ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທໍາລາຍສວນຝິ່ນຫລາຍຈຸດຢູ່ເຂດບ້ານລ້ອງພະບາດ ເມືອງເມິງ

Feb 21, 2025

ຫ້ອງຕໍາຫຼວດ, ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ເມືອງເມິງ, ແຂວງບໍແກ້ວ ສົມທົບກັບທີມງານທີ່ກ່ຽວຂ້ອງຂອງເມືອງ ໄດ້ເຄື່ອນໄຫວທໍາລາຍສວນຝິ່ນຢູ່ເຂດບ້ານລ້ອງພະບາດ ໃນວັນທີ 20 ກຸມພາ 2025.
ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າມີສວນຝິ່ນທີ່ປະຊາຊົນລັກລອບປູກ ມີຈຳນວນ 3 ຈຸດ ມີເນື້ອທີ່ທັງໝົດ 3 ໄລ່ ແຕ່ບໍ່ເຫັນເຈົ້າຂອງສວນ. ໃນນັ້ນສາມາດທຳລາຍຖິ້ມໄດ້ທັງໝົດ ເຊິ່ງມີເສັ້ນທາງຂຶ້ນຕາມຮອ່ມຫ້ວຍປະມານ 4 ກິໂລແມັດ ເມືອໄປຮອດຈຸດດັ່ງກ່າວກໍ່ເຫັນດອກຝິ່ນສ່ວນຝິ່ນຈໍານວນຫຼາຍແມ່ນຢູ່ໃນໄລຍະກໍາລັງຂີດເອົາຢາງຝິ່ນ ແລະ ພວມອອກດອກ, ຈາກນັ້ນໄດ້ຈັດຕັ້ງເປັນແຖວເປັນໜ້າກະດານ ພ້ອມກັນທໍາລາຍ ແລະ ໄດ້ທໍາລາຍທັງໝົດທັງ 3 ຈຸດ.
ພາບ-ຂ່າວ: ຈາກ ປກສ ເມືອງເມິງ