່ອນໄຫວພົບ ປະຢ້ຽມຢາມພະນັກງານ-ລັດຖະກອນ ຂອງພະແນກສາທາລະນະສຸແຂວງຈໍາປາສັກ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ດຣ. ວຽກສີ ສຸພັກດີ ກໍາມະການພັກແຂວງ, ຫົວໜ້າພະແນກສາທາລະນະສຸກ ພ້ອມຄະນະ.
ການພົບປະໄດ້ຮັບຟັງການລາຍງານຫຍໍ່ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພະແນກສາທາລະນະສຸກ ໂດຍປະຕິບັດ 11 ຕົວຊີ້ບອກ ຂອງກະຊວງສາທາລະ ນະສຸກວາງອອກ ໄດ້ 5 ປີຊ້ອນ ແລະ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະ ເພາະ ເປັນຕົ້ນການຕິດຕາມກວດການຄຸມນະພາບຂອງການໃຫ້ບໍລິການປະຊາຊົນ ຂອງບັນດາໂຮງໝໍ, ສຸກສາລາ, ຫ້ອງກວດພະຍາດເອກະຊົນ, ຮ້ານຂາຍຢາມ ແຜນງານບໍລິການສຸຂະພາບ ໂດຍປະຕິບັດຕາມຫລັກ 5 ດີ 1 ພໍໃຈ ໄດ້ເປັນຢ່າງດີ ນອກນັ້ນກໍ່ຍັງໄດ້ເອົາໃຈໃສ່ໃນການຄວບຄຸມ ແລະປ້ອງກັນພະຍາດໄຂ້ຍຸງລາຍ (ໄຂ້ເລືອດອອກ) ອັນສຳຄັນຍັງໄດ້ນຳພາຊີ້ນຳພະນັກງານແພດໝໍລົງເຄື່ອນໄຫວບໍລິການສັກວັກຊິນໃຫ້ແກ່ກຸ່ມໝາຍຢູ່ທ້ອງຖິ່ນຮາກຖານບ້ານ ແລະວຽກງານປິ່ນອ້ອມອື່ນໆ.
ໂອກາດນີ້, ໃນວາລະພົບປະຍັງໄດ້ຮັບຟັງຄໍາຄິດເຫັນ, ຄໍາສະເໜີຂອງພະນັກ ງານ-ລັດຖະກອນ ຫຼາຍບັນຫາຕໍ່ການພັດທະນາທີ່ມີຜົນກະທົບໃນການຈັດຕັ້ງປະຕິ ບັດວຽກງານ. ຕໍ່ກັບການລາຍງານ, ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາຂອງພະແນກສາທາລະນະສຸກຈໍາປາສັກ ທີ່ເຮັດສໍາເລັດໜ້າທີ່ວິຊາສະເພາະຢ່າງໜັກແໜ້ນເຂັ້ມແຂງ ພ້ອມທັງຮຽກຮອງໃຫ້ທຸກພາກສ່ວນຈົງສືບຕໍ່ຮັກສາມູນເຊື້ອອັນດີງາມ ໃນການຈັດຕັ້ງປະຕິບັດວຽກງານໃຫ້ມີສໍາເລັດ, ຮັບປະກັນປະສິດທິພາບ ດີລື່ນເກົ່າ. ຄະນະຂອງທ່ານຮອງປະທານສະພາແຫ່ງຊາດຍັງຈະສືບຕໍ່ເຄື່ອນໄຫວອີກຫຼາຍຈຸດຂອງແຂວງຈໍາປາສັກ.
ພາບ-ຂ່າວ: ສົມວິຈິດ ໄຊມົນຕີ





