ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມໃຫຍ່ຄະນະພັກຮາກຖານພະແນກການເງິນ ນະຄອນຫຼວງວຽງຈັນ ຄັ້ງທີ VII

Feb 23, 2025

ກອງປະຊຸມໃຫຍ່ຜູ້ແທນຂອງຄະນະພັກຮາກຖານພະແນກການເງິນ ນະຄອນຫຼວງວຽງຈັນ ຄັ້ງທີ VII ໄດ້ຈັດຂຶ້ນໃນວັນທີ 21 ກຸມພາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ເຈົ້າຄອງນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມ ໂດຍ ສະຫາຍ ວຽງສາລີ ອິນທະພົມ ເລຂາຄະນະພັກຮາກຖານ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ ຊຶ່ງມີບັນສະຫາຍໃນຄະນະພັກສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ວຽງສາລີ ອິນທະພົມ ໄດ້ລາຍງານວ່າ: ປັດຈຸບັນ ມີ 11 ໜ່ວຍພັກ ທີ່ຂຶ້ນກັບໃນນີ້: ພະແນກການເງິນ 5 ໜ່ວຍພັກ, ສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ 4 ໜ່ວຍພັກ, ພາສີ ປະຈໍານະຄອນຫຼວງວຽງຈັນ 1 ໜ່ວຍພັກ ແລະ ຄັງເງິນ ປະຈໍານະຄອນຫຼວງວຽງຈັນ 1 ໜ່ວຍພັກ.
ການນໍາພາດ້ານການເມືອງ ຄະນະພັກຮາກຖານແຕ່ລະສະຫາຍໄດ້ເປັນແບບຢ່າງທີ່ດີຕໍ່ສະມາຊິກພັກ ໃນການຍົກສູງຄຸນທາດການເມືອງ ຄຸນສົມບັດ, ສິນທຳປະຕິວັດ. ດ້ວຍການຄົ້ນຄວ້າຮໍ່າຮຽນທິດສະດີ ມາກ-ເລນິນ ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍ ມະຕິ, ຄຳສັ່ງ, ລະບຽບກົດໝາຍ ແລະ ມູນເຊື້ອຂອງອະດີດການນຳ ບັນພະບູລຸດ ນຳມາໝູນໃຊ້ເຂົ້າໃນໜ້າທີ່ການເມືອງ ທີ່ໄດ້ຮັບການມອບໝາຍຢ່າງຖືກຕ້ອງ ແລະ ປະດິດສ້າງ; ຄະນະພັກແຕ່ລະສະຫາຍ ແມ່ນມີສະຕິຕໍ່ການຈັດຕັ້ງ ມີສະຕິຕໍ່ທຸກກົນອຸບາຍ ຫັນປຽນໂດຍສັນຕິຂອງສັດຕູ, ປະຕິບັດມາດຖານຂອງຄະນະພັກຢ່າງເຂັ້ມງວດ, ນໍາພາປັບປຸງກໍ່ສ້າງໃຫ້ບັນດາໜ່ວຍພັກທີ່ຂຶ້ນກັບ ກາຍເປັນໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ແຕ່ລະປີກວມ 100%.
ໃນໄລຍະ 5 ປີຜ່ານມາສາມາດຂະຫຍາຍມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກ ຈໍານວນ 53 ສະຫາຍ ຍິງ 29 ສະຫາຍ ທຽບໃສ່ແຜນ 5 ປີຜ່ານມາ ເພີ່ມຂຶ້ນ 3.92%; ກວດກາຕີລາຄາການປະເມີນການກໍ່ສ້າງໜ່ວຍພັກ ໃນແຕ່ລະປີ ສາມາດແບ່ງປະເພດສະມາຊິກພັກ ປະເພດແຂງກວມເອົາ 95.37%; ສະມາຊິກພັກສົມບູນໄດ້ຮັບບັດສະມາຊິກພັກ 133 ສະຫາຍ ກວມເອົາ 55.88% ຂອງຈໍານວນສະມາຊິກພັກສົມບູນທັງໝົດ. ພະນັກງານ, ລັດຖະກອນ ມີຄວາມເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ຮັບການເຊື່ອໝັ້ນຈາກຄະນະປະຈໍາພັກ ນະຄອນຫຼວງວຽງຈັນ, ຈາກມະຫາຊົນ ກໍຄືຈາກຂົງເຂດການເງິນທຸກຂັ້ນ ຖືກແຕ່ງຕັ້ງເປັນຮອງເຈົ້າຄອງນະຄອນຫຼວງວຽງຈັນ 1 ສະຫາຍ ເປັນຫົວໜ້າພະແນກການເງິນ 1 ສະຫາຍ, ເປັນຮອງຫົວໜ້າພະແນກການເງິນ 2 ສະຫາຍ, ເປັນຮອງກົມພາສີ 1 ສະຫາຍ, ຮອງກົມສ່ວຍສາອາກອນ 1 ສະຫາຍ, ຫົວໜ້າຂະແໜງສາຍຕັ້ງ 3 ສະຫາຍ, ຮອງຫົວໜ້າຂະແໜງສາຍຕັ້ງ 4 ສະຫາຍ, ເລື່ອນຕໍາແໜ່ງເປັນຫົວໜ້າຂະແໜງ ຈໍານວນ 10 ສະຫາຍ ຍິງ 3 ສະຫາຍ, ຮອງຫົວໜ້າຂະແໜງ ຈໍານວນ 24 ສະຫາຍ ຍິງ 3 ສະຫາຍ, ຫົວໜ້າຫ້ອງການການເງິນເມືອງ 2 ສະຫາຍ, ຮອງຫົວໜ້າຫ້ອງການການເງິນເມືອງ 4 ສະຫາຍ ຍິງ 2 ສະຫາຍ. ໜ່ວຍພັກໄດ້ຮັບນາມມະຍົດເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 4 ປີລຽນຕິດ ທັງໝົດ 15 ໜ່ວຍພັກ. ພ້ອມນີ້ ຍັງໄດ້ຮັບການຍ້ອງຍໍປະເພດຫຼຽນໄຊແຮງງານ ຊັ້ນ II ຈໍານວນ 2 ສະຫາຍ, ຫຼຽນໄຊແຮງງານຊັ້ນ III ຈໍານວນ 25 ສະຫາຍ; ຫຼຽນກາແຮງງານ 48 ສະຫາຍ, ຍ້ອງຍໍຂັ້ນລັດຖະບານ 135 ສະຫາຍ, ຍ້ອງຍໍເຈົ້າຄອງນະຄອນຫຼວງວຽງຈັນ 142 ສະຫາຍ.
ໃນຖານະທີ່ເປັນເສນາທິການ ໃຫ້ອົງຄະນະພັກ, ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ກະຊວງການເງິນ ໄດ້ເອົາໃຈໃສ່ເປັນເຈົ້າການຄົ້ນຄວ້າ ແລະ ຫັນເອົາເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນມາເປັນແຜນງານ, ໂຄງການອັນລະອຽດຂອງຕົນ ແລະ ຈັດຕັ້ງນໍາພາ-ຊີ້ນໍາ ບັນດາໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານພະແນກການເງິນ ກໍຄືຂະແໜງການເງິນນະຄອນຫຼວງວຽງຈັນ ປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍຢ່າງແຂງແຮງ ແລະ ຮັບຜິດຊອບສູງ. ໃນໄລຍະ 5 ປີຜ່ານມາ ສາມາດປະຕິບັດລາຍຮັບທັງໝົດໄດ້ 32,709.28 ຕື້ກີບ ເທົ່າກັບ 116.32% ຂອງແຜນການ, ສະເລ່ຍເທົ່າກັບ 7.62% ຂອງ GDP ນະຄອນຫຼວງວຽງຈັນ ເປັນເງິນລື່ນແຜນ 4,589.39 ຕື້ກີບ, ທຽບໃສ່ການປະຕິບັດ 5 ປີຜ່ານມາ (2015-2019) ເພີ່ມຂຶ້ນ 78%, ໃນນັ້ນ: ລາຍຮັບສູນກາງ (ພາສີ) ປະຕິບັດຢູ່ນະຄອນຫຼວງ ປະຕິບັດໄດ້ 22,194.99 ຕື້ກີບ ເທົ່າກັບ 109.33% ຂອງແຜນການ, ເປັນເງິນລື່ນແຜນ 1,894.72 ຕື້ກີບ, ທຽບໃສ່ການປະຕິບັດ 5 ປີຜ່ານມາ ເພີ່ມຂຶ້ນ 85%, ພົ້ນເດັ່ນແມ່ນສາມາດປະຕິບັດໄດ້ເກີນແຜນ 2 ປີ ລຽນຕິດ; ລາຍຮັບພູດທ້ອງຖິ່ນຂອງນະຄອນຫຼວງວຽງຈັນ ປະຕິບັດໄດ້ 10,514.29 ຕື້ກີບ ເທົ່າກັບ 134.46% ຂອງແຜນການ, ເປັນເງິນລື່ນແຜນ 2,694.67 ຕື້ກີບ, ທຽບໃສ່ການປະຕິບັດ 5 ປີຜ່ານມາ ເພີ່ມຂຶ້ນ 65%, ພົ້ນເດັ່ນແມ່ນສາມາດປະຕິບັດລາຍຮັບໄດ້ເກີນແຜນ 5 ປີ ລຽນຕິດ. ສາມາດສະໜອງລາຍຈ່າຍງົບປະມານ ເຂົ້າໃສ່ແຜນພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຫຼວງ ທັງໝົດ 4,368.65 ຕື້ກີບ ເທົ່າກັບ 99.13% ຂອງແຜນການ, ທຽບໃສ່ 5 ປີຜ່ານມາ (2015-2019) ລາຍຈ່າຍເພີ່ມຂຶ້ນ 35%, ໃນນີ້ ໄດ້ສຸມໃສ່ການລົງທຶນເພື່ອການພັດທະນາ ກວມເອົາເກືອບ 17% ແລະ ສຸມໃສ່ລາຍຈ່າຍບໍລິຫານກົງຈັກລັດ (ລວມທັງເງິນເດືອນ ແລະ ເງິນນະໂຍບາຍຕ່າງໆ) ເທົ່າກັບ 83% ຂອງລາຍຈ່າຍທັງໝົດ. ສາມາດດຸ່ນດ່ຽງ ໃຫ້ສູນກາງ ບ້ວງພັນທະຕາມແຜນລວມທັງໝົດ 4,316.35 ຕື້ກີບ ເທົ່າກັບ 100% ຂອງແຜນການ, ທຽບໃສ່ 5 ປີຜ່ານມາ (2015-2019) ດຸ່ນດ່ຽງເພີ່ມຂຶ້ນ 47%, ສາມາດດຸ່ນດ່ຽງ ໃຫ້ສູນກາງເພີ່ມຂຶ້ນໃນແຕ່ລະປີ ເພື່ອມອບເຂົ້າຄັງສະສົມແຫ່ງລັດ ຂອງກະຊວງການເງິນ.
ໃນກອງປະຊຸມໄດ້ປ່ອນບັດເລືອກເອົາຄະນະພັກຊຸດໃໝ່ ແລະ ຜູ້ແທນສົມບູນ ສຳຮອງເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VIII ອົງຄະນະພັກ ນວ ຊຶ່ງມີຜູ້ສະໝັກ 11 ສະຫາຍ ເລືອກເອົາ 9 ສະຫາຍ ໃນນັ້ນໄດ້ເລືອກເອົາສະຫາຍ ວຽງສາລີ ອິນທະພົມ ເປັນເລຂາຄະນະພັກຮາກຖານ, ສະຫາຍ ວໍລະເດດ ໂຄດສີເມືອງ ເປັນຮອງເລຂາ, ສະຫາຍ ພຸດທະຂັນ ຂັນຕີ ເປັນປະທານກວດກາພັກ ແລະ ສະຫາຍ ເກດພູສີ ພິມມະເສນ ເປັນຮອງປະທານກວດກາພັກ ແລະ ໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກນະຄອນຫຼວງວຽງຈັນ.
ໃນໂອກາດນີ້, ສະຫາຍ ອາດສະພັງທອງ ສີພັນດອນ ໄດ້ໂອ້ລົມເນັ້ນໃຫ້ຄະນະພັກຮາກຖານຊຸດໃໝ່ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ຖັນແຖວພະນັກງານ ພ້ອມທັງຕ້ອງຍົກສູງສະຕິຕໍ່ການຈັດຕັ້ງເປັນເຈົ້າການປະຕິບັດກົດລະບຽບຂອງພັກ ແລະ ກົດໝາຍ ແລະ ຂໍ້ຫ້າມຂອງສະມາຊິກພັກ – ພະນັກງານຂະແໜງການເງິນ, ຈັນຍາບັນ ຈັນຍາທຳຂອງພະນັກງານໃນການປະຕິບັດກົດໝາຍການບໍລິການປະຊາຊົນດ້ວຍນໍ້າໃຈເສຍສະຫຼະ ແລະ ໃຫ້ມີຄວາມເຂັ້ມງວດເດັດຂາດ ສືບຕໍ່ປະກອບສ່ວນໃນການປະຕິບັດສອງວາລະແຫ່ງຊາດໃຫ້ຖືເປັນວຽກປົກກະຕິ ໂດຍສະເພາະແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ຄະນະພັກຕ້ອງເອົາໃຈໃສ່ນຳພາພະນັກງານສະມາຊິກພັກໃຫ້ສົມທົບວຽກງານການພົວພັນຮ່ວມມືຕິດພັນກັບວຽກງານເສດຖະກິດ ໝາຍຄວາມວ່າການເຄື່ອນໄຫວວຽກງານຕົວຈິງນັ້ນ ນອກຈາກຍາດແຍ່ງເອົາຜົນປະໂຫຍດທາງດ້ານການເມືອງແລ້ວ ຕ້ອງເຄື່ອນໄຫວຊຸກຍູ້ການຈັດເກັບລາຍຮັບໃໝ່ ໃຫ້ມີລັກສະນະຕັ້ງໜ້າໃຫ້ຫຼາຍຂຶ້ນເພື່ອເປັນກຳລັງແຮງ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງ.
ຂ່າວ-ພາບ:ຕຸໄລເພັດ