ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງໝອກ ໄດ້ຮັບເງິນຊຸກຍູ້ກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ

Feb 21, 2025

ເມືອງໝອກ ແຂວງຊຽງຂວາງ ໄດ້ຮັບເງິນ 100 ລ້ານກີບ ຈາກຫ້ອງວ່າການແຂວງຊຽງຂວາງ ເພື່ອຊຸກຍູ້ເຂົ້າໃນວຽກງານການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກ ເມືອງໝອກ ໃຫ້ມີຜົນສຳເລັດອັນຈົບງາມ ໃນວັນທີ 20 ກຸມພາ 2025 ຕາງໜ້າມອບໂດຍທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ.
ທ່ານ ມີສຸກ ຂັນທະຍົງທອງ ເຈົ້າເມືອງໆໝອກ ໄດ້ລາຍງານການກະກຽມຄວາມພ້ອມ ໃນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກ ເມືອງໝອກ, ເຊິ່ງແຕ່ລະອະນຸກຳມະການ ແມ່ນໄດ້ສົມທົບພົວພັນກັບບັນດາອະນຸກຳມະການຂັ້ນແຂວງ ໃນການວາງແຜນ, ຈັດຕັ້ງປະຕິບັດແຕ່ລະວຽກງານ ແມ່ນມີຄວາມພ້ອມເປັນສ່ວນໃຫຍ່ ໃນການດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງໝອກ.
ໂອກາດນີ້, ທ່ານ ບຸນຈັນ ສີວົງພັນ ໄດ້ມີຄຳຄິດເຫັນໂອ້ລົມ ໂດຍຊີ້ນຳໃນການກະກຽມແລະ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກ ເມືອງໝອກ ພ້ອມທັງໄດ້ເນັ້ນໃຫ້ ບັນດາອະນຸກຳມະການ ເອົາໃຈໃສ່ ໂດຍສະເພາະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບເປັນບັນຫາສຳຄັນ, ບົດສຳຫລວດຕົນເອງ ແລະ ບົດສຳຫລວດການນຳພາຕ້ອງໃຫ້ຊັດເຈນ, ອະນຸກຳມະການເນື້ອໃນ ຕ້ອງຖືກກັບຕົວຈິງທ່າແຮງ ໃນການພັດທະນາກວດກາຄືນວຽກງານໃດ ທີ່ບໍ່ທັນສຳເລັດ ຍ້ອນເຫດຜົນຫຍັງຊອກຫາວິທີທາງແກ້ໄຂ, ສ້າງຂະບວນການແຂ່ງຂັນຮັກຊາດພັດທະນາ, ບຸກຄະລາກອນຕ້ອງຄົບ 3 ຮຸ່ນອາຍຸ ຮຸ່ນອາວຸໂສ ຮຸ່ນກາງ ແລະ ຮຸ່ນໜຸ່ມ, ຕ້ອງສົມສ່ວນເພດ, ເຜົ່າ, ບຸກຄະລາກອນສາມາດເອົາຈາກພາຍໃນເມືອງ ແລະ ນອກ ເຊັ່ນຈາກພະແນກການ, ອົງການ, ເມືອງອື່ນໆ, ໃນການຄັດເລືອກໃຫ້ເນັ້ນຜູ້ທີ່ສາມາດນຳພາ, ມີຄວາມຮູ້ຄວາມສາມາດ, ເຕົ້າໂຮມຄວາມສາມັກຄີ, ຫ້າວຫັນຕໍ່ໜ້າທີ່ວຽກງານ, ປະຕິບັດໜ້າທີ່ດຳລົງຊີວິດພາຍໃຕ້ກົດໝາຍ, ບໍ່ໃຫ້ຖືເລື່ອງສ່ວນຕົວໃຫ້ຖືວຽກລວມ ບໍ່ໃຫ້ທັບຖົມໂຈມຕີຕຳນິສົ່ງຂ່າວ ດ້ວຍຄວາມຈິງໃຈຕາມຄວາມເປັນຈິງ, ຫລີກເວັ້ນພັກພວກເຊື້ອສາຍ, ໃຫ້ຖືການທາບທາມນີ້ເປັນສຳຄັນ, ມີຄວາມຮັບຜິດຊອບຕໍ່ໜ້າທີ່.
ຂ່າວ: ບຸນມີ ແສງທຸມມີ
May be an image of 7 people and text