ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ ຄັ້ງທີ IX ຜູ້ແທນອົງຄະນະພັກເມືອງປາກຊ່ອງ

Feb 20, 2025

ກອງປະຊຸມໃຫຍ່ ຄັ້ງທີ IX ອົງຄະນະພັກເມືອງປາກຊ່ອງ ແຂວງຈຳປາສັກ ໄຂຂຶ້ນ ວັນທີ 20 ກຸມພາ 2025 ທີ່ສະໂມສອນຂອງເມືອງ. ມີ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນ ກາງພັກ, ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍ
ແຂກຮັບເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ 203 ສະຫາຍ.,ຍິງ 17 ສະຫາຍ
ສະຫາຍ ບຸນລິດ ເທບບຸນສູງ ຮັກສາການເລຂາຄະນະພັກເມືອງ,ວ່າການເຈົ້າເມືອງປາກຊ່ອງ. ກ່າວໄຂກອງປະຊຸມວ່າ: ຕະ ຫລອດ ໄລຍະ 5 ປີ ຜ່ານມາ, ເຊິ່ງເຫັນວ່າ: ເຊິ່ງເຫັນວ່າ: ທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ, ທົ່ວສັງຄົມມີຄວາມ ສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດສັງຄົມ ມີການພັດທະນາດ້ວຍບາດກ້າວ ແລະ ຖ່ວງທ່າໄໝ, ປະຊາ ຊົນບັນດາເຜົ່າມີຄວາມສາມັກຄີປອງດອງເປັນປຶກແຜ່ນ, ທັງມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ສິດເສລີ ພາບ ແລະ ປະຊາທິປະໄຕຂອງພົນລະເມືອງ ໄດ້ຮັບການເສີມ ຂະຫຍາຍ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ໄດ້ຮັບການປັບ ປຸງຍົກລະດັບດີຂຶ້ນເປັນກ້າວໆ.
ດ້ານເສດຖະກິດ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ເສດ ຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 7,61% ຕໍ່ປີ, ລວມຍອດລາຍຮັບຜະລິດຕະພັນພາຍໃນ ບັນລຸໄດ້ 32 ຕື່ 300 ລ້ານກວ່າກີບ ສະເລ່ຍລາຍຮັບ ຕໍ່ຄົນໄດ້ 68 ລ້ານກ່ວາກີບ ຫຼື ເທົ່າກັບ 4 ພັນ 700 ກ່ວາໂດລາສະຫາລັດທຽບໄສ່ແຜນ 5 ປີ ລື່ນແຜນ ເກືອບ 14 ,69% ໂຄງປະກອບເສດຖະກິດຫັນປ່ຽນຕາມທ່າແຮງບົ່ມຊ້ອນ.
ໃນນັ້ນ: ຂົງເຂດກະສິກຳຂະຫຍາຍຕົວສະເລ່ຍ 5,07%, ກວມ 76,67%;ຂົງເຂດອຸດສາຫະກຳຂະຫຍາຍຕົວ 12,27%, ກວມ 15,29%; ໄປພ້ອມກັນນັ້ນກໍ່ໄດ້ສຸມໃສ່ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິ ບັດວາລະຂອງແຂວງ ຕາມເນື້ອໃນວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ- ການເງິນ ຕາມ 05 ຈຸດສຸມ ໂດຍສະເພາະ ສົ່ງເສີມການຜະ ລິດເປັນສິນຄ້າສົ່ງອອກ ເພື່ອສ້າງຖານລາຍຮັບທີ່ເຂັ້ມແຂງ ແລະ ຍືນ ຍົງ; ສ້າງຄວາມ ເຂັ້ມ ແຂງດ້ານການເກັບລາຍຮັບງົບປະມານ; ສົ່ງ ເສີມການປະຢັດ, ຕ້ານການຟູມເຟືອຍ, ຄຸ້ມຄອງລາຍຈ່າຍ ງົບປະ ມານ ໃຫ້ມີວິໃນຢ່າງເຂັ້ມງວດ ໂດຍການຊຸກຍູ້ໃຫ້ຫ້ອງການທີ່ມີລາຍຮັບ ເປັນເຈົ້າການປະຕິບັດພາລະບົດບາດ ຄວາມຮັບ ຜິດ ຊອບຂອງຕົນ ມີ 5 ຫ້ອງ ການສາມາດກຸ້ມຕົນເອງດ້ານລາຍຈ່າຍເງິນບໍລິຫານ, ເງິນດັດສົມ (ເຊັ່ນ: ຫ້ອງການຖະແຫຼ່ງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ; ຫ້ອງການສາທາລະນະສຸກ, ຫ້ອງການຊັບພະຍາ ກອນທໍາ ມະຊາດແລະສິ່ງ ແວດລ້ອມ, ຫ້ອງການໂຍທາທິການ ແລະ ຂົນສົ່ງ ແລະ ກອງບັນຊາການ ປກສ), ທົ່ວເມືອງມີໜ່ວຍບໍລິການທະນາ ຄານ 6 ໜ່ວຍ, ມີຕູ້ ATM 10 ຕູ້ ສາມາດບໍລິການ ໄດ້ຢ່າງທົ່ວເຖິງ.ຂຸດຄົ້ນລາຍຮັບເຂົ້າງົບປະມານບັນລຸໄດ້ 79,54 ຕື້ກີບ, ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 97%, ທຽບໃສ່ແຜນ ລາຍຮັບງົບປະມານ ປະຕິບັດລື່ນແຜນ 20%.
ອັນພົ້ນເດັ່ນ: ນັບແຕ່ປີ 2022 ເປັນຕົ້ນມາ ເປັນເມືອງກຸ້ມ ຕົນເອງ; ສາ ມາດມອບພັນທະໃຫ້ແຂວງ ໄດ້ເຖີງ 15,58 ຕື້ກີບ, ໃນນັ້ນ ປີ 2024 ເກັບລາຍຮັບໄດ້ລື່ນແຜນເຖິງ 9,9 ຕື້ກີບ; ອັນ ສໍາຄັນ ເມືອງພວກເຮົາສາມາດລະດົມແຫຼ່ງທຶນເຂົ້າໃສ່ການພັດ ທະນາເສດຖະກິດສັງຄົມໄດ້ທັງໝົດ 5.064.85 ຕື້ກີບ ທຽບໃສ່ແຜນ 5 ປີ, ປະຕິບັດໄດ້ລື່ນ 4,1 ເທົ່າ.
# ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງປາກຊ່ອງຄັ້ງນີ້ ແມ່ນມີຄວາມສໍາຄັນຍິ່ງ ເຊິ່ງຈະໄດ້ພິຈາລະນາ ຕົກລົງຮັບຮອງ ເອົາທິດທາງ, ຄາດໝາຍສູ້ຊົນ, ແຜນວຽກຮອບດ້ານ ສໍາລັບການນໍາພາເມືອງກ້າວຂຶ້ນສູ່ຄວາມເຂັ້ມແຂງ, ນໍາເອົາຄວາມຢູ່ ດີກິນດີມາໃຫ້ປະຊາຊົນ; ພ້ອມດຽວກັນນັ້ນ ກໍ່ຈະໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນໍາພາ ພາລະກິດປະຕິວັດ ໃຫ້ກ້າວຂຶ້ນຢ່າງຕໍ່ເນື່ອງ ໜັກແໜ້ນ ສູ່ຈຸດໝາຍທີ່ວາງໄວ້ ໂດຍຈະດຳເນີນໄປເປັນເວລາ 2 ວັນ ຈິ່ງຈະສໍາເລັດ./.
Cr: ປະພິດ ສີສົມບູນ