ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະກະເສດສາດ ໄດ້ລາງວັນທີ 1 ໃນກິດຈະກຳຖາມ-ຕອບວິທະຍາສາດ ຂອງມະຫາວິທະຍາໄລແຫ່ງຊາດ

Feb 20, 2025

ຄະນະກະເສດສາດ ໄດ້ລາງວັນທີ 1 ໃນກິດຈະກຳຖາມ-ຕອບວິທະຍາສາດ ຂອງມະຫາວິທະຍາໄລແຫ່ງຊາດ
ກິດຈະກຳການແຂ່ງຂັນຖາມ-ຕອບວິທະຍາສາດ ຕິດພັນກັບວຽກວິຊາການ ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດຂຶ້ນໃນວັນທີ 19 ກຸມພາ 2025 ທີ່ມະຫາວິທະຍາໄລແຫ່ງຊາດ, ວິທະຍາເຂດດົງໂດກ, ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ເດດຊານຸລາດ ແສນດວງເດດ ວ່າການອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີບັນດາທ່ານຮອງອະທິການບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ປະທານ-ເລຂາ 3 ອົງການຈັດຕັ້ງມະຫາຊົນ (ແມ່ຍິງ, ຊາວໜຸ່ມ, ກຳມະບານ) ແລະ ນັກສຶກສາເຂົ້າຮ່ວມ.
ໃນພິທີ ທ່ານ ເດດຊານຸລາດ ແສນດວງເດດ ໄດ້ກ່າວວ່າ: ຈຸດປະສົງຂອງການຈັດກິດຈະກໍາໃນຄັ້ງນີ້ເພື່ອເຮັດໃຫ້ວຽກງານທາງດ້ານວິທະຍາສາດໄດ້ຮັບການສົ່ງເສີມ ແລະ ພັດທະນາຢ່າງເປັນລະບົບ, ມະຫາວິທະຍາໄລແຫ່ງຊາດ ຈຶ່ງໄດ້ກຳນົດໄວ້ໃນ 4 ພັນທະກິດຂອງ ມຊ ດັ່ງນີ້: 1) ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ກາຍເປັນນັກບໍລິຫານ, ນັກວິຊາການ, ນັກຄົ້ນຄວ້າ ວິທະຍາສາດ ທີ່ມີຄຸນນະພາບທາງດ້ານຄວາມຮູ້, ຄວາມສາມາດ, ຄຸນສົມບັດ, ລະບຽບວິໄນ, ມີຫົວຄິດ ປະດິດສ້າງ ແລະ ມີຄວາມສີວິໄລທາງດ້ານຈິດໃຈ; 2) ດໍາເນີນ ແລະ ສົ່ງເສີມການຄົ້ນຄ້ວາວິທະຍາສາດໃຫ້ມີມາດຕະຖານ ເພື່ອຕອບສະໜອງນະໂຍບາຍ ການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ເຜີຍແຜ່ຜົນສໍາເລັດຂອງການຄົ້ນຄວ້າວິທະຍາສາດ; 3) ບໍລິການທາງດ້ານວິຊາການ ທີ່ມີປະສິດທິພາບເພື່ອຕອບສະ
ໜອງໃຫ້ແກ່ສັງຄົມ ແລະ 4) ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ພ້ອມ ທັງຄັດເລືອກ ແລະ ຮັບເອົາວັດທະນະທຳທີ່ກ້າວໜ້າ ແລະ ຍອດຍິ່ງຂອງສາກົນເຂົ້າໃນການພັດທະນາ.
ສໍາລັບກິດຈະກຳຖາມ-ຕອບວິທະຍາສາດຄັ້ງນີ້ 13 ທີມ ແລະ 1 ສະຖາບັນເຂົ້າຮ່ວມ, ການແຂ່ງຂັນ ປະກອບມີທັງໝົດ 42 ຄໍາຖາມ, ແຕ່ລະຮອບແມ່ນມີ 14 ຄໍາຖາມ ໄດ້ແບ່ງເປັນ 3 ຮອບຄື: ຮອບທຳອິດຈະແຂ່ງຂັນໃນສາຍ A ແລະ ສາຍ B ແລ້ວຄັດເລືອກເອົາແຕ່ລະສາຍ 3 ທີມເຂົ້າ ຮອບສຸດທ້າຍ ແລະ ແຂ່ງຂັນເອົາທີ 1, 2, 3 ເທົ່ານັ້ນ.
ຜົນການແຂ່ງຂັນ: ທີມນັກສຶກສາຈາກ ຄະນະກະເສດສາດ (ຄກສ) ສາມາດຄອງລາງວັນທີ 1 ໄດ້ຮັບທຶນການສຶກສາ 1,000,000 ກີບ ພ້ອມໃບຢັ້ງຢືນ, ອັນດັບທີ 2 ເປັນຂອງນັກສຶກສາຄະນະນິຕິສາດ ແລະລັດຖະສາດ (ຄນລ) ໄດ້ຮັບທຶນການສຶກສາ 700,000 ກີບ ພ້ອມໃບຢັ້ງຢືນ ແລະ ລາງວັນທີ 3 ໄດ້ຮັບທຶນການສຶກສາ 500,000 ກີບ ພ້ອມໃບຢັ້ງຢືນ ແລະ ລາງວັນຊົມເຊີຍສໍາລັບທີມທີ່ເຂົ້າຮ່ວມທັງໝົດ ໄດ້ຮັບທຶນການສຶກສາທີມລະ 300,000 ກີບ ພ້ອມໃບຢັ້ງຢືນ.