ຕອນທ່ຽງວັນທີ 18 ກຸມພານີ້, ກຸ່ມນັກທ່ອງທ່ຽວ 15 ຄົນທີ່ປະກອບດ້ວຍນັກທ່ອງທ່ຽວລາວ ແລະ ໄທ ໄດ້ເດີນທາງໄປທ່ຽວກິ່ງແຂວງສິບສອງພັນນາ, ແຂວງຢຸນນານຂອງຈີນ ໂດຍຜ່ານດ່ານບໍ່ຫານ.
ນີ້ແມ່ນການຕ້ອນຮັບກຸ່ມນັກທ່ອງທ່ຽວຈາກປະເທດສະມາຊິກອາຊຽນກຸ່ມທຳອິດທີ່ຍົກເວັ້ນວີຊ່າຂອງກິ່ງແຂວງສິບສອງພັນນາ, ນັບຕັ້ງແຕ່ໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊ່າ 144 ຊົ່ວໂມງ ຫລື 6 ວັນສຳລັບກຸ່ມນັກທ່ອງທ່ຽວປະເທດຈາກປະເທດສະມາຊິກອາຊຽນເຂົ້າແຂວງສິບສອງພັນນານັບແຕ່ວັນທີ 10 ກຸມພາປີນີ້.
ທ່ານ ໂຊຫານ ສີທອງ, ໜຶ່ງໃນກຸ່ມນັກທ່ອງທ່ຽວຈາກລາວ ກ່າວວ່າ: ນະໂຍບາຍການຍົກເວັ້ນວີຊ່າແມ່ນດີຫຼາຍ, ເຊິ່ງບໍ່ພຽງແຕ່ຫຼຸດຄ່າໃຊ້ຈ່າຍໃນການເດີນທາງຂອງພວກເຮົາເທົ່ານັ້ນ, ແຕ່ຍັງປະຢັດເວລາສຳລັບຂັ້ນຕອນຕ່າງໆ ອີກດ້ວຍ, ການກວດກາຊາຍແດນ ແລະ ການຜ່ານດ່ານພາສີແມ່ນໄວ ແລະເປັນໄປຢ່າງສະດວກ.
ທີ່ມາ: ວາລະສານຈໍາປາ






