ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສດ​ຖະ​ກິດພາກເອ​ກະ​ຊົນ​ຂອງ​ຈີນ​ ຈະ​ສືບ​ຕໍ່​ເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ທີ່​ເຂັ້ມ​ແຂງ​ ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ

Feb 20, 2025

ວັນ​ທີ 17 ກຸມ​ພາ​ນີ້, ທ່ານ​ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ກາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ສາ​ຫະ​ກິດພາກເອ​ກະ​ຊົນຂອງຈີນ ແລະ ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ອີກ​ຄັ້ງ​ໜຶ່ງ​ໃນ​ຮອບ 6 ປີ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ: ຈີນ​ໄດ້​ສົ່ງ​ສັນ​ຍານ​ອັນ​ຈະ​ແຈ້ງ​ໃຫ້​ແກ່​ໂລກ​ອີກ​ຄັ້ງໜຶ່ງວ່າ: ເສດ​ຖະ​ກິດພາກເອ​ກະ​ຊົນ​ຂອງ​ຈີ​ນ ​ບໍ່​ພຽງ​ແຕ່​ເປັນ​ສ່ວນ​ປະ​ກອບສຳ​ຄັນຂອງເສດ​ຖະ​ກິດ​ຈີນ ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ກຳ​ລັງ​ຂັບ​ເຄື່ອນ​ທີ່​ສຳ​ຄັນ​ເປັນ​ຢ່າງ​ຍິ່ງ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກອີກດ້ວຍ. ການ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້, ບໍ່​ພຽງ​ແຕ່​ເປັນການຊີ້​ທິດ​ເຍືອງ​ທາງ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກເອ​ກະ​ຊົນ​ໃນ​ອະ​ນາ​ຄົດ​ເທົ່າ​ນັ້ນ, ຫາກ​ຍັງຈະເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ທີ່​ເຂັ້ມ​ແຂງ​ໃຫ້​ແກ່​ການ​ເຕີ​ບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກອີກດ້ວຍ.
ເສດ​ຖະ​ກິດ​ພາກເອ​ກະ​ຊົນ​ ມີ​ຖາ​ນະ​ສຳ​ຄັນ​ໃນ​ເສດ​ຖະ​ກິດ​ຈີນ ເຊັ່ນ: ໄດ້​ເສຍ​ພາ​ສີກວມ 50% ຂຶ້ນ​ໄປ, ໄດ້​ກວມຫຼາຍກວ່າ 60% ຂອງລວມຍອດຜະລິດຕະພັນພາຍໃນ ຫຼືອ GDP ຂອງຈີນ, ມີ​ຜົນ​ງານ​ປະ​ດິດ​ສ້າງ​ໃໝ່​ດ້ານ​ເຕັກ​ໂນ​ໂລ​ຊີຫຼາຍກວ່າ 70%, ໄດ້​ກວມຫຼາຍກວ່າ 80% ຂອງ​ການ​ປະ​ກອບ​ອາ​ຊີບ​ໃນ​ຕົວ​ເມືອງ ແລະ ຈຳ​ນວນ​ວິ​ສາ​ຫະ​ກິດ​ໄດ້​ກວມຫຼາຍກວ່າ 90% ໃນ​ຈຳ​ນວນ​ວິ​ສາ​ຫະ​ກິດ​ທົ່ວ​ປະ​ເທດ​ຈີນ. ຕົວ​ເລກ​ຂໍ້​ມູນ​ເຫຼົ່າ​ນີ້ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງຈະແຈ້ງວ່າ: ເສດ​ຖະ​ກິດ​ພາກເອ​ກະ​ຊົນ​ຂອງ​ຈີນ​ໄດ້​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ​ຕະຫຼອດຫຼາຍ​ສິບ​ປີ​ຜ່ານ​ມາ ແລະ ກາຍ​ເປັນ​ສ່ວນ​ປະ​ກອບທີ່​ສຳ​ຄັນ​ຂອງ​ເສດ​ຖະ​ກິດ​ຈີນ. ໃນ​ສະ​ພາບ​ການຂອງ​ເສດ​ຖະ​ກິດ​ທົ່ວ​ໂລກ, ເສດ​ຖະ​ກິດ​ຈີນ​ໄດ້​ປະ​ກອບ​ສ່ວນ​ປະ​ມານ 30% ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ, ສ່ວນ​ເສດ​ຖະ​ກິດ​ພາກເອ​ກະ​ຊົນຂອງຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່ບໍ່ມີຫຍັງມາ​ທົດ​ແທນ​ໄດ້.
