ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແກ່ນທ້າວ ປາຖະກາຖາ ວັນສ້າງຕັ້ງອົງການສະຫະພັນກໍາມະບານລາວ ຄົບຮອບ 69 ປີ.

Feb 20, 2025

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ປາຖະກາຖາ ວັນສ້າງຕັ້ງອົງການສະຫະພັນກໍາມະບານລາວ ຄົບຮອບ 69 ປີ (1 ກຸມພາ 1956-1 ກຸມພາ 2025) ຂຶ້ນ ໃນວັນທີ 20 ກຸມພາ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ພະນັກງານອາວຸໂສບໍານານ, ຄະນະບໍລິຫານງານສະຫະພັນກໍາມະບານເມືອງ, ປະທານກໍາມະບານຮາກຖານ, ສະມາຊິກກຳມະບານ, ກຳມະກອນ ແລະ ນາຍບ້ານເທດສະບານເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ ໄດ້ໃຫ້ກຽດປາຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງອົງການສະຫະພັນກໍາມະບານລາວ ເຊິ່ງບາງຕອນທ່ານ ໄດ້ກ່າວວ່າ: ໂດຍພາຍໃຕ້ການນໍາພາ-ຊີ້ນຳ ຂອງພັກປະຊາຊົນລາວ ວັນທີ 1 ກຸມພາ 1956 ສູນກາງພັກ ໄດ້ມີມະຕິຕົກລົງສ້າງຕັ້ງຫ້ອງການກໍາມະບານຂຶ້ນຢ່າງເປັນທາງການ, ຢູ່ເຂດທີ່ໝັ້ນແຂວງຫົວພັນ ແລະ ໄດ້ມອບໝາຍໃຫ້ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ ເພື່ອສືບຕໍ່ໂຄສະນາ, ປຸກລະດົມຂົນຂວາຍ, ເຕົ້າໂຮມກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ໃຫ້ມີຄວາມຕື່ນຕົວປະຕິວັດ, ມີນໍ້າໃຈຮັກຊາດ, ມີທັດສະນະຊົນຊັ້ນກໍາມະກອນ, ມີຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງ, ເສີມຂະຫຍາຍປະຊາທິປະໄຕ, ມີລະບຽບແບບແຜນ, ເປັນພົນລະເມືອງດີຂອງຊາດ, ສົ່ງເສີມການມີວຽກເຮັດງານທໍາ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດອັນຊອບທໍາໃຫ້ແກ່ກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ກາຍເປັນກໍາລັງແຮງເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ.
