ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳມະນາກ່ຽວກັບການຜະລິດ, ການປຸງແຕ່ງ ແລະ ການສົ່ງອອກ ພືດສິນຄ້າ ໄປ ສປ ຈີນ

Feb 23, 2025

ກອງປະຊຸມສຳມະນາ ກ່ຽວກັບການຜະລິດ, ການປຸງແຕ່ງ ແລະ ການສົ່ງອອກພືດສິນຄ້າໄປ ສປ ຈີນ ໃນໄລຍະໃໝ່ ຄັ້ງທີ III ປະຈຳປີ 2024 ຈັດຂຶ້ນໃນວັນທີ 21 ກຸມພາ 2025 ນີ້ ທີ່ຫໍປະ ຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້. ເປັນກຽດເຂົ້າ ຮ່ວມມີທ່ານ CHEN QINRU ປະທານສະພາການຄ້າກວາງຊີ ສປ ຈີນ ປະຈຳ ສປປ ລາວ; ບັນດາທ່ານຫົວໜ້າ, ຮອງຫົວໜ້າ ຫ້ອງການ, ກົມ ແລະ ສະຖາບັນ ອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້, ບັນດາກະຊວງ ແລະ ອົງການ ທີ່ກ່ຽວຂ້ອງ; ບັນດາທ່ານຫົວໜ້າ, ຮອງຫົວໜ້າ ພະແນກ ກະສິກຳ ແລະ ປ່າໄມ້ ແຂວງ, ນະ ຄອນຫຼວງ ທົ່ວປະເທດ; ຜູ້ປະກອບການ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ທ່ານ ກິແກ້ວ ສິງນາວົງ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ກ່າວວ່າ: ຜ່ານການດຳເນີນກອງປະຊຸມເປັນເວລາໜຶ່ງວັນສັງເກດເຫັນວ່າກອງປະຊຸມໄດ້ຮັບຜົນສຳເລັດເປັນຢ່າງສູງ ຊຶ່ງສະແດງອອກເຖິງ ບາງໜ້າວຽກທີ່ໄດ້ຕົກລົງກັນໃນກອງປະຊຸມປີຜ່ານມາ ໄດ້ຮັບການປັບປຸງແກ້ໄຂ ແລະ ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເຮັດໃຫ້ເຫັນໄດ້ບັນຫາ ແລະ ວິທີທາງແກ້ໄຂ ທີ່ສາມາດນຳໄປປັບປຸງແກ້ໄຂ ແລະ ຊຸກຍູ້ສົ່ງເສີມ ການຜະລິດກະສິກຳເປັນສິນຄ້າ ສົ່ງອອກໄປ ສປ ຈີນ ໃຫ້ນັບມື້ຫຼາຍຂຶ້ນ, ເຮັດໃຫ້ເຂົ້າຜູ້ຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນຕໍ່ກັບຂໍ້ກຳນົດເງື່ອນໄຂ ການສົ່ງອອກພືດ ແລະ ຜະລິດຕະພັນພືດ ໄປ ສປ ຈີນ ພ້ອມດຽວກັນນີ້ ໄດ້ຮຽກຮ້ອງເຖິງບັນດາຜູ້ປະກອບການ ເອົາໃຈໃສ່ຈັດຕັ້ງປະຕິບັດຕາມມາດ ຖານເງື່ອນໄຂການສົ່ງອອກສິນຄ້າກະສິກຳ ໄປຕ່າງປະເທດ ໂດຍ ສະເພາະ ສປ ຈີນ ທີ່ໄດ້ນຳສະເໜີໃນກອງປະຊຸມໃນຄັ້ງນີ້ ແລະ ເງື່ອນໄຂທີ່ໄດ້ຕົກລົງກັນ ເມື່ອຈັດຕັ້ງປະຕິບັດແລ້ວເກີດມີຂໍ້ ຫຍຸ້ງຍາກຢ່າງໃດແມ່ນໃຫ້ຮີບຮ້ອນລາຍງານມາຍັງກະຊວງກະສິກໍາ ກໍຄື ພາກສ່ວນທີ່ກ່ຽວຂ້ອງ ເພື່ອຮ່ວມກັນປັບປຸງແກ້ໄຂ.
ສໍາລັບພະແນກກະສິກຳ ແລະ ປ່າໄມ້ ແຂວງ ໃຫ້ເອົາໃຈໃສ່ຊີ້ນຳຂະແໜງປູກຝັງ ແລະ ຂະແໜງກ່ຽວຂ້ອງ ຈັດຕັ້ງປະຕິບັດ ແລະ ເຜີຍແຜ່ ຜົນສຳເລັດ ຂອງກອງປະຊຸມຄັ້ງນີ້ ໃຫ້ພະນັກງານພາຍໃນຂະແໜງ, ຜູ້ປະກອບການ ແລະ ຂະແໜງການທີ່ກ່ຽວ ຂ້ອງ ເຂົ້າໃຈ ແລະ ເປັນເອກະພາບ ໃນການຈັດຕັ້ງປະຕິບັດ.
ໃນໂອກາດດຽວກັນນີ້ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ແຕ່ສູນກາງຮອດທ້ອງຖິ່ນ ເອົາໃຈໃສ່ປະສານສົມທົບເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ວຽກງານການຜະລິດກະສິກຳເປັນສິນຄ້າ ຕິດ ພັນກັບການປຸງແຕ່ງ ແລະ ການສົ່ງອອກຈາກ ສປປ ລາວ ໄປປະ ເທດຄູ່ຄ້າ ສອດຄ່ອງຕາມຂໍ້ກຳນົດທີ່ລັດຖະບານ ລາວ-ຈີນ ໄດ້ກຳນົດໄວ້. ໃນກອງປະຊຸມ ທ່ານ ຮອງລັດຖະມົນຕີ ກະຊວງກະສິ ກໍາ ແລະ ປ່າໄມ້ ຍັງໄດ້ໃຫ້ກຽດມອບໂພສເຕີ ສັດຕູພືດກັກກັນຂອງ ສປປ.ລາວ ໃຫ້ຂະແໜງປູກຝັງ ຂອງແຕ່ລະແຂວງ ໃນຂອບ ເຂດທົ່ວປະເທດ ພ້ອມທັງມອບໃບກຽດຕິຄຸນ ໃຫ້ກັບ ສະພາການຄ້າກວາງຊີ ສປ ຈີນ ປະຈຳ ສປປ ລາວ ທີ່ໄດ້ໃຫ້ກັບສະໜັບ ສະໜູນ ກອງປະຊຸມໃນຄັ້ງນີ້ ຈົນໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ທີ່ມາ: ຂ່າວສານກະສິກຳ, ປ່າໄມ້