ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດງານຕະຫຼາດນັດວາງສະແດງຂາຍສິນຄ້າໃນງານມະຫະກໍາບຸນຊ້າງປີ 2025

Feb 20, 2025

ພິທີເປີດງານຕະຫຼາດນັດວາງສະແດງຂາຍສິນຄ້າ ໃນງານມະຫະກໍາບຸນຊ້າງແຂວງໄຊຍະບູລີ ປະຈໍາປີ 2025 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 19 ກຸມພານີ້ ທີ່ເດີ່ນສະໜາມຫຼວງຂອງແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັດພິໄຊ ສູນວິໄລ, ຮອງເຈົ້າ ແຂວງໄຊຍະບູລີ, ປະທານຈັດງານມະຫະກໍາບຸນຊ້າງ.
ທ່ານ ເພັດພິໄຊ ສູນວິໄລ ກ່າວວ່າ: ຈຸດປະສົງການຈັດງານຄັ້ງນີ້ ເພື່ອເປັນການສົ່ງເສີມການຄ້າຂາຍສິນຄ້າທ້ອງຖິ່ນ, ສ້າງໂອກາດໃຫ້ຜະລິດ ແລະ ຜູ້ຂາຍ ໄດ້ນໍາເອົາສິນຄ້າທີ່ມາຈາກພູມປັນຍາ, ສິນຄ້າເອກະລັກຂອງທ້ອງຖິ່ນ ແລະ ສິນຄ້າໜຶ່ງເມືອງໜຶ່ງຜະລິດ ຕະພັນພາຍໃນແຂວງມາໂຄສະນາຈໍາໜ່າຍ ໃຫ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງ.
ທັງເປັນການສ້າງບັນຍາ ກາດ ແລະ ປະກອບສ່ວນເຂົ້າໃນ ງານມະຫະກໍາບຸນຊ້າງປະຈໍາປີ 2025 ໃຫ້ເປັນຂະບວນຟົດຟື້ນ ແລະເພື່ອເປັນການຖອດຖອນບົດຮຽນ ແລກປ່ຽນຊື້-ຂາຍສິນຄ້າ ລະ ຫວ່າງນັກທຸລະກິດ, ຜູ້ຜະລິດ, ພໍ່ຄ້າ- ຊາວຂາຍ ໃນການຊອກ ແລະ ຂະຫຍາຍຕະຫຼາດແກ່ຜະລິດພັນ ໂອດ໋ອບຂອງແຂວງ ໄຊ ຍະບູລີ ໃຫ້ນັບມື້ກ້າວເປັນສິນຄ້າ, ເຊິ່ງພາຍໃນງານຄັ້ງນີ້ ມີຜູ້ປະ ກອບການນໍາເອົາຜະລິດຕະພັນຂອງຕົນມາວາງສະແດງຂາຍທັງ ໝົດ 250 ຮ້ານ.
ຂ່າວ+ພາບ: ຄໍາໝັ້ນ,News.XBL