ໃນຕົ້ນເດືອນກຸມພານີ້, ຢູ່ໂຮງໝໍເພຶ່ອນລາວສຳລັບເດັກນ້ອຍ, ແຂວງຫຼວງພະບາງ ໂດຍຜ່ານການປະສານງານລະຫວ່າງ ສະຖານທູດ ສປປ ລາວ ທີ່ ສິງກະໂປ ກັບຄະນະທີມງານແພດຈາກ ໂຮງຫມໍຕ່າງໆຂອງ ສິງກະໂປ ໂດຍການຮ່ວມມືຂອງພະ ແນກສາທາລະນະສຸກແຂວງຫລວງພະບາງ, ກໍຄືກະຊວງສາລະນະສຸກ ສປປລາວ ໄດ້ມີຄະນະແພດ ຈໍານວນ 18 ທ່ານ ເດີນທາງມາຊ່ວຍເຫຼືອລ້າ ຜ່າຕັດສົບແວ່ງໃຫ້ເດັກ ນ້ອຍຄົນລາວທີ່ດ້ອຍໂອກາດຢູ່ບັນດາແຂວງພາກເໜືອທີ່ໄດ້ລົງທະບຽນມາຜ່າຕັດຈໍານວນ 44 ຄົນ ຢູ່ໂຮງໝໍແຂວງຫຼວງພະບາງ, ແຕ່ຜ່ານການຜ່າຕັດໂຕຈິງໃນຄັ້ງນີ້ມີເດັກນ້ອຍມາຜ່າຕັດ ຈໍານວນ 26 ຄົນ ເນື່ອງຈາກຈໍານວນໜຶ່ງມີຄວາມຫຍຸ້ງຍາກໃນການເດີນທາງມາແຕ່ເຂດຫ່າງໄກຊອກລີກ.
ການມາຊ່ວຍເຫຼືອຜ່າຕັດໃນຄັ້ງນີ້ ຂອງທີມແພດ ສິງກະໂປ ເປັນຄັ້ງທີສາມ ເຊິ່ງໃນສອງຄັ້ງຜ່ານມາ ປີ 2023 ສາມາດຜ່າຕັດປິ່ນປົວເດັກນ້ອຍສົບແວ່ງໄດ້ຈໍານວນ 76 ຄົນ ຖືວ່າມາຮອດປະຈຸບັນໄດ້ຮັບການຜ່າຕັດປິ່ນປົວຈໍານວນທັງຫມົດ 102 ຄົນ.
ໃນໂອກາດເດີນທາງມາຄັ້ງນີ້, ທ່ານ ບຸນເຫຼືອ ສິນໄຊວໍລະວົງ, ຮອງເຈົ້າແຂວງແຂວງຫຼວງພະບາງ ໄດ້ຈັດພາເຂົ້າທ່ຽງສາມັກຄີ ເພື່ອເປັນກຽດຕ້ອນຮັບ ແລະ ສະ ແດງຄວາມຂອບໃຈຕໍ່ຄະນະແພດຈາກສິງກະໂປ ທີ່ໄດ້ໃຊ້ເວລາພັກປະຈໍາປີ ຂອງຕົນມາຊ່ວຍປິ່ນປົວຜ່າຕັດ ແລະ ຮັກສາພະຍາດປາກແວ່ງ ຢູ່ ສປປ ລາວ ໂດຍການລະດົມທຶນຈາກພາກລັດ ແລະ ງົບປະມານສ່ວນຕົວເພື່ອມາຊ່ວຍເຫຼືອ ເດັກນ້ອຍຄົນລາວ ກໍ່ຄືຊ່ວຍເຫຼືອ ສປປ ລາວ ແລະ ການຊ່ວຍເຫຼືອດັ່ງກ່າວນີ້ກໍເປັນອີກກິດຈະກໍາໜຶ່ງສືບຕໍ່ໃນການສະເຫຼີມສະຫລອງຄົບຮອບ 50 ປີ ຂອງສາຍພົວພັນການທູດ ລະ ຫວ່າງ ສປປລາວ ແລະ ສິງກະໂປ, ພ້ອມທັງເປັນການປະກອບສ່ວນສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນຂົງເຂດສາທາລະນະສຸກຂອງສອງປະເທດໃຫ້ນັບມື້ນັບມີບັນຍາກາດຍິ່ງຂຶ້ນ.