ລັດ​ຖະ​ບານ​ຈີນ​ ບໍ່​ພຽງ​ແຕ່​ໄດ້​ສະ​ໜັບ​ສະ​ໜູນ​ເສດ​ຖະ​ກິດພາກເອ​ກະ​ຊົນ​ໃນ​ດ້ານ​ນະ​ໂຍ​ບາຍ​ເທົ່າ​ນັ້ນ, ຫາກຍັງ​ໄດ້ອອກ​ກົດ​ໝາຍ​ສະ​ໜັບ​ສະ​ໜູນ​ເສດ​ຖະ​ກິດພາກ​ເອ​ກະ​ຊົນ​ອີກ​ດ້ວຍ ຄື ໃນ​ທ້າຍ​ປີ​ຜ່ານ​ມາ, ຮ່າງ​ກົດ​ໝາຍ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດພາກເອ​ກະ​ຊົນ ເຊິ່ງ​ເປັນ​ກົດ​ໝາຍ​ພື້ນ​ຖານ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດພາກເອ​ກະ​ຊົນ​ສະ​ບັບ​ທຳ​ອິດ​ຂອງ​ຈີນ​ ໄດ້​ສະເໜີໃຫ້​ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ ຄົ້ນຄວ້າ​ພິ​ຈາ​ລະ​ນາ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ລັດ​ຖະ​ບານ​ຈີນ​ພວມ​ເລັ່ງລັດ​ສ້າງ​ສະ​ພາບ​ແວດ​ລ້ອມ​ກາ​ນ​ພັດ​ທະ​ນາ​ທີ່​ດີ​ງາມກວ່າ​ເກົ່າ​ໃຫ້​ແກ່​ເສດ​ຖະ ​ກິ​ດພາກເອ​ກະ​ຊົນ ໂດຍ​ຜ່ານ​ວິ​ທີ​ການ​ສ້າງ​ກົດ​ໝາຍ.
ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດພາກເອ​ກະ​ຊົນ​ຂອງ​ຈີນ, ບໍ່​ພຽ​ງ​ແຕ່​ເປັນ​ຄວາມ​ຫວັງ​ໃຫ້​ແກ່​ເສດ​ຖະ​ກິດ​ຈີນ​ເທົ່າ​ນັ້ນ, ແຕ່ຍັງ​ໄດ້​ສ້າງ​ໂອ​ກາດ​ໃໝ່​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກອີກດ້ວຍ. ພາຍ​ໃຕ້​ສະ​ພາບ​ການ​ທີ່​ເສດ​ຖະ​ກິດ​ທົ່ວ​ໂລກ​ປະ​ເຊີນ​ໜ້າ​ກັບ​ຄວາມ​ບໍ່​ແນ່ນອນ​ຫຼາຍຢ່າງໃນ​ປັດ​ຈຸ​ບັນ, ການ​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ ແລະ ມີ​ຄຸ​ນ​ນະ​ພາບ​ສູງ​ຂອງ​ເສດ​ຖະ​ກິດ​ພາກເອກ​ະ​ຊົນ​ຂອງ​ຈີນ ຈະ​ຊ່ວຍເພີ່ມ​ພະ​ລັງ​ຂັບ​ເຄື່ອນທີ່​ເຂັ້ມ​ແຂງ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໂລກໃຫ້ນັບມື້ດີຂຶ້ນກວ່າເກົ່າ.