ຄະນະຈັດຕັ້ງສູນກາງພັກ ສະຫຼຸບຕີລາຄາວຽກງານຮອບດ້ານ ປະຈໍາປີ 2024
ວັນທີ 21 ກຸມພາ 2025 ຄະນະຈັດຕັ້ງສູນກາງພັກໄດ້ຈັດກອງປະຊຸມສະຫຼຸບຕີ ລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານພາຍໃນອົງການຂອງຕົນ ເພື່ອສ້າງຂະ ບວນການ ແລະ ຜົນງານຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກ (22 ມີນາ 1955 – 22 ມີ ນາ 2025) ແລະ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ (25 ມີນາ 1955-25 ມີນາ 2025) ຄົບຮອບ 70 ປີ; ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຄະນະພັກ ຄະນະຈັດ ຕັ້ງສູນກາງພັກ, ຄະນະໜ່ວຍພັກ, ສະມາຊິກພັກ, ຄະນະກົມ-ຫ້ອງ ການ, ສູນ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ທັງບໍານານ ແລະ ປະຈໍາການ ເຂົ້າຮ່ວມ 100 ກວ່າຄົນ.

ກອງປະຊຸມໄດ້ສະຫຼຸບຕີລາຄາວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ໄດ້ສະຫຼຸບຕີລາຄາວຽກງານແຂ່ງຂັນ-ຍ້ອງຍໍ ແລະ ປະກາດການແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງຈໍານວນໜຶ່ງ. ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ຄະນະພັກ ຄະນະຈັດຕັ້ງສູນກາງພັກ ໄດ້ນໍາພາ-ຊີ້ນໍໍາບັນດາໜ່ວຍພັກ ເປັນເຈົ້າການກໍ່ສ້າງໜ່ວຍພັກດ້ວຍຄວາມຮັບຜິດຊອບສູງ ປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01 ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291 ວ່າດ້ວຍການເພີ່ມທະວີສ້າງໜ່ວຍພັກ ປອດໃສ, ເຂັມແຂງ, ໜັກແໜ້ນ ຢ່າງເຂັ້ມງວດ; ຜ່ານການຄົ້ນຄວ້າຂອງຄະນະຮັບຜິດ ຊອບປະເມີນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ມີ 8 ໜ່ວຍພັກ ທີ່ຄົບຕາມມາດຖານເງື່ອນໄຂ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄື: ໜ່ວຍພັກຫ້ອງການ, ໜ່ວຍພັກກົມຈັດຕັ້ງ-ພະນັກງານ, ໜ່ວຍພັກກົມກໍ່ສ້າງພັກ, ໜ່ວຍພັກກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ, ໜ່ວຍພັກກົມຄຸ້ມຄອງພະນັກງານ, ໜ່ວຍພັກກົມກໍ່ສ້າງພະນັກງານ, ໜ່ວຍພັກກົມໂຄສະນາກໍ່ສ້າງພັກ-ພະນັກງານ ແລະ ໜ່ວຍພັກສູນພັດທະນາວຽກງານຈັດຕັ້ງ ພ້ອມນີ້ກໍ່ໄດ້ຈັດພິທີມອບໃບຢັ້ງຢືນ ແລະ ໃບຍ້ອງຍໍ ໃຫ້ 8 ໜ່ວຍພັກດັ່ງກ່າວຢ່າງສົມກຽດ.
ຜ່ານການສະຫຼຸບຕີລາຄາປະເມີນຜົນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ທົ່ວອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ປະຈໍາປີ 2024 ທຽບໃສ່ປີ 2023 ເຫັນວ່າຈໍານວນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພີ່ມຂຶ້ນ 2 ໜ່ວຍພັກ; ສະມາຊິກພັກແຂງ ກວມເອົາ 94,33%; ສະມາຊິກພັກກາງ 5,67%, ບໍ່ມີສະມາຊິກພັກອ່ອນ.
ກອງປະຊຸມໄດ້ສະຫຼຸບຕີລາຄາວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະ ນາ ປະຈໍາປີ 2024 ເຊິ່ງຫ້ອງການ, ບັນດາກົມ, ສູນ ໄດ້ມີການຄົ້ນຄວ້າ, ຜັນຂະຫຍາຍວຽກງານແຂ່ງຂັນ-ຍ້ອງຍໍ ຕິດພັນກັບວຽກງານວິຊາສະເພາະຕາມບົດບາດ, ສິດ-ໜ້າທີ່ຂອງຕົນ ພາຍໃຕ້ຄຳຂວັນຂອງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ຢ່າງເປັນຂະບວນຟົດຟື້ນຕໍ່ເນື່ອງ ແລະ ສຳເລັດຜົນຕາມຄາດ ໝາຍທີ່ວາງໄວ້; ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະ 01 ປີຜ່ານມາ ສາມາດສະຫຼຸບ ຕີລາຄາ ແລະ ປະເມີນຜົນວຽກງານແຂ່ງຂັນ-ຍ້ອງຍໍ “ຮັກຊາດ ແລະ ພັດທະ ນາ” ຕາມການຈັດລະດັບຂອງຄະນະຮັບຜິດຊອບ ໄດ້ດັ່ງນີ້: ລະດັບດີຫຼາຍ 127 ສະ ຫາຍ, ຍິງ 53 ສະຫາຍ; ລະດັບດີ 39 ສະຫາຍ, ຍິງ 18 ສະຫາຍ; ໄດ້ຮັບໃບຍ້ອງຍໍຄະນະຈັດຕັ້ງສູນກາງພັກ 67 ສະຫາຍ, ຍິງ 20 ສະຫາຍ ແລະ ໃບຊົມເຊີຍ 60 ສະຫາຍ, ຍິງ 33 ສະຫາຍ.
ໃນວາລະກອງປະຊຸມ ຍັງໄດ້ມີພິທີປະກາດການແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ ຈໍານວນ 2 ສະຫາຍ ດັ່ງນີ້:
1. ສະຫາຍ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ ເປັນຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ເລກທີ 365/ຄລສພ ລົງວັນທີ 31 ມັງກອນ 2025 ວ່າດ້ວຍການການແຕ່ງຕັ້ງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ.
2. ສະຫາຍ ສຸລິຍາ ພົມມີສິດ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ເປັນວ່າການແທນຫົວໜ້າກົມຄຸ້ມຄອງພະນັກງານ ຕາມຂໍ້ຕົກລົງຂອງຄະນະຈັດຕັ້ງສູນກາງພັກ ເລກທີ 57/ຄຈສພ ລົງວັນທີ 20 ກຸມພາ 2025.
ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລ ຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາໜ່ວຍພັກທີ່ໄດ້ຮັບນາມມະຍົດເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ພະນັກງານ-ລັດຖະກອນ ຫຼາຍສະຫາຍໄດ້ຮັບການຍ້ອງຍໍ-ຊົມເຊີຍ ໃນຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 2024 ພ້ອມທັງເນັ້ນໃຫ້ຜູ້ທີ່ໄດ້ຮັບໜ້າທີ່ຕໍາແໜ່ງໃໝ່ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ປັບປຸງແບບແຜນວິທີເຮັດວຽກດ້ວຍບາດກ້າວໃໝ່, ຍົກສູງຄວາມຮັບ ຜິດຊອບໜ້າທີ່ການເມືອງຂອງຕົນ ເປັນຕົ້ນແມ່ນທິດທາງແຜນການ ວຽກງານຈຸດສຸມໃນປີ 2025 ແລະ ປີຕໍ່ໄປ, ຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າ ທີ່ເປັນເສນາທິການວຽກງານຈັດຕັ້ງ ດ້ວຍຄວາມຈົ່ງຮັກພັກດີ ແລະ ມີຄວາມຮັບຜິດ ຊອບສູງກວ່າເກົ່າ, ເພີ່ມທະວີປັບປຸງກົນໄກການປະສານງານ, ການປະສານສົມທົບລະຫວ່າງການຈັດຕັ້ງພາຍໃນຄະນະຈັດຕັ້ງສູນກາງພັກກັບບັນດາອົງການຂອງສູນ ກາງ ແລະ ທ້ອງຖິ່ນ; ລະຫວ່າງ ຫ້ອງການ, ບັນດາກົມ ແລະ ສູນ ດ້ວຍກັນ ຢ່າງກົມ ກຽວ ພ້ອມກັນຈັດຕັ້ງປະຕິບັດວຽກງານ ໃນປີ 2025 ໃຫ້ມີຜົນສໍາເລັດຕາມຄາດ ໝາຍ.
ຂ່າວ: ຄຳສະຫວັນ ພົມມະວົງ





