ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທູດຫວຽດນາມປະຈໍາ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ

Feb 20, 2025

ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມ ດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຄຳ ມ່ວນ ໃນວັນທີ 18 ກຸມພາ 2025 ໂດຍການຕ້ອນຮັບຂອງທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງໆຄໍາມ່ວນ ພ້ອມດ້ວຍຄະນະ.
ທ່ານ ສົມສະອາດ ອຸ່ນສີດາ ໄດ້ລາຍງານສະພາບການພັດທະ ນາ ເສດຖະກິດ-ສັງຄົມ ຂອງແຂວງ ແລະ ແຜນງົບປະມານແຫ່ງລັດ ໃນໄລຍະ 1 ປີຜ່ານມາ ເປັນຕົ້ນ ຂົງເຂດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານການພັດທະນາເສດຖະກິດ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນແຂວງ, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ, ຂົງເຂດສຶກສາທິການ-ກິລາ, ສາທາລະນະສຸກ, ຖະແຫລງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວ, ແຮງງານ ແລະ ສະຫວັດດີການສັງຄົມ, ວຽກງານການຕ່າງປະເທດ ກໍໄດ້ຮັບການຍົກລະດັບ ແລະ ມີການພັດທະນາທາງດ້ານພື້ນຖານໂຄງລ່າງໃຫ້ດີຂຶ້ນ.
ໃນໂອກາດດຽວກັນ, ຄະນະດັ່ງກ່າວ ຍັງໄດ້ໄປຢ້ຽມຢາມ ແລະ ວາງກະຕ່າດອກໄມ້ທີ່ອະນຸສອນສະຖານປະທານໂຮ່ຈີມິງ ທີ່ບ້ານຊຽງຫວາງ, ຢ້ຽມຢາມບໍລິສັດ ວີລາໂກ, ວັດໂບ່ເດ່ ແລະ ຢ້ຽມຢາມການລ້ຽງສັດນໍ້າຢູ່ອ່າງນໍ້າເທີນຕື່ມອີກ.
ຂ່າວ-ພາບ: ແດງສະຫວັດ ແສນພານິດ