ກອງປະຊຸມຂະແໜງການປູກຝັງ ທົ່ວປະເທດ ຕິດພັນກັບການຜະລິດ, ການປຸງແຕ່ງ ແລະ ການສົ່ງອອກ ພືດສີນຄ້າ ໃນໄລຍະໃໝ່ ຄັ້ງທີ III ປະຈາປີ 2024 ໄດ້ຈັດຂື້ນລະຫວ່າງວັນທີ 20-21 ກຸມພາ 2025 ທີ່ຫໍປະຊຸມແຫ່ງຊາດ, ໂດຍການ ເປັນປະທານ ຂອງທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງກະຊວງກະສິກຳແລະປ່າໄມ້ (ກປ).
ທ່ານ ບຸນຈັນ ກົມບຸນຍະສິດ ລາຍງານໃຫ້ຮູ້ວ່າ: ປີ 2024, ສປປ ລາວ ສາມາດຜະລິດເຂົ້າເປືອກໄດ້ 3,7 ລ້ານໂຕນ, ທຽບໃສ່ອັດຕາຄວາມຕ້ອງການບໍລິໂພກພາຍໃນປະເທດແມ່ນສາມາດຄໍ້າປະກັນໄດ້ຢ່າງພຽງພໍ, ພ້ອມ ທັງມີເຂົ້າເຫຼືອແຮໄວ້ ເພື່ອອຸດ ສາຫະກໍາປຸງແຕ່ງ ແລະ ສົ່ງອອກຕ່າງປະເທດ. ນອກນັ້ນ, ການຜະລິດພືດສະບຽງອາຫານອື່ນໆ ໂດຍສະເພາະແມ່ນສາລີຫວານ, ເຜືອກມັນ, ພຶດຜັກ, ໝາກໄມ້ລວມສາມາດປະຕິບັດໄດ້ຕາມຄວາມຕ້ອງການຂອງການບໍລິໂພກ ແລະ ມີສ່ວນແຮໄວ້ໃນກໍລະນີສຸກເສີນ, ສ່ວນພືດສິນຄ້າ ໂດຍສະເພາະພືດທີ່ໄດ້ຮັບການເຈລະ ຈາເປີດຕະຫຼາດກັບປະເທດຄູ່ຄ້າເຊັ່ນ: ມັນຕົ້ນ, ກາເຟ, ຊາ, ສາລີແຂງ, ໝາກເດືອຍ, ອ້ອຍ ແລະ ອື່ນໆແມ່ນມີທ່າອຽງເພີ່ມຂື້ນ.
ກອງປະຊຸມຈະໄດ້ຮັບຟັງການນໍາສະເໜີຂອງບັນດາພະແນກການທີ່ຕິດພັນກັບໜ້າວຽກຂະແໜງການປູກຝັງ ແລະ ການປະກອບຄໍາເຫັນຂອງບັນດາພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຂະແໜງປູກຝັງແຂວງໃນຂອບ ເຂດທົ່ວປະເທດເຊັ່ນ: ການຜະ ລິດກະສິກາສະອາດ; ການປຸງແຕ່ງພືດ ແລະ ຜະລິດຕະພັນພືດ; ການລົງທຶນ; ປັດໄຈການຜະລິດ; ສຸຂານາໄມພືດ (ການນໍາເຂົ້າ-ສົ່ງຜ່ານ-ສົ່ງອອກ); ບັນຫາສິ່ງທ້າທາຍ, ຂໍ້ສະເໜີ ແລະ ວິທີແກ້ໄຂ ຈາກນັ້ນ, ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມປະກອບຄຳເຫັນ, ຂໍ້ສະເໜີທີ່ເປັນບົດຮຽນຍົກຂື້ນມາແລກປ່ຽນບົດຮຽນນຳກັນ.






