ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການດໍາເນີນຄະດີອາຍາ

Feb 21, 2025

ວັນທີ 20 ກຸມພາ 2025 ທີ່ໂຮງແຮມດັບເບີ້ນທຣີ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການດໍາເນີນຄະດີອາຍາ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ(ອອປສ) ແລະ ໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງລັດທີ່ປົກຄອງດ້ວບກົດໝາຍໃນຂົງເຂດຍຸຕິທຳ. ໂດຍໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ຮາຢາໂຕະ ຢາໂອອິຕະ ຫົວໜ້າໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງລັດທີ່ປົກຄອງດ້ວບກົດໝາຍໃນຂົງເຂດຍຸຕິທຳ. ມີບັນດາຜູ້ແທນຈາກອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນພາກກາງ, ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ, ອົງການໄອຍະການປະຊາຊົນເຂດ, ຄະນະຮັບຜິດຊອບໃນການຄົ້ນຄວ້າ, ກອງເລຂາ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ບັນດາຊ່ຽວຊານປະຈຳໂຄງການ ເຂົ້າຮ່ວມ.
ເພື່ອເປັນການຈັດຕັ້ງຜັນຂະຫຍາຍະຕິຂອງສະພາແຫ່ງຊາດ ກ່ຽວກັບການປະເມີນກົດໝາຍ, ໂດຍມອບໃຫ້ ອອປສ ໄດ້ປະເມີນ ແລະ ປັບປຸງກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ. ໃນປີ 2025 ອອປສ ແມ່ນໄດ້ຄົ້ນຄວ້າ ແລະ ປັບປຸງກົດໝາຍດັ່ງກ່າວ ເປັນການປະກອບສ່ວນໃນການກະກຽມຄວາມພ້ອມໃນການປັບປຸງກົດໝາຍ ການດຳເນີນຄະດີອາຍາ; ພ້ອມນີ້, ທັງເປັນການຈັດຕັ້ງປະຕິບັດວຽກງານຕິດຕາມກວດກາການດຳເນີນຄະດີອາຍາ ຂອງອົງການໄອຍະການປະຊາຊົນໃຫ້ມີປະສິດທິພາບ ຈຶ່ງໄດ້ຈັດກອງປະຊຸມບົດຮຽນແລກປ່ຽນທາງດ້ານວິຊາການຮ່ວມກັບຊ່ຽວຊານຈາກປະເທດຍີ່ປຸ່ນ ຈາກໂຄງການ J-ROL ຂຶ້ນ ໃນ 4 ຫົວຂໍ້ສຳຄັນຄື 1. ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານໄອຍະການປະຊາຊົນ ໃນການຕິດຕາມກວດກາການດຳເນີນຄະດີຢາເສບຕິດ, ການສັັ່ງຟ້ອງຜູ້ກະທຳຜິດ ແລະ ການຖະແຫຼງຂຶ້ນສານ; 2. ການຊຸກຍູ້ ແລະ ສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ພະນັກງານໄອຍະການປະຊາຊົນ ໃນການເຂົ້າຮ່ວມປະຊຸມສານໂດຍສະເພາະແມ່ນ ການໂຕ້ຖຽງໃນທີ່ປະຊຸມສານ; 3. ຍົກສູງຄຸນນະພາບວຽກງານຕິດຕາມກວດກາການດຳເນີນຄະດີອາຍາ, ການອອກຄຳສັ່ງເປີດການສືບສວນ-ສອບສວນ, ການຕໍ່ກໍານົດເວລາການສືບສວນ-ສອບສວນ. ການອອກຄໍາສັ່ງກັກຂັງພາງ, ການຕໍ່ກໍານົດເວລາການກັກຂັງພາງ ແລະ 4. ຕິດຕາມກວດກາການໂຈະການດໍາເນີນຄະດີ ແລະ ການຊັດມ້ຽນຄະດີ.
ໃນຕອນທ້າຍ ທ່ານປະທານກອງປະຊຸມ ໄດ້ມີຄຳເຫັນທິດຊີ້ນຳ ໃຫ້ບັນດາຜູ້ເຂົ້າຮ່ວມ ເອົາໃຈໃສ່ຮັບຟັງ, ຄົ້ນຄວ້າ, ປະກອບຄໍາເຫັນປຶກສາຫາລືແລກປ່ຽນກັນຢ່າງກວ້າງຂວາງ ແລະ ກົງໄປກົງມາ ກັບຜູ້ຊ່ຽວຊານ ເພຶ່ອເປັນການຖອດຖອນບົດຮຽນ ໂດຍສະເພາະຜູ້ທີ່ມີປະສົບການໃນການເຮັດວຽກຕົວຈິງ ທີ່ໄດ້ປະສົບພົບພໍ້ເຖິງຄວາມຫຍຸ້ງຍາກໃນການດໍາເນີນຄະດີອາຍາໃນໄລຍະຜ່ານມາ ເພື່ອເປັນບ່ອນອີງໃນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ, ຍົກສູງຄຸນນະພາບ, ຮັບປະກັນໃນການດຳເນີນຄະດີອາຍາ ໃຫ້ມີຄວາມເຂັ້ມແຂງ ແລະ ໃຫ້ແກ່ຄະນະຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ.
ທີ່ມາ: ປະຊາຊົນ