ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເພີ່ມທະວີຄວາມສາມັກຄີ ແລະ ປະສິດທິພາບຂອງການຮ່ວມມື ເຊື່ອມໂຍງ ລາວ-ຫວຽດນາມ-ກໍາປູເຈຍ ໄລຍະແຫ່ງການພັດທະນາໃໝ່

Feb 23, 2025

ໃນວັນທີ 22 ກຸມພາ 2025 ຢູ່ນະຄອນໂຮ່ຈີມິງ ສສ ຫວຽດ ນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວໄດ້ພົບປະສຸດຍອດຂັ້ນສູງກັບ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ສົມເດັດ ເຕໂຈ ຮຸນເຊນ ປະທານພັກປະຊາ ຊົນກໍາປູເຈຍ, ປະທານສະພາສູງແຫ່ງຣາຊະອານາ ຈັກກໍາປູເຈຍ, ພ້ອມນີ້ຍັງມີ ນາຍົກລັດຖະມົນຕີທັງສາມປະເທດ ລາວ-ຫວຽກນາມ-ກໍາປູເຈຍ ເຂົ້າຮ່ວມ.
ໃນການພົບປະ, ສາມການນໍາສູງສຸດຂອງສາມພັກ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບ ສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນໃນໄລຍະມໍ່ໆມານີ້, ແຈ້ງໃຫ້ກັນຊາບກ່ຽວກັບສະພາບ ການຂອງແຕ່ລະພັກ, ແຕ່ລະປະ ເທດ ໃນປີທີ່ຜ່ານມາ; ຕີລາຄາໝາກຜົນຂອງການຮ່ວມມື ແລະ ວາງທິດທາງການຮ່ວມມື ລະ ຫວ່າງ ສາມພັກ, ສາມປະເທດ ໃນຕໍ່ໜ້າ. ສາມການນໍາສູງສຸດ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫລວງ ທີ່ສາມ ພັກ, ສາມປະເທດ ສາມາດຍາດມາໄດ້ ເປັນຕົ້ນແມ່ນ ຮັບ ປະກັນໄດ້ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະ ກິດຂະຫຍາຍຕົວຢ່າງຕັ້ງໜ້າ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມໝັ້ນຄົງ ແລະ ນັບມື້ນັບໄດ້ຮັບການ ປັງປຸງເທື່ອລະກ້າວ; ສາມຝ່າຍ ເນັ້ນໜັກວ່າ ສາຍພົວພັນອັນໃກ້ຊິດ, ສະໜິດແໜ້ນ ແລະ ມີຄວາມໝາຍຍຸດທະສາດ ລະຫວ່າງສາມປະເທດ, ເນັ້ນ ໜັກເຖິງສະຖຽນລະພາບ, ຄວາມສະຫງົບ ແລະ ການພັດທະນາຂອງປະເທດນີ້ ກໍຈະເປັນສະຖຽນລະພາບ, ຄວາມສະຫງົບ ແລະ ການພັດທະນາຂອງອີກສອງປະເທດທີ່ຍັງເຫລືອ, ພ້ອມກັນນັ້ນ ກໍຢືນຢັນຕໍ່ກັບນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງສາມພັກ, ສາມປະເທດ ເຊິ່ງຍາມໃດກໍໃຫ້ບຸລິມະສິດອັນດັບຕົ້ນແກ່ການພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສາມພັກ, ສາມລັດ ແລະ ປະຊາຊົນສາມປະເທດລາວ-ຫວຽດນາມ-ກໍາປູ ເຈຍ; ສາມການນໍາສູງສຸດ ສະແດງຄວາມປິຕິຍິນດີທີ່ເຫັນວ່າ ການພົວພັນຮ່ວມມືລະຫວ່າງ ສາມປະເທດສາມາດ ບັນລຸໄດ້ຫລາຍຜົນສໍາເລັດເປັນທີ່ເພິ່ງພໍໃຈ ແລະ ນັບມື້ນັບໄດ້ຮັບການ ປັບປຸງ, ພັດທະນາ.
ໃນນັ້ນ, ການພົວພັນທາງດ້ານການເມືອງ ສືບຕໍ່ເປັນພື້ນຖານໃຫ້ແກ່ການພົວພັນສາມພັກ, ມີບົດບາດໃນການກໍານົດ ທິດໃຫ້ແກ່ການພົວພັນຂອງສາມປະເທດ; ການພົວພັນທາງດ້ານປ້ອງ ກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການ ຊຸກຍູ້ຢ່າງມີປະສິດ ທິຜົນ; ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ ມີບາດກ້າວຂະຫຍາຍຕົວຢ່າງຕັ້ງໜ້າ.
