ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຄງການຖານເຊື່ອມຕໍ່ພະລັງງານສະອາດຢູ່ເມືອງໄຊ ແລະ ເມືອງນາໝໍ້ ຄືບໜ້າຢ່າງຕໍ່ເນື່ອງ

Feb 22, 2025

ວັນທີ 19 ກຸມພາ 2025 ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າ ແຂວງອຸດົມໄຊ ພ້ອມດ້ວຍຄະນະ ລົງຕິດຕາມ, ຊຸກຍູ້ ໂຄງການຖານເຊື່ອມຕໍ່ພະລັງງານສະອາດຢູ່ ເມືອງໄຊ ແລະ ເມືອງນາໝໍ້ ຂອງ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີລາວຈຳກັດ ຊີຈີເອັນລາວ ໄລຍະທີ1.
ໂຄງການຖານເຊື່ອມຕໍ່ພະລັງງານສະອາດ ໄດ້ຈັດຕັ້ງປະຕິບັດຢູ່ 7 ບ້ານ ຄື: ບ້ານກິ່ວຈະລຸ,ບ້ານຈອມອອງ,ບ້ານກີ່ວແຈບ,ບ້ານນາຖົ່ວ, ບ້ານນໍ້າບໍ່ຕາໄກ່,ບ້ານຫ້ວຍຊອຍ ແລະ ບ້ານໝາກຈຸກ ນອນໃນ 2 ເມືອງຄື: ເມືອງໄຊ ແລະ ເມືອງນາໝໍ້,ໃນເນື້ອທີ່ 20,901,612 ຕາແມັດ, ມີ 1009 ຕອນ ໃນນັ້ນ ດິນລວມບ້ານມີ 53 ຕອນ, ເນື້ອທີ 672,344 ຕາເມັດ, ດິນທີ່ທົດແທນຄ່າ ເສຍຫາຍ ມີ 349 ຄອບຄົວ, ມີ 956 ຕອນ,ເນື້ອທີ 20,229,268 ຕາແມັດ.
ໂຄງການພະລັງງານສະອາດ ພາກເໜືອ ສປປ ລາວ ໄລຍະທີ 1 ໂຄງການ ກໍາລັງຕິດຕັ້ງ 1.000 MWຢູ່ແຂວງອຸດົມໄຊມາຮອດປະຈຸບັນ ຄວາມຄືບໜ້າຂອງໂຄງການ ມີ: ແຜງໂຊລ່າເຊວທີ່ຕິດຕັ້ງສໍາເລັດສາມາດຜະລິດໄຟໄດ້ແລ້ວ 2MW;ເຈາະຂຸມທີ່ຈະຕັ້ງເສົາແຜງໂຊລ່າເຊວໄດ້ປະມານ 60.000 ຂຸມ, ມີວິຊາການ ແລະ ແຮງງານ ທັງໝົດປະມານ 800 ຄົນ.
ໂອກາດນີ້ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ສະແດງຄວາມຊົມເຊີຍ ແລະ ເປັນຫ່ວງເປັນໄຍຕໍ່ການຈັດຕັ້ງປະຕິ ບັດວຽກງານຂອງພະນັກງານເພາະດິນຟ້າອາກາດກໍ່ມີການແປງແປງຕະຫຼອດ, ພ້ອມແນະນຳໃຫ້ບໍລິສັດເອົາພື້ນທີ່ເປົ່າຫວ່າງທີ່ຢູ່ກ້ອງແຜງໂຊລ່າເຊວເຮັດເປັນພື້ນທີ່ກະສິກຳ, ປູກຝັງ-ລ້ຽງລັດ ໃຫ້ປະຊາຊົນມີສ່ວນຮ່ວມ, ສ້າງທາງເຂົ້າຫາຈຸດຊົມວິວຂອງໂຄງ ການ ເພື່ອເປັນການສົ່ງເສີມການທ່ອງທ່ຽວຂອງແຂວງໄປພ້ອມ ແລະ ອື່ນໆ.
ທີ່ມາ: ໂທລະພາບອຸດົມໄຊ