ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຈີນ ຈັດກອງປະຊຸມວິຊາການ ແລະວາງສະແດງການສຶກສາຈາກແຂວງຢຸນນານ

Feb 22, 2025

ວັນທີ 20 ກຸມພາ 2025, ຢູ່ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ໄດ້ຈັດກອງປະຊຸມສໍາມະນາວິຊາການ ແລະການວາງສະແດງການສຶກສາຂອງສະຖານການສຶກສາຊັ້ນສູງ 12 ແຫ່ງຈາກແຂວງຢຸນນານ ສປ ຈີນ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສິດທິໄຊ ໄຊຍະວົງ ຜູ້ອໍານວຍການສູນຄົ້ນຄວ້າຈີນ ຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ.
ຈຸດປະສົງ ຂອງການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອແລກປ່ຽນການສຶກສາລະ ຫວ່າງ ມຊ ກັບສະຖານການສຶກສາຊັ້ນສູງ ຈາກແຂວງຢຸນໜານ, ເພືີ່ອປະຕິບັດຕາມແຜນງານຄູ່ຮ່ວມຊະຕາກໍາລາວ-ຈີນ, ຂໍ້ລິເລີມໜຶ່ງແລວໜຶ່ງເສັ້ນທາງ ແລະຍຸດທະ ສາດການສຶກສາ ຂອງ ສປປ ລາວ ໃຫ້ເປັນຮູບປະທໍາຂຶ້ນຕື່ມ, ທັງເປັນການສ້າງເວທີ ແລະແລກປ່ຽນຄວາມຮູູ້ໃນຂົງເຂດການສຶກສາ, ວິທະຍາສາດ ແລະທາງວິຊາການຂອງ 2 ຊາດ, ໂດຍສະເພາະເພືີ່ອແລກປ່ຽນການສຶກສາ ແລະວິທະຍາສາດກັບແຂວງຢຸນໜານ ໃຫ້ມີຄວາມໃກ້ຊິດ ເຂົ້າໃຈເຊິ່ງກັນ ແລະ ກັນ, ເພືີ່ອປຶກສາຫາລືຍົກຖານະບົດບົດສູນຄົ້ນຄວ້າຈີນ ໃຫ້ກາຍເປັນສະຖາບັນຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກໍາລາວ-ຈີນ.
ທີ່ມາ: CMG FM93