ໃນທ່າມກາງສະພາບການພາກພື້ນ ແລະ ໂລກ ສືບຕໍ່ຜັນແປໄປຢ່າງສັບສົນ, ຄາດຄະເນໄດ້ຍາກ, ສາມຝ່າຍ ເຫັນດີເປັນເອກະ ພາບ ສືບຕໍ່ເຮັດໃຫ້ການພົວພັນລະຫວ່າງ ສາມພັກ, ສາມປະ ເທດ ເລິກເຊິ່ງຮອບດ້ານ ແລະ ເປີດກວ້າງໃຫ້ຫລາຍຂຶ້ນກວ່າເກົ່າ, ຮັດແໜ້ນ, ໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະ ການພົວພັນລະຫວ່າງບັນດາສະຫາຍການນໍາຂັ້ນສູງ; ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະຮ່ວມກັນຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກ ຄີທີ່ສະໜິດສະໜົມລະຫວ່າງ ສາມປະເທດ, ຖືສິ່ງດັ່ງກ່າວ ເປັນມໍລະ ດົກອັນລໍ້າຄ່າ, ເປັນກົດເກນພາວະວິໄສ ສໍາລັບການຮັບປະ ກັນແວດລ້ອມ ສັນຕິພາບ, ຄວາມສະຫງົບ ແລະ ພັດທະນາຂອງແຕ່ລະປະເທດ; ເຫັນດີເປັນເອກະພາບ ຮັກສາ ແລະ ເພີ່ມທະວີວຽກງານໂຄສະນາ, ສຶກສາອົບຮົມປະຊາຊົນຊັ້ນຄົນຕ່າງໆໃຫ້ຫລາຍຂຶ້ນກວ່າເກົ່າ ໂດຍສະ ເພາະແມ່ນຄົນຮຸ່ນໜຸ່ມໃຫ້ເຂົ້າໃຈແຈ້ງ ແລະ ຈົດຈໍາມູນເຊື້ອຄວາມສາມັກຄີອັນສະໜິດແໜ້ນນີ້ໄວ້ຕະ ຫລອດໄປ.
ສາມຝ່າຍ ຍັງເຫັນດີເປັນເອກະພາບ ປັບປຸງເສົາຄໍ້າການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນການຮັບມືຢ່າງມີປະສິດທິຜົນ ຕໍ່ກັບບັນດາສິ່ງທ້າທາຍ ຄວາມບໍ່ ສະຫງົບຮູບແບບເກົ່າ ແລະ ຮູບແບບ ໃໝ່; ເພີ່ມທະວີການແລກ ປ່ຽນຂໍ້ມູນຂ່າວສານ, ໃຫ້ຄໍາປຶກສາຫາລື, ປະສານສົມທົບຢ່າງສະໜິດແໜ້ນ, ສະໜັບສະໜູນ, ປົກປ້ອງຜົນປະໂຫຍດອັນຊອບທໍາຂອງກັນ ແລະ ກັນ, ຮ່ວມກັນຮັບມືກັບບັນດາສິ່ງທ້າທາຍລວມ; ສາມການ ນໍາສູງສຸດ ເນັ້ນໜັກເຖິງການສືບຕໍ່ສ້າງບາດກ້າວບຸກທະລຸໃນການຮ່ວມມືທາງດ້ານເສດຖະກິດ, ຍູ້ແຮງການເຊື່ອມຈອດສາມພື້ນຖານເສດຖະກິດ ເປັນຕົ້ນແມ່ນ ການເຊື່ອມຈອດດ້ານຄົມມະນາຄົມ, ການຄ້າ, ການທ່ອງທ່ຽວ; ຍູ້ແຮງການຮ່ວມມືດ້ານວັດທະນະທໍາ, ການສຶກສາ, ວິທະຍາສາດ-ເຕັກໂນໂລຊີ ບົນພື້ນນຖານການເສີມຂະຫຍາຍ ຄວາມອາດສາມາດ, ທ່າແຮງຂອງແຕ່ລະປະເທດ; ສາມການນໍາສູງສຸດ ເຫັນດີເປັນເອກະພາບ ເສີມ ຂະຫຍາຍຢ່າງມີປະສິດທິຜົນ ບັນດາກົນໄກ, ຮູບແບບການຮ່ວມມືທີ່ມີຢູ່ໃນປັດຈຸບັນ, ສືບຕໍ່ແລກປ່ຽນ, ຊອກຫາຮູບແບບວິທີໃໝ່ ເພື່ອເຮັດໃຫ້ການຮ່ວມມືນັບມື້ນັບມີຄຸນນະພາບ, ມີປະສິດທິຜົນ, ແທດຕົວຈິງ ເພື່ອຜົນປະໂຫຍດຂອງແຕ່ລະປະ ເທດ ແລະ ຜົນ ປະໂຫຍດລວມຂອງປະຊາຊົນສາມປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ຢູ່ໃນພາກພື້ນ ແລະ ຢູ່ໃນໂລກ.
ໃນໂອກາດດຽວກັນນີ້, ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ, ປະທານພັກປະຊາຊົນກໍາ ປູເຈຍ ສົມເດັດ ເຕໂຈ ຮຸນເຊນ ໄດ້ສົ່ງຄໍາອວຍພອນໄຊ ແດ່ ເລຂາທິການໃຫຍ່ ໂຕເລິມ ແລະ ບັນດາການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມທຸກທົ່ວໜ້າ ເນື່ອງໃນໂອກາດ ປີ 2025 ເປັນປີສະເຫຼີມສະຫຼອງວັນປົດປ່ອຍ ພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ (30/4/1975-30/4/2025), ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ແລະ ວັນເກີດປະທານ ໂຮ່ຈີ່ມິງ ຄົບ ຮອບ 135 ປີ (19/5/1890-19/5/ 2025).
ພາບ: ອ່າຍຄໍາ