ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ໄທ ເພີ່ມທະວີຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

Feb 20, 2025

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ນາງ ແພທອງທານ ຊິນນະວັດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການໃນວັນທີ 20 ກຸມພາ 2025, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງປະເທດ ລາວ ແລະ ໄທ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ທີ່ ທໍານຽບລັດຖະບານ, ໂດຍການເຂົ້າຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ນາງ ແພທອງທານ ຊິນນະວັດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສອງປະເທດ. ພາຍຫຼັງສໍາເລັດພິທີຕ້ອນຮັບ, ສອງນາຍົກລັດຖະມົນຕີ ແລະ ຄະນະ ໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ ເພື່ອຮ່ວມກັນທົບທວນຄືນການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ, ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ໄທ ທີ່ມີໝາກຜົນ ແລະ ເຕີບໃຫຍ່ຂະຫຍາຍຕົວຕະຫຼອດໄລຍະ 75 ປີ ຜ່ານມາ, ກວມເອົາທຸກຂົງເຂດວຽກງານ ຜ່ານກົນໄກການຮ່ວມມືດ້ານຕ່າງໆ ນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນ.
ສອງລັດຖະບານໄດ້ເຫັນດີເອກະພາບຮ່ວມກັນໃນການສືບຕໍ່ສົ່ງເສີມການ ແລກ ປ່ຽນການຢ້ຽມຢາມ ແລະ ການໄປມາຫາ ສູ່ເຊິ່ງກັນ ແລະ ກັນ ລະຫວ່າງການນໍາຂັ້ນສູງຂອງສອງປະເທດ ກໍ່ຄືລະຫວ່າງ ທ້ອງຖິ່ນ ຢ່າງເປັນປົກກະຕິ ເພື່ອສ້າງເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່ການເພີ່ມທະວີການພົວພັນຮ່ວມສອງຝ່າຍໃນຕໍ່ໜ້າ ໂດຍສະ ເພາະການຮ່ວມມື ແລະ ແກ້ໄຂບັນຫາທີ່ມີຜົນກະທົບຕໍ່ຄວາມໝັ້ນຄົງຂອງສອງປະ ເທດ ໃນການສະກັດກັ້ນ ແລະ ປາບປາມອາດຊະຍາກໍາຂ້າມຊາດ ເປັນຕົ້ນແມ່ນ ຢາເສບຕິດ ແລະ ການໂຈລະກໍາທາງໄຊເບີ ພ້ອມທັງຮ່ວມມືກັນແກ້ໄຂບັນຫາໝອກຄວັນຂ້າມແດນ. ເພີ່ມທະວີຄວາມພະຍາຍາມໃນການກໍານົດເສັ້ນຊາຍແດນໃຫ້ມີຄວາມຄືບໜ້າ, ຊຶ່ງມາຮອດປັດຈຸບັນ ທັງສອງປະເທດໄດ້ດໍາເນີນການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນທາງບົກໄດ້ສໍາເລັດແລ້ວ 93%, ຍັງຄົງຄ້າງ 7% ໃນຈໍານວນ 14 ບໍລິເວນ. ສ່ວນຊາຍແດນທາງນໍ້າ ໄດ້ເອກະພາບຮ່ວມກັນສ້າງແຜນແມ່ບົດ ແລະ ຂໍ້ກໍານົດທາງດ້ານເຕັກນິກ (TOR) ເພື່ອເປັນບ່ອນອີງໃນການດໍາເນີນການສໍາຫຼວດ ແລະ ປັກຫຼັກໝາຍທາງນໍ້າຕໍ່ໄປ.
