ອົງການກວດສອບແຫ່ງລັດ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈໍາປີ 2024 ໃນລະຫວ່າງວັນທີ 20-21 ກຸມພາ 2025, ເປັນປະທານໂດຍ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການ ກວດສອບແຫ່ງລັດ, ມີຮອງປະທານ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມ, ພະແນກການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ທ່ານ ວຽງທະວີສອນ ເທບພະຈັນ ກ່າວວ່າ: ກອງປະຊຸມວຽກງານອົງການກວດສອບແຫ່ງລັດ ປະຈໍາປີ ເປັນກອງປະຊຸມໜຶ່ງທີ່ມີຄວາມໝາຍສໍາຄັນຍິ່ງ ທັງເປັນໂອກາດອັນດີທີ່ພວກເຮົาຈະໄດ້ ພ້ອມກັນຕີລາຄາຄືນການປະຕິບັດວຽກງານ ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈໍາພາກ ໃນປີຜ່ານມາ ໂດຍສະເພາະ ຜົນສຳເລັດທີ່ຍາດມາໄດ້, ຂໍ້ສະດວກ-ຂໍ້ຫຍຸ້ງຍາກ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງກຳນົດທິດທາງແຜນການເຄື່ອນໄຫວ ແລະ ວິທີການປັບປຸງແກ້ໄຂ ບັນດາຈຸດອ່ອນ-ຂໍ້ຄົງຄ້າງ ຢ່າງລົງເລິກເຖິງຖອງ.
ບັນຫາສໍາຄັນທີ່ຈະໄດ້ນຳມາປຶກສາຫາລື ລວມມີ ສິ່ງທ້າທາຍໃນການດໍາເນີນການກວດສອບ ກໍຄື ມາດຕະການແນະນໍາການແກ້ໄຂຜົນການກວດສອບ ແລະ ກົນໄກການຕິດຕາມ, ຊຸກຍູ້ການແກ້ໄຂ ຜົນການກວດສອບ ໃຫ້ມີການແກ້ໄຂຢ່າງຕັ້ງໜ້າ ທີ່ກວມໃນອັດຕາສ່ວນຫຼາຍຂຶ້ນກວ່າເກົ່າ, ວຽກງານອື່ນໆທີ່ປິ່ນອ້ອມ ລວມທັງຂັ້ນຂອດການປະສານງານລະຫວ່າງ ອົງການກວດສອບແຫ່ງລັດ, ອົງການກວດສອບປະຈໍາພາກ ກັບ ອົງການປົກຄອງຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນ ໃຫ້ມີຄວາມໂລ່ງລ່ຽນ, ກົມກຽວ ແລະ ຮັບປະກັນຄຸນນະພາບ ແນໃສ່ເຮັດໃຫ້ການຄຸ້ມຄອງ ແລະ ການນໍາ ໃຊ້ງົບປະມານ, ຊັບສິນຂອງລັດ ໃຫ້ມີຄວາມໂປ່ງໃສ, ຖືກຕ້ອງຕາມລະບຽບກົດໝາຍ, ມີ ປະສິດທິພາບ ແລະ ປະສິດທິຜົນ.
ໃນປີ 2025, ອົງການກວດສອບແຫ່ງລັດ ຈະໄດ້ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ດໍາເນີນການກວດສອບ ຈໍານວນ 154 ເປົ້າໝາຍ, ໃນນັ້ນ ອົງການກວດສອບແຫ່ງລັດ ຂັ້ນສູນກາງ ຈໍານວນ 76 ເປົ້າໝາຍ ລວມມີກວດສອບ ອົງການຈັດຕັ້ງລັດ 28 ເປົ້າໝາຍ, ທະນາຄານ 15 ເປົ້າໝາຍ, ວິສາຫະກິດລັດ 15 ເປົ້າໝາຍ ແລະ ກວດສອບໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ 18 ເປົ້າໝາຍ ແລະ ອົງການກວດສອບປະຈໍາ 5 ພາກ ຈໍານວນ 78 ເປົ້າໝາຍ ລວມມີ ພາກເໜືອ1 ຈໍານວນ 16 ເປົ້າໝາຍ, ພາກເໜືອ 2 ຈໍານວນ 12 ເປົ້າໝາຍ, ພາກກາງ 1 ຈໍານວນ 18 ເປົ້າໝາຍ, ພາກກາງ 2 ຈໍານວນ 12 ເປົ້າໝາຍ ແລະ ພາກໃຕ້ ຈໍານວນ 20 ເປົ້າໝາຍ.
ທີ່ກ່າວມານັ້ນ, ຈະຕ້ອງໄດ້ສູ້ຊົນດໍາເນີນການກວດສອນໃຫ້ສຳເລັດ ພ້ອມທັງຮັບປະກັນຄຸນນະພາບ ຜົນການກວດສອບ ໃຫ້ມີຄວາມຄົບຖ້ວນ, ຊັດເຈນ, ສາມາດຕີລາຄາບັນຫາໃຫ້ຖືກຕ້ອງ, ພາວະວິໄສ, ມີວິທະຍາສາດ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.
ໂອກາດນີ້, ທ່ານປະທານອົງການກວດສອບແຫ່ງລັດ ຍັງໄດ້ຮຽກຮ້ອງມາຍັງບັນດາທ່ານ ທີ່ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນຢ່າງກົງໄປ-ກົງມາ, ເຈາະຈົງບັນຫາ-ຄົ້ນຄວ້າຊ່ອງທາງແກ້ໄຂ ບົນເນື້ອໃນຈິດໃຈປັບປຸງແກ້ໄຂວຽກງານກວດສອບແຫ່ງລັດ ໃຫ້ມີປະສິດທິພາບ, ປະສິດທິຜົນຍິ່ງໆຂຶ້ນໄປ.
ຂ່າວ: ຄຳໂຖ





