ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫາລືກ່ຽວກັບການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ

Feb 23, 2025

ກອງປະຊຸມ ຄະນະຊີ້ນໍາ ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ (ຄະ ນະ126/ນຍ) ໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2025 ທີ່ສໍານັກງານນາຍົກ, ໃຫ້ກຽດເປັນປະທານໂດຍທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແລະ ມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍບັນດາຮອງລັດຖະມົນຕີຂອງຂະແໜງການກ່ຽວຂ້ອງ, ຫົວໜ້າກົມຮອງກົມ ພະນັກ ງານກະຊວງອ້ອມຂ້າງເຂົ້າຮ່ວມ ຈຳນວນ ຫຼາຍກວ່າ 50 ທ່ານ.
ກອງປະຊຸມໄດ້ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ປະຈຳປີ 2024 ແລະ ແຜນວຽກຈຸດສຸມ ປະຈຳປີ 2025 ຂອງຄະນະ 126/ນຍ. ເຫດຜົນ ແລະ ຄວາມຈໍາເປັນ ໃນການປັບປຸງ ຂໍ້ຕົກລົງ 126/ນຍ, ລົງວັນທີ 08 ທັນວາ2022 ວ່າດ້ວຍຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ພ້ອມທັງລາຍງານຜົນຂອງການສະເໜີໂຮມ 02 ຄະນະເຂົ້າກັນ (ຄະນະ 126/ນຍ ແລະ ຄະນະ 145/ນຍ ຄະນະອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ).
ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການສ້າງຄັງແຮເຂົ້າ ເພື່ອແຊກແຊງລາຄາ ແລະ ດັດສົມຕະຫຼາດ (ບ້ວງໃໝ່) ຕາມແຈ້ງການ ສະບັບເລກທີ 2042/ຫສນຍ, ລົງວັນທີ 03 ຕຸລາ 2024 ແລະ ປຶກສາຫາລື ບັນຫາອື່ນໆທີ່ປິ່ນອ້ອມ.ທ່ານປະທານກອງປະຊຸມໄດ້ເນັ້ນໜັກໃຫ້ເຫັນຄວາມສຳຄັນຂອງວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ແນໃສ່ການຈັດຕັ້ງປະຕິບັດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານດັ່ງກ່າວຂອງບັນດາຂະແໜງການໃຫ້ເປັນລະບົບ ເວົ້າລວມ ເວົ້າສະ ເພາະ ກໍແມ່ນການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ສະບັບເລກທີ 474/ນຍ ໃຫ້ມີປະສິດທິຜົນ.
ທີ່ມາ: ເສດຖະກິດ-ການຄ້າ