ກອງປະຊຸມໃຫຍ່ ສະມາຊິກພັກ ຄະນະພັກຮາກຖານ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຫຼວງພະບາງ ຄັ້ງທີ VI ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 24 ກຸມພາ 2025 ນີ້ ທີ່ຫ້ອງປະຊຸມຂອງ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີ ສະຫາຍ ບຸນເລື່ອມ ມະນີວົງ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍ ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະສະມາຊິກພັກ ທີ່ຂຶ້ນກັບຄະນະພັກຮາກຖານ ເຂົ້າຮ່ວມ. ສະຫາຍ ນາງ ສຸດາພອນ ຄົມທະວົງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຖວທ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ສຸມໃສ່ພິຈາລະນາ ຮັບຮອງເອົາບົດລາຍການເມືອງ ແລະທິດທາງແຜນການໃນຕໍ່ໜ້າ, ຜ່ານບົດສໍາຫຼວດການນໍາພາລວມ ຂອງຄະນະພັກ ແລະແຜນພັດທະນາວຽກງານ ຖວທ, ພ້ອມກັນນີ້ ຈະໄດ້ເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ວຽກງານໃນຕໍ່ໜ້າ ແລະເປັນເອກະພາບ ຮັບຮອງເອົາມະຕິກອງປະຊຸມ ທັງຈະໄດ້ຮັບຟັງການໂອ້ລົມ ການນຳຂອງແຂວງຫຼວງພະບາງ ເພື່