ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຫົວເມືອງ ຄັ້ງທີ X ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 ກຸມພາ 2025 ນີ້ ຢູ່ສະໂມສອນຂອງເມືອງ. ມີ ສະຫາຍ ຄຳແພງ ໄຊສົມແພງ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ, ພ້ອມດ້ວຍແຂກຖືກເຊີນຂັ້ນແຂວງ, ຂັ້ນເມືອງ ແລະ ຜູ້ແທນສົມບູນ – ສໍາຮອງເຂົ້າຮ່ວມນໍາ.
ສະຫາຍ ໄມເລີຍ ພີມມາສອນ ເລຂາພັກເມືອງ, ເຈົ້າເມືອງໆຫົວເມືອງ, ໄດ້ມີຄຳເຫັນກ່າວໄຂກອງປະຊຸມໃຫຍ່ຢ່າງເປັນທາງການ ເຊິ່ງສະຫາຍໄດ້ຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານພາຍໃນເມືອງ ຕະຫຼອດໄລຍະ 5 ປີທີ່ຜ່ານມາ ອົງຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ນໍາພະຊີ້ນໍາພະນັກງານລັດຖະກອນພ້ອມດ້ວຍປະຊາຊົນບັນດາເຜົ່າໃນທົ່ວເມືອງ ຕັ້ງໜ້າເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ເປັນເອກະພາບບຸກບືນກ້າວຂຶ້ນ ເຊີດຊູຈິດໃຈຮັກຊາດ, ຮັກລະບອບ ໃໝ່, ເປັນເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມຮັ່ງມີເຂັ້ມແຂງດ້ວຍຕົນເອງ, ປະຕິບັດແນວທາງປ່ຽນແປງໃໝ່ ພາຍໃຕ້ການນໍາພາຂອງພັກ, ໄດ້ເຮັດໃຫ້ທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ເສດຖະກິດມີບາດກ້າວຂະຫຍາຍຕົວໃໝ່ຫຼາຍດ້ານທີ່ຕໍ່ເນື່ອງ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ,ຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ເປັນຂະບວນການຢ່າງເລິກເຊິ່ງ, ກວ້າງຂວາງໜັກແໜ້ນ ແລະ ລຽນຕິດ ນໍາພາປະຊາຊົນບັນດາເຜົ່າປະຕິບັດແນວທາງການເມືອງຂອງພັກໄດ້ເປັນຢ່າງດີ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງເມືອງຫົວເມືອງ ຄັ້ງທີ X ຄະນະຜູ້ ແທນກອງປະຊຸມຈະໄດ້ພ້ອມກັນສັງເກດຕີລາຄາເຖິງຜົນສໍາເລັດຂອງການຈັດຕັ້ງປະຕິບັດແນວທາງຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກເມືອງໃນໄລຍະ 5 ປີທີ່ຜ່ານມາ; ສະຫຼຸບສັງລວມ, ຖອດຖອນເປັນບົດຮຽນອັນສໍາຄັນ ແລະ ຈະໄດ້ພ້ອມກັນຄົ້ນຄວ້າຕົກລົງຢ່າງ ເປັນເອກະພາບ ຮັບຮອງເອົາທິດທາງ-ໜ້າທີ່ສະເພາະໜ້າ (2025-2029) ນອກນີ້ ກອງປະຊຸມໃຫຍ່ຍັງຈະໄດ້ຄົ້ນຄວ້າ ແລະ ຮັບຮອງເອົາທິດທາງ, ໜ້າທີີ່ຈຸດສຸມທີີ່ສໍາຄັນ ຈໍານວນໜື່ງຕື່ມອີກ.
ຈາກນັ້ນ, ຜູ້ແທນສົມບຸນຈະໄດ້ພ້ອມກັນປ່ອນບັດເລືອກຕັ້ງ ເອົາຄະນະບໍ ລິຫານງານພັກເມືອງຊຸດໃໝ່ ເພືີ່ອເປັນ ຜູ້ນໍາພາ – ຊີ້ນໍາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ເພື່ອສ້າງເມືອງຫົວເມືອງໃຫ້ມີບາດກ້າວຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 2 ວັນຈິ່ງສໍາເລັດ.
ຂ່າວ: ວັນແສງ





