ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

2 ແຂວງຂອງລາວ ແລະ 1 ແຂວງຂອງໄທ ຮ່ວມປຶກສາຫາລືເພື່ອປ້ອງກັນບັນຫາໝອກຄວັນໄຟປ່າ

Feb 20, 2025

ຄະນະນໍາຈາກ 2 ແຂວງພາກເໜືອຂອລາວ ຄື: ບໍ່ແກ້ວ ແລະ ໄຊຍະບູລີ ໄດ້ເຂົ້າ ຮ່ວມກອງປະຊຸມປຶກສາຫາລືຊຸກຊູ້ການຮ່ວມມືໃນການສ້າງແນວກັນໄຟ ແລະ ຫຼຸດຜ່ອນການເຜົາໄໝ້ ເພື່ອປ້ອງກັນໝອກຄວັນໄຟປ່າ ແລະ ຝຸ່ນລະອອງຂະໜາດນ້ອຍກັບແຂວງຊຽງຣາຍຂອງໄທ, ເຊິ່ງຈັດຂຶ້ນຢູ່ແກ້ງຜາໄດ ບ້ານມ່ວງຍາຍ, ເມືອງວຽງແກ່ນ, ແຂວງຊຽງຣາຍ. ແຂວງບໍ່ແກ້ວ ນໍາໂດຍ ທ່ານ ຄໍາຜະຫຍາ ພົມປັນ ຍາ ຮອງເຈົ້າແຂວງ, ແຂວງໄຊຍະບູລີ ນໍາໂດຍ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງ ແລະ ແຂວງຊຽງຣາຍ ນໍາໂດຍ ທ່ານ ຊະລິນ ທອງສຸກ ເຈົ້າແຂວງ.
ໃນກອງປະຊຸມຄັ້ງນິ້, ທັງ 3 ແຂວງໄດ້ຜັດປ່ຽນກັນມີຄໍາເຫັນ ລາຍງານຫຍໍ້ ກ່ຽວ ກັບສະພາບທີ່ຕັ້ງ,ຈຸດພິເສດຂອງແຂວງ ແລະ ການພົວພັນຮ່ວມມື ລາວ-ໄທ ຜ່ານມາ ໂດຍສະເພາະ ແມ່ນດ້ານການຄ້າຂາຍ ຊາຍແດນ ແລະ ແລກປ່ຽນຂໍ້ມູນສົ່ງເສີມການຄ້າ-ການລົງທຶນຂອງສອງຝ່າຍ,ຢູ່ຂັ້ນທ້ອງຖິ່ນແຂວງ ແລະ ດ້ານອື່ນໆ.
ການເຂົ້າຮ່ວມກິດຈະກໍາເພື່ອຊຸກຍູ້ຄວາມຮ່ວມມືໃນການສ້າງແນວກັນໄຟ ແລະ ຫຼຸດຜ່ອນການເຜົາໄໝ້ ເພື່ອປ້ອງກັນໝອກຄວັນໄຟປ່າ ແລະ ຝຸ່ນລະອອງຂະໜາດນ້ອຍ ລະຫວ່າງ ແຂວງຊຽງຣາຍ, ແຂວງບໍ່ແກ້ວ ແລະ ແຂວງໄຊຍະບູລີ ໃນຄັ້ງນີ້ ເພື່ອແນໃສ່ປ້ອງກັນ ແກ້ໄຂບັນຫາໄຟປ່າ ແລະ ໝອກຄວັນໃຫ້ຫຼຸດໜ້ອຍຖອຍລົງ ຕ້ອງສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບອັນຕະລາຍຂອງໄຟປ່າ ແລະ ໝອກຄວັນ ໃຫ້ແກ່ທຸກຄົນໃນສັງຄົມ ຫຼີກລ່ຽງການເຜົາປ່າ ໂດຍບໍ່ຈໍາເປັນ (ຖ້າຈໍາເປັນກໍ່ຕ້ອງສ້າງແນວກັນໄຟ), ລະມັດລະວັງກິດຈະກໍາທີ່ອາດເຮັດໃຫ້ເກີດໄຟປ່າ,ການພັດ ທະນາລະບົບການດັບໄຟປ່າທີ່ມີປະສິດທິພາບ, ຝຶກອົບຮົມເຈົ້າໜ້າທີ່ດັບໄຟປ່າ,ປູກປ່າໄມ້ທົດແທນພື້ນທີ່ທີ່ຖືກໄຟ ໄໝ້, ເພື່ອຟື້ນຟູລະບົບນິເວດ ແລະ ຄວາມສົມດູນຂອງທໍາມະຊາດ,ຮ່ວມມືກັບປະເທດອ້ອມຂ້າງ ແລະ ອົງການສາກົນ ເພື່ອສືບຕໍ່ແກ້ໄຂບັນຫາໄຟປ່າ ແລະ ໝອກຄວັນ ໃນຂັ້ນຕໍ່ໄປ.
ຈາກນັ້ນ, ຄະນະຜູ້ແທນຝ່າຍລາວ ແລະ ໄທ ໄດ້ສືບຕໍ່ເຂົ້າຮ່ວມກວດກາເບີ່ງ ແລະ ໃຫ້ກຳລັງໃຈປະຊາຊົນລາວ ແລະ ປະຊາຊົນໄທ ທີ່ພ້ອມກັນສ້າງແລວກັນໄຟປ່າ ຢູ່ບໍລິເວນ ອຸທະຍານພູຊີ້ຟ້າ ບ້ານຕັບເຕົາ, ເມືອງເທີງ ແຂວງຊຽງຣາຍ ຂອງໄທ.
ຂ່າວ: ເງິນຫຼົງ ຈິດພູວົງ
อาจเป็นรูปภาพของ หนึ่งคนขึ้นไป, ต้นไม้ และ ข้อความ