ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບ ໂຄງການກໍ່ສ້າງຄອງຊົນລະປະທານເບຕົງ ບ້ານໂພນດູ່

Feb 24, 2025

ພີທີມອບ-ຮັບ ແລະ ເປີດນໍາໃຊ້ ໂຄງການກໍ່ສ້າງຄອງຊົນລະປະ ທານເບຕົງ ບ້ານ ໂພນດູ່ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2025 ຜ່ານມາ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອາລຸນສັກ ປະທຳມະວົງ ເລຂາພັກເມືອງ, ທ່ານ ປັນຍາສິດ ສີມຜາລີ ຜູ້ປະສານງານໂຄງການຂັ້ນສູນກາງ, ກົມພັດທະນາຊົນນະບົດກະຊວງກະສິກຳ ແລະ ປ່າໄມ້, ທ່ານ ພູວົງ ລາດຊະວົງ ຕາງໜ້າຜູ້ໃຫ້ທຶນ, ມີຜູ້ອຳນວຍການບໍລິສັດ ສີງນໍາຈະເລີນຄົບວົງຈອນຈໍາກັດ (ບໍລິສັດຮັບເໝົາ) ພ້ອມດ້ວຍພະ ນັກງານ, ວິຊາການທັງສອງຝ່າຍ ແລະອຳນາດການປົກຄອງບ້ານເຂົ້າຮ່ວມ.
ໃນພິທີຜູ້ຕາງໜ້າ ບໍລິສັດ ສີງນໍາຈະເລີນ ຄົບວົງຈອນ ຈໍາກັດ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງຄອງຊົນລະປະທານເບຕົງ ບ້ານ ໂພນດູ່ ມີຄວາມຍາວ 700 ແມັດ, ກວ້າງ 70 ຊັງຕີແມັດ ແລະ ລວງສຸງ 70 ຊັງຕີແມັດ, ເຊິ່ງສົ່ງນ້ຳສະໜອງຫົດເນື້ອທີ່ດິນທໍາການຜະລິດຂອງພໍ່ແມ່ປະຊາຊົນຈຳນວນ 35 ເຮັກຕາ, ຈຳ ນວນ 37 ຄອບຄົວ ທີ່ໄດ້ຊົມໃຊ້ ໂຄງການຄອງຊົນລະປະທານດັ່ງກ່າວແມ່ນໜຶ່ງໂຄງການທີ່ນອນຢູ່ໃນແຜນການພັດທະນາພື້ນຖານໂຄງລ່າງຂອງ ຂະແໜງການກະສິກຳ ແລະ ປ່າໄມ້ ເມືອງ, ແຂວງ ກໍຄື ຂັ້ນສູນກາງ ເພື່ອພັດທະນາໂຄງການຄໍ້າປະກັນດ້ານສະບຽງອາຫານ ແລະ ຫລຸດຜ່ອນຄວາມທຸກຍາກ ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວໂດຍການໃຫ້ທຶນຂອງອົງການ KOICA ປະຈຳ ສປປລາວ, ໃນມູນຄ່າ 34.125 ໂດລາສະຫະລັດ, ເຊິ່ງແມ່ນບໍລີສັດ ສີງນໍາຈະເລີນຄົບ ວົງຈອນເປັນຜູ້ຮັບເໝົາກໍ່ສ້າງ, ການກໍ່ສ້າງໃຊ້ເວລາ 3 ເດືອນສໍາເລັດ 100 %,ຈາກນັ້ນໄດ້ຈັດພີທີເຊັນມອບ-ຮັບ ລະຫ່ວາງ ບໍລິ ສັດສີງນໍາຈະເລີນຄົບວົງຈອນຈຳກັດ ກັບເຈົ້າຂອງໂຄງການກໍ່ຄືຫ້ອງການກະສິກຳ ແລະປ່າໄມ້ເມືອງ ແລ້ວມອບຕໍ່ໃຫ້ບ້ານ ໂພນດູ່ ເປັນຜູ້ຄຸ້ມຄອງນຳໃຊ້ຕໍ່ໄປ.
ພາບ-ຂ່າວ: ທອງວັນດີ