ປີ 1966-1975 ສູນກາງພັກໄດ້ຕົກລົງປັບປຸງການຈັດຕັ້ງກໍາມະບານລາວຕື່ມອີກ ແລະ ໄດ້ມອບໝາຍ ໃຫ້ ສະຫາຍ ໜູຮັກ ພູມສະຫັວນ ເປັນຜູ້ຮັບຜິດຊອບ ໂດຍພາຍໃຕ້ການຊີ້ນໍາຂອງຄະນະນໍາສູນກາງພັກ ເພື່ອສືບຕໍ່ປະກອບສ່ວນໃນພາລະກິດປະຕິວັດ ກໍ່ສ້າງເຂດປົດປ່ອຍເປັນລັດໜຶ່ງ, ກຽມທຸກເງື່ອນໄຂ ເພື່ອປົດປ່ອຍປະເທດຊາດຢ່າງສົມບູນ. ໃນເວລານັ້ນ, ພັກໄດ້ເອົາໃຈໃສ່ຊີ້ນໍາກໍ່ສ້າງເສດຖະກິດຢ່າງເປັນລະບົບກໍ່​ຄືສ້າງໂຮງຈັກ ແລະ ໂຮງງານ ຈໍານວນໜຶ່ງ ເຊັ່ນ: ໂຮງງານຕີເຫຼັກ, ໂຮງ ງານຕໍ່າແຜ່ນ, ໂຮງງານປຸງແຕ່ງສະບຽງອາຫານ, ໂຮງພິມ, ໄປສະນີ, ສື່ສານ, ການກໍ່ສ້າງຖະໜົນຫົນທາງ ແລະ ອື່ນໆ. ອັນໄດ້ເຮັດໃຫ້ກໍາມະກອນນັບມື້ນັບເພີ່ມຂຶ້ນ ອົງການຈັດຕັ້ງກໍາມະບານ ໄດ້ສ້າງຕັ້ງຮາກຖານຂຶ້ນຢູ່ແຕ່ລະຫົວໜ່ວຍການຜະລິດ, ແຕ່ລະສໍານັກງານອົງການຂອງລັດ ໂຮງຮຽນ, ໂຮງໝໍ ເຊິ່ງໜ້າທີ່ຕົ້ນຕໍຂອງກໍາມະບານແມ່ນ ຖືເອົາວຽກງານໂຄສະນາສຶກສາອົບຮົມການປະຕິບັດແນວທາງນະໂຍບາຍ ຂອງພັກແຕ່ລະໄລຍະເປັນເນື້ອໃນໃຈກາງຂອງການເຄື່ອນໄຫວ, ສ້າງຂະບວນການຕ່າງໆ, ເຮັດທຸກສິ່ງທຸກຢ່າງ ເພື່ອຮັບໃຊ້ແນວໜ້າ, ຕີເອົາຊະນະສັດຕູ ແລະ ປົກປັກຮັກສາເຂດປົດປ່ອຍໃຫ້ເຂັ້ມແຂງ, ສຶກສາອົບຮົມມະຫາຊົນ, ເຮັດຫຼ້ອນໜ້າທີ່ວິຊາສະເພາະ, ລົງຂົນຂວາຍກໍ່ສ້າງຮາກຖານ, ເຂົ້າຮ່ວມການກໍ່ສ້າງກໍາລັງໃນກົມກອງທ້ອງຖິ່ນຕ່າງໆ, ປຸກລະດົມຂົນຂວາຍຊຸກຍູ້ຂະບວນການຕໍ່ສູ້ ຂອງມະຫາຊົນໃຫ້ເປັນຂະບວນຟົດຟື້ນຢ່າງຕໍ່ເນື່ອງ ໂດຍຍຶດໝັ້ນແນວທາງນະໂຍບາຍຂອງພັກຕາມຄຳຂວັນ: “ສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ເອກະພາບ” ເພື່ອນໍາພາການປະຕິວັດຂອງປະເທດເຮົາ ກ້າວຂຶ້ນ ແລະ ຍາດເອົາໄຊຊະນະຢ່າງສົມບູນໃນທົ່ວປະເທດ ປີ 1975. ພາຍຫຼັງສ້າງຕັ້ງລະບອບໃໝ່, ກົມການເມືອງສູນກາງພັກ ໄດ້ສືບຕໍ່ຊີ້ນໍາ-ນໍາພາການເຄື່ອນໄຫວຂອງອົງການຈັດຕັ້ງກໍາມະບານລາວ ໃຫ້ມີຄວາມໜັກແໜ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໂດຍເຊື່ອມຊຶມແນວທາງ, ທິດທາງ, ໜ້າທີ່ໃໝ່ທີ່ພັກວາງອອກ ແລະ ເຫັນແຈ້ງພາລະກໍາປະຫວັດສາດ ຂອງຊົນຊັ້ນກໍາມະກອນ ໃນໄລຍະໃໝ່ຂອງການປະຕິວັດ, ອົງການກໍາມະບານລາວ ໄດ້ເພີ່ມທະວີການສຶກສາອົບຮົມກໍາມະກອນ, ລັດຖະກອນໃຫ້ມີຄວາມຕື່ນຕົວທາງຊົນຊັ້ນ, ມີສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນນັບມື້ສູງຂຶ້ນເລື້ອຍໆ.
ຂ່າວ: ແກ່ນທ້າວ.