ໃນຊຸມປີຜ່ານມາ, ຄວາມມີຊີວິດຊີວາດ້ານການປະດິດສ້າງໃໝ່ຂອງວິສາຫະກິດພາກເອກະຊົນຈີນ ປາກົດຂຶ້ນຢ່າງຄຶກຄັກໃນຂົງເຂດວິທະຍາສາດເຕັກໂນໂລຊີ, ວັດທະນະທຳ ແລະອື່ນໆ, ເສດຖະກິດພາກເອກະຊົນໄດ້ປະກອບສ່ວນເຂົ້າໃນຜົນສໍາເລັດຂອງການປະດິດສ້າງໃໝ່ ດ້ານເຕັກໂນໂລຊີຫຼາຍກວ່າ 70% ເຊິ່ງກາຍເປັນປະເພດວິສາຫະກິດທີ່ສຳຄັນໃນການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີຂອງຈີນ. ໃນໄລຍະບຸນກຸດຈີນປີນີ້, ຈາກຮູບເງົາເລື່ອງ “ນາຈາ 2” ທີ່ປີເຂົ້າຊົມຂາຍດິບຂາຍດີເຖິງ Deepseek ເຊິ່ງເປັນແບບຈຳລອງ AI ຂະໜາດໃຫຍ່ທີ່ໃຊ້ຕົ້ນທຶນຕໍ່າ ແຕ່ມີປະສິດທິພາບສູງ ຈົນເຖິງ “ວິສາຫະກິດວິທະຍາສາດເຕັກໂນໂລຊີດີເດັ່ນ 6 ແຫ່ງຂອງນະຄອນຫາງໂຈ່ວ” ທີ່ໄດ້ດຶງດູດສາຍຕາຂອງຄົນທັງຫຼາຍ. ວິສາຫະກິດພາກເອກະຊົນຂອງຈີນ ພວມປາກົດມີກຳລັງດ້ານການປະດິດສ້າງໃໝ່ ດ້ວຍຮູບແບບໃໝ່. ຄັນຊັ້ນ, ຄວາມມີຊີວິດຊີວາດ້ານການປະດິດສ້າງໃໝ່ຂອງວິສາຫະກິດພາກເອກະຊົນຂອງຈີນ ໄດ້ມາແຕ່ໃສ?
ຈີນໄດ້ເອົາໃຈໃສ່ເປັນຢ່າງສູງ ແລະ ໃຫ້ການສະໜັບສະໜູນດ້ານນະໂຍບາຍແກ່ການພັດທະນາເສດຖະກິດພາກເອກະຊົນ ແມ່ນຕົ້ນກຳເນີດແຫ່ງຄວາມມີຊີວິດຊີວາດ້ານການປະດິດສ້າງໃໝ່ຂອງວິສາຫະກິດພາກເອກະຊົນ. ຈາກທີ່ໄດ້ສະເໜີ “ຊຸກຍູ້ການເຕີບໃຫຍ່ຂະຫຍາຍຕົວຂອງວິສາຫະກິດພາກເອກະຊົນ” ໃນກອງປະຊຸມວຽກງານເສດຖະກິດສູນກາງຈີນ ເຖິງການຂໍຄວາມຄິດຄວາມເຫັນຢ່າງເປີດເຜີຍ ຕໍ່ຮ່າງ “ກົດໝາຍຊຸກຍູ້ເສດຖະກິດພາກເອກະຊົນ”, ນະໂຍບາຍ ແລະ ມາດຕະການຕ່າງໆ ຂອງຈີນໄດ້ເປັນສິ່ງຄ້ຳປະກັນທີ່ແຂງແຮງຕໍ່ການປະດິດສ້າງໃໝ່ຂອງວິສາຫະກິດພາກເອກະຊົນ. ຈີນໄດ້ຈັດກອງປະຊຸມສຳມະນາວິສາຫະກິດພາກເອກະຊົນໃນວັນທີ 17 ກຸມພານີ້ ເຊິ່ງໄດ້ສະແດງໃຫ້ເຫັນອີກເທື່ອໜຶ່ງວ່າ ຈີນໄດ້ເອົາໃຈໃສ່ເປັນຢ່າງສູງຕໍ່ການພັດທະນາເສດຖະກິດພາກເອກະຊົນ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ກ່າວເນັ້ນໜັກໃນກອງປະຊຸມດັ່ງກ່າວວ່າ: ວິສາຫະກິດພາກເອກະຊົນ ແມ່ນກຳລັງຂັບເຄື່ອນທີ່ສຳຄັນໃນການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ຕ້ອງຈັດຕັ້ງປະຕິບັດນະໂຍບາຍ ແລະ ມາດຕະການຊຸກຍູ້ການພັດທະນາເສດຖະກິດພາກເອກະຊົນຢ່າງໜັກແໜ້ນ.
ວິສາຫະກິດພາກເອກະຊົນ ໄດ້ມີຊີວິດຊີວາດ້ານການປະດິດສ້າງໃໝ່ຂຶ້ນ ຈະປາສະຈາກສະພາບແວດລ້ອມການດຳເນີນທຸລະກິດ ແລະ ການປະດິດສ້າງໃໝ່ທີ່ດີບໍ່ໄດ້. ຂໍຍົກເອົານະຄອນຫາງໂຈ່ວ ເປັນຕົວຢ່າງ: ຕົ້ນປີນີ້, “ວິສາຫະກິດວິທະຍາສາດເຕັກໂນໂລຊີດີເດັ່ນ 6 ແຫ່ງຂອງນະຄອນຫາງໂຈ່ວ” ເຊັ່ນ: ບໍລິສັດວິທະຍາສາດເຕັກໂນໂລຊີຢູຊູ້ ແລະ ບໍລິສັດ Deepseek ເປັນຕົ້ນ ໄດ້ດຶງດູດສາຍຕາຂອງຊາວໂລກ. 6 ບໍລິສັດດັ່ງກ່າວກ້າວຜະຫງາດຂຶ້ນກໍໄດ້ຮັບຜົນປະໂຫຍດຈາກສະພາບແວດລ້ອມການດຳເນີນທຸລະກິດ ແລະ ນິເວດອຸດສາຫະກຳທີ່ດີຂອງນະຄອນຫາງໂຈ່ວ. ການຫັນເປັນຕະຫຼາດຂອງນະຄອນຫາງໂຈ່ວ ມີລະດັບສູງ, ມີພື້ນຖານອຸດສາຫະກຳດີທາງດ້ານດີຈີຕອນເປັນຕົ້ນ ແລະ ມີອົງການຄົ້ນຄວ້າຕ່າງໆ ເຊັ່ນ: ມະຫາວິທະຍາໄລເຈີ້ຈ່ຽງເປັນຕົ້ນ ທີ່ໄດ້ດຳເນີນການຄົ້ນຄວ້າເຕັກນິກລ້ຳສະໄໝ ເຊິ່ງໄດ້ກາຍເປັນລະບົບນິເວດການປະດິດສ້າງໃໝ່ທີ່ມີອຸດສາຫະກຳ ແລະ ການຄົ້ນຄວ້າວິທະຍາສາດພັດທະນາແບບຊ່ວຍຊູຍູ້ໜູນກັນ ເຊິ່ງໄດ້ສະໜອງຊັບພະຍາກອນມະນຸດທີ່ອຸດົມສົມບູນ, ການສະໜັບສະໜູນດ້ານເຕັກນິກ ແລະ ອຸດສາຫະກຳສົມທົບໃຫ້ແກ່ການປະດິດສ້າງໃໝ່ຂອງວິສາຫະກິດພາກເອກະຊົນ, ເຮັດໃຫ້ວິສາຫະກິດສາມາດເຕີບໃຫຍ່ຂະຫຍາຍຕົວໃນສະພາບແວດລ້ອມທີີ່ດີງາມ ແລະ ໄດ້ຜະລິດຜະລິດຕະພັນທີ່ມີຫົວຄິດປະດິດສ້າງໃໝ່ອອກມາເລື້ອຍໆ.
ຈິດໃຈນັກທຸລະກິດເປັນແກນກາງຂອງຄວາມມີຊີວິດຊີວາດ້ານການປະດິດສ້າງໃໝ່ຂອງວິສາຫະກິດພາກເອກະຊົນ: ຈາກ ທ່ານເຢິນເຈິ້ງເຟີຍ ຂອງບໍລິສັດຫົວເຫວີຍເຖິງ ທ່ານເຫຼີຍຈຸ່ນ ຂອງບໍລິສັດສຽວມີ, ຈາກ ທ່ານຫຼຽງເວີນເຟີງ ຂອງບໍລິສັດ Deepseek ເຖິງ ທ່ານວາງຊິງຊິງ ຂອງບໍລິສັດວິທະຍາສາດເຕັກໂນໂລຊີຢູຊູ້, ນັກທຸລະກິດດັ່ງກ່າວທີ່ມີຈິດໃຈປະດິດສ້າງໃໝ່ ແລະ ມີວິໄສທັດລະດັບສາກົນ ພວມນຳພາວິສາຫະກິດພາກເອກະຊົນຂອງຈີນບຸກບືນກ້າວໜ້າບົນເສັ້ນທາງແຫ່ງການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ.
ສິ່ງທີ່ເຮັດໃຫ້ອັດສະຈັນນັ້ນ ຄື ວິສາຫະກິດພາກເອກະຊົນຂອງຈີນ ບໍ່ພຽງແຕ່ໄດ້ພັດທະນາເປັນຢ່າງດີຢູ່ພາຍໃນປະເທດຈີນເທົ່ານັ້ນ, ແຕ່ຍັງສາມາດຍາດໄດ້ຜົນງານທີ່ດີເດັ່ນຢູ່ຕ່າງປະເທດເຊັ່ນດຽວກັນ. ປີ 2024, ມູນຄ່າການສົ່ງອອກຂອງວິສາຫະກິດພາກເອກະຊົນຂອງຈີນ ໄດ້ກວມ 64,6% ຂອງລວມຍອດມູນຄ່າການສົ່ງອອກຂອງຈີນ. ໃນນັ້ນ, ມີວິສາຫະກິດທີ່ດີເດັ່ນຫຼາຍແຫ່ງໄດ້ສົ່ງອອກຜະລິດຕະພັນຄຸນນະພາບສູງໄປທົ່ວໂລກ ດ້ວຍການປະດິດສ້າງໃໝ່ດ້ວຍຕົນເອງ ເຊິ່ງໄດ້ຍົກກຳລັງແຂ່ງຂັນດ້ານການຄ້າກັບຕ່າງປະເທດຂອງຈີນໃຫ້ສູງຂຶ້ນຕື່ມອີກ.
ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ກ່າວເນັ້ນໜັກໃນກອງປະຊຸມສຳມະນານັກວິສາຫະກິດພາກເອກະຊົນວ່າ: ການພັດທະນາເສດຖະກິດພາກເອກະຊົນມີອະນາຄົດອັນກວ້າງຂວາງ ແລະ ເຕັມໄປດ້ວຍໂອກາດໃນຍຸກໃໝ່ ແລະ ໃນຂະບວນວິວັດແຫ່ງການອອກເດີນທາງຄັ້ງໃໝ່, ພໍເປັນໄລຍະເວລາທີ່ວິສາຫະກິດ ແລະ ນັກທຸລະກິດພາກເອກະຊົນບຸກບຶນສູ້ຊົນແລະໃຊ້ຄວາມຮູ້ຄວາມສາມາດຢ່າງເຕັມທີ່ເພື່ອຍາດໄດ້ຜົນງານໃໝ່ທີ່ດີເດັ່ນກວ່າເກົ່າ. ໃນອະນາຄົດ, ຄຽງຄູ່ກັບຈີນໄດ້ວາງນະໂຍບາຍເພື່ອສະໜັບສະໜູນເສດຖະກິດພາກເອກະຊົນຫຼາຍຂຶ້ນກວ່າເກົ່າ, ສະພາບແວດລ້ອມການດຳເນີນທຸລະກິດໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ພວກເຮົາມີຄວາມເຊື່ອໝັ້ນວ່າ: ວິສາຫະກິດພາກເອກະຊົນຂອງຈີນຈະກ້າວໄປສູ່ໂລກ ດ້ວຍບາດກ້າວໃໝ່ທີ່ເຂັ້ມແຂງກວ່າເກົ່າ ແລະ ກາຍເປັນກ້ອນກຳລັງທີ່ຂາດບໍ່ໄດ້ໃນການພັດທະນາເສດຖະກິດຈີນດ້ວຍຄຸນນະພາບສູງ.