ພ້ອມດຽວກັນນີ້, ສອງຝ່າຍໄດ້ເຫັນດີໃນການສ້າງປັດໄຈ ແລະ ເງື່ອນໄຂເອື້ອອໍາ ນວຍໃຫ້ແກ່ການຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ, ການເຊື່ອມໂຍງ-ເຊື່ອມຈອດໃຫ້ມີຫມາກຜົນເປັນຮູບປະທໍາຍິ່ງຂຶ້ນ ເປັນຕົ້ນແມ່ນ ການພັດທະນາເສັ້ນທາງຄົມມະນາຄົມ ທັງທາງບົກ ແລະ ທາງລາງ, ຂົວ ເຊັ່ນ: ການກໍ່ສ້າງຂົວມິດຕະ ພາບ ລາວ-ໄທ ແຫ່ງທີ 5 ໃຫ້ສໍາເລັດໃນປີ 2025, ການກໍ່ສ້າງຂົວຂ້າມນໍ້າຂອງ ຈອມເພັດ-ນະຄອນຫຼວງພະບາງ, ຂົວສໍາລັບລົດໄຟ ແລະ ການພັດທະນາເສັ້ນທາງເລກທີ 12 ເພື່ອເຊື່ອມຈອດແລວເສດຖະກິດຕາເວັນອອກ-ຕາເວັນຕົກ; ການເຊື່ອມຈອດຕາຂ່າຍໄຟຟ້າ; ການປັບປຸງແກ້ໄຂຂອດປະສານງານ ແລະ ສິ່ງກີດຂວາງທາງດ້ານການຄ້າຕ່າງໆຮ່ວມກັນ ຄຽງຄູ່ກັບການສົ່ງເສີມການລົງທຶນເພື່ອການແປຮູບເປັນສິນຄ້າ, ການນໍາເຂົ້າ-ສົ່ງອອກ ໂດຍສະເພາະສິນຄ້າກະສິກໍາ, ນໍ້າມັນເຊື້ອໄຟ ແລະ ອື່ນໆ. ສອງຝ່າຍຍັງເຫັນດີຈະສືບຕໍ່ເພີ່ມທະວີການຮ່ວມມືເພື່ອການພັດທະນາ, ທຶນການສຶກສາ 75 ທຶນ, ສາທາລະນະສຸກ, ກະສິກໍາ, ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ, ການທ່ອງທ່ຽວ, ຍຸຕິທໍາ ແລະ ແຮງງານ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພົ້ນເດັ່ນພາຍໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນ ແລະ ຍິນດີທີ່ໄດ້ພົບປະກັບ ພະນະທ່ານ ນາຍົກລັດຖະມົນຕີ ນາງ ແພທອງທານ ຊິນນະວັດ ອີກຄັ້ງໜຶ່ງ ພາຍຫຼັງທີ່ໄດ້ພົບປະກັນ ຢູ່ ນະຄອນຫຼວງວຽງຈັນ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນເດືອນຕຸລາ 2024 ທີ່ຜ່ານມາ, ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024, ຊຶ່ງໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ໃນຂະນະດຽວກັນ, ພະນະທ່ານ ນາງ ແພທອງທານ ຊິນນະວັດ, ນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກໄທ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້, ເຊິ່ງຖືເປັນໜຶ່ງໃນກິດຈະກໍາທີ່ມີຄວາມໝາຍສໍາຄັນ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວ ພັນການທູດ ລະຫວ່າງສອງປະເທດ ລາວ-ໄທ ໃນປີ 2025 ນີ້, ພ້ອມທັງຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ໜ້າ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະ ນາແບບຍືນຍົງ ລະຫວ່າງ ສອງປະເທດ ໄທ-ລາວ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.
ພາຍຫຼັງສໍາເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວ-ໄທ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມກັນ ຈໍານວນ 4 ສະບັບ ຄື: 1) ສັນ ຍາການບໍລິຫານຈັດການທາງດ້ານເຕັກນິກ ການຂົນສົ່ງຜູ້ໂດຍສານທາງລົດໄຟ ລະ ຫວ່າງ ລັດວິສາຫະກິດລົດໄຟແຫ່ງຊາດລາວ ແລະ ການລົດໄຟແຫ່ງປະເທດໄທ; 2) ແຜນປະຕິບັດງານ ປະຈໍາປີ 2025-2027 ເພື່ອຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງດ້ານຍຸຕິທໍາ ແລະ ກົດໝາຍ ລະຫວ່າງ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທໍາ ແຫ່ງ ຣາຊະອານາຈັກໄທ; 3) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ຄະ ນະກໍາມະການຮ່ວມມືດ້ານການຄ້າ, ອຸດສາຫະກໍາ ແລະ ການທະນາຄານຂອງປະເທດໄທ; ແລະ 4) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານວິຊາການ ລະ ຫວ່າງ ມະຫາວິທະຍາໄລ ສຸພານຸວົງ ແຫ່ງ ສປປ ລາວ ແລະ ມະຫາວິທະຍາໄລ ແມ່ຟ້າຫຼວງ ແຫ່ງ ຣາຊະອານາຈັກໄທ.
ຫຼັງຈາກນັ້ນ, ໄດ້ເຂົ້າຮ່ວມພິທີເປີດໂຕກາສັນຍາລັກ (Logo) ສະເຫຼີມສະຫຼອງ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຢ່າງເປັນທາງ ການ, ຖະແຫຼງຂ່າວ ຕໍ່ສື່ມວນຊົນກ່ຽວກັບຜົນການຂອງການພົບປະສອງຝ່າຍ, ກ່າວຄໍາເຫັນໃນກອງປະຊຸມພົບປະທຸລະກິດ ລາວ-ໄທແລະໄດ້ເຂົ້າຢ້ຽມຂໍ່ານັບພະບາດສົມ ເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອາຈັກໄທ.
ທີ່ມາ: ກົມການຂ່າວ, ກະຊວງການຕ່າງປະເທດ