ວັນທີ 18 ກຸມພາ ຜ່ານມາ ທີ່ຫ້ອງປະຊຸມ ທະນາຄານອຸດສາ ຫະກໍາ ແລະ ການຄ້າຈີນ ຈໍາກັດ (ICBC), ອົງການກວດກາແຫ່ງລັດ ແລະ ທະນາຄານ ICBC ໄດ້ຈັດພິທີເຊັນບົດບັນທຶກຄວາມ ເຂົ້າໃຈ(MOU) ກ່ຽວກັບການຮ່ວມມືຊຸກຍູ້ສ້າງຄວາມປອດໃສໃນສະຖາບັນການເງິນທີ່ເປັນການລົງທຶນຂອງຈີນຢູ່ ສປປ ລາວ ໂດຍການເຂົ້າຮ່ວມເປັນສັກຂິພິຍານ ຂອງທ່ານ ສຸກຄຳເພັດ ເຮືອງບຸດສີ ຮອງປະທານອົງການກວດກາແຫ່ງລັດ ພ້ອມດ້ວຍທ່ານຫົວ ໜ້າຫ້ອງການ, ຄະນະກົມ ແລະ ພະນັກງານທີ່ກ່ຽວຂ້ອງຂອງອົງ ການກວດກາແຫ່ງລັດ ແລະ ທ່ານ ເສີນເສິຍຊີນ (SHEN XUE QIN) ຜູ້ອໍານວຍການ ທະນາຄານ ICBC ພ້ອມດ້ວຍຄະນະອໍານວຍການ ແລະ ພະນັກງານຂອງທະນາຄານເຂົ້າຮ່ວມ.
ໃນພິທີ, ທ່ານ ເສີນເສິຍຊີນ ໄດ້ກ່າວວ່າ ພວກຂ້າພະເຈົ້າເຊື່ອ ໝັ້ນວ່າພາຍໃຕ້ຂອບການຮ່ວມມື, ICBC ສາຂານະຄອນຫຼວງ ວຽງຈັນ ຈະຕັ້ງໃຈປະຕິບັດຕາມຄວາມເຫັນດີເຫັນພ້ອມດ້ານຍຸດທະສາດຂອງຜູ້ນໍາ ລາວ-ຈີນ ແລະ ບັນດາວຽກງານ ຂອງຄະ ນະພັກ ICBC ສໍານັກງານໃຫຍ່ ທີ່ໄດ້ມອບໝາຍໃຫ້ດີຍິ່ງຂຶ້ນ, ຢຶດໝັ້ນຄວາມຮັບຜິດຊອບທາງດ້ານການເມືອງ, ເສດຖະກິດ ແລະ ທະນາຄານລັດວິສາຫະກິດຂະໜາດໃຫຍ່ຢ່າງບໍ່ຢຸດຢັ້ງ, ໃຫ້ບໍລິການດ້ານການເງິນທີ່ມີຄຸນນະພາບສູງ ດ້ວຍຄວາມຊື່ສັດສຸດ ຈະລິດ, ຕັ້ງໜ້າເຂົ້າຮ່ວມ ແລະ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົນຂອງລາວ-ຈີນ, ພະນັກງານທຸກຖ້ວນໜ້າມີຄວາມພ້ອມພຽງເຫັນດີເປັນເອກະພາບ ແລະ ມີສະຕິຄວາມຕື່ນຕົວສູງໃນການປະຕິບັດຄະຕິຄວາມປອດໃສ, ການເປັນທະນາຄານສະໄໝໃໝ່ທີ່ມີຄວາມຊື່ສັດປອດໃສທີ່ໄດ້ຮັບການຍອມຮັບ ແລະ ເຄົາລົບຈາກສັງຄົມຢ່າງກວ້າງຂວາງ ເພື່ອສະໜັບສະໜູນການສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ການພັດທະນາ ຄູ່ຮ່ວມຊາຕາກຳລາວ-ຈີນ ໃນບາດກ້າວໃໝ່.
ທ່ານ ສຸກຄຳເພັດ ເຮືອງບຸດສີ ກໍໄດ້ກ່າວວ່າ: ສປປ ລາວ ຍາມໃດກໍຖືສໍາຄັນການຮ່ວມມືກັບພາຍໃນ ແລະ ຕ່າງປະເທດໃນການ ກວດກາ, ຕ້ານ ແລະ ສືບສວນ-ສອບສວນການສໍ້ລາດບັງຫຼວງ, ໃນນັ້ນມີການຮ່ວມມືສອງຝ່າຍທີ່ແໜ້ນແຟ້ນກັບຄະນະກໍາມະ ການກວດກາແຫ່ງຊາດຈີນ ຊຶ່ງໃນໄລຍະຜ່ານມາໄດ້ຮ່ວມກັນຕິດ ຕາມ, ກວດກາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ປັດຈຸບັນແມ່ນສືບຕໍ່ກໍ່ສ້າງຄວາມປອດໃສໃນຂອບການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ສ້າງຄວາມປອດໃສໃນໄລຍະດໍາເນີນກິດຈະການລົດໄຟລາວ-ຈີນໃຫ້ເຂັ້ມແຂງ, ລົງເລິກການຮ່ວມມືປະຕິບັດກົດ ໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ຮ່ວມມືກັນປາບປາມຜູ້ກະທໍາຜິດສໍ້ລາດບັງຫຼວງຂ້າມແດນ. ພວກຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າການຮ່ວມມື ລະຫວ່າງ ອົງການກວດກາແຫ່ງລັດ ແລະ ທະນາຄານອຸດສາຫະກໍາ ແລະ ການຄ້າຈີນຈໍາກັດ ສາຂານະຄອນຫຼວງວຽງຈັນຄັ້ງນີ້ ຈະເປັນການຊ່ວຍເຫຼືອສະໜັບສະ ໜູນຊຶ່ງກັນ ແລະ ກັນ ໃນຂົງເຂດວຽກງານຕ້ານການສໍ້ລາດບັງ ຫຼວງໃຫ້ມີປະສິດທິຜົນສູງ ເພື່ອສອດຄ່ອງກັບນະໂຍບາຍການພັດທະນາ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ຂໍ້ລິເລີ່ມ “ເສັ້ນທາງ ສາຍໄໝປອດໃສຂາວສະອາດ” ຂອງ ສປ ຈີນ ທັງຊ່ວຍຍົກລະ ດັບການຕ້ານການສໍ້ລາດບັງຫຼວງ ແລະ ການຄຸ້ມຄອງທີ່ຖືກຕ້ອງຕາມລະບຽບ ແລະ ກົດໝາຍ, ຊຸກຍູ້ການດຳເນີນທຸລະກິດຂອງທະນາຄານອຸດສາຫະກຳ ແລະ ການຄ້າຈີນຈຳກັດ ສາຂານະຄອນ ຫຼວງວຽງຈັນ ໃຫ້ຂະຫຍາຍຕົວ ແລະ ມີຄວາມປອດໃສ, ຂາວສະອາດຕະຫຼອດໄປ.
ຈາກນັ້ນ, ທັງສອງຝ່າຍກໍໄດ້ເຊັນບົດບັນທຶກຮ່ວມກັນ ຊຶ່ງຝ່າຍອົງການກວດກາແຫ່ງລັດ ຕາງໜ້າເຊັນໂດຍ ທ່ານ ເທບພະໄທ ພັນກ້າ ຮັກສາການຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ແລະ ຝ່າຍທະນາຄານ ICBC ຕາງໜ້າເຊັນໂດຍທ່ານ ນາງ ຈ້າວ ຊິວຢານ (ZHAO QIU RAN) ຮອງຜູ້ອຳນວຍການ ທະນາຄານ ICBC; ພ້ອມກັນນັ້ນ ກໍໄດ້ມີພິທີເປີດປ້າຍຫ້ອງວາງສະແດງຄວາມປອດໃສຂອງທະນາຄານ ICBC.
ຂ່າວ: ອົງການກວດກາແຫ່ງລັດ





