ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອົງຄະນະພັກກອງບັນຊາການທະຫານແຂວງ ອັດຕະປື ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VI

Feb 21, 2025

ກອງປະຊຸມໃຫຍ່ອົງຄະນະພັກ ກອງບັນຊາການທະຫານແຂວງ ອັດຕະປື ຄັ້ງທີ VI ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ ໃນວັນທີ 19 ກຸມພາ 2025 ທີ່ສະໂມສອນກອງບັນຊາການທະຫານແຂວງ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອັດຕະປື, ມີສະຫາຍ ພົນຕີ ປະສິດ ທ່ຽງທຳ ຄະນະປະຈຳພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍຄະນະພັກກອງບັນຊາການທະຫານແຂວງ ພ້ອມດ້ວຍຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຕະຫຼອດໄລຍະຂອງການດຳເນີນກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະພັກກອງບັນຊາການ ໂດຍໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ V ຜ່ານມາ. ພ້ອມທັງ ຮັບຮອງເອົາທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າຂອງອົງຄະນະພັກກອງບັນຊາການທະຫານແຂວງ ແຕ່ປີ 2025 – 2029. ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານ ໃຫ້ມີການຂະຫຍາຍຕົວຕໍ່ເນື່ອງ, ມີຄວາມໜັກແໜ້ນ, ເຂັ້ມແຂງ, ເຮັດສຳເລັດພາລະກິດການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ແລະ ເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮ້ອຍໂດຍພື້ນຖານ, ສາມາດຕ້ານກຸ່ມຄົນບໍ່ຫວັງດີຕໍ່ພັກ, ຕໍ່ປະເທດຊາດ ພ້ອມທັງເຮັດໃຫ້ກຳລັງປ້ອງກັນຊາດຂອງແຂວງ ໄດ້ຮັບການພັດທະນາໄປສູ່ຄຸນນະພາບໃໝ່.
ກອງປະຊຸມ ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງ ອັດຕະປື ຊຸດໃໝ່ ສະໄໝທີ VI ຈໍານວນ 11 ສະຫາຍ ແລະ ໄດ້ເປັນເອກະສັນປະຊາມະຕິເລືອກເອົາ ສະຫາຍ ພັນເອກ ສີສົມໃຈ ມະໂນລາ ເປັນເລຂາຄະນະພັກ, ສະຫາຍ ພັນເອກ ບຸນຈັນ ສີຫາວົງ ເປັນຮອງເລຂາຄະນະພັກ, ສະຫາຍ ພັນເອກ ຄໍາມະນີ ແກ້ວສາທິດ ເປັນປະທານຄະນະກວດກາພັກ ,ສະຫາຍ ພັນໂທ ສີໄລ ພົມມະສານ ແລະ ສະຫາຍ ພັນໂທ ຄໍາລອງ ສີວິໄລ ເປັນຮອງປະທານຄະນະກວດກາພັກ.
ໃນກອງປະຊຸມ ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ເຊິ່ງເນັ້ນໃຫ້ບັນດາສະຫາຍທີ່ໄດ້ຮັບການເລືອກຕັ້ງເຂົ້າຄະນະ ບໍລິຫານງານພັກຊຸດໃໝ່ ຕ້ອງສຸມສະຕິປັນຍາກໍາລັງວັງຊາ, ເຊີດຊູຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ເພື່ອສືບຕໍ່ແບກຫາບພາລະໜ້າທີ່ອັນສູງສົ່ງ ທີ່ກອງປະຊຸມໃຫຍ່ຄັ້ງນີ້ມອບໝາຍໃຫ້ຢ່າງສົມກຽດ.
ຂ່າວ: ສິດຕິພອນ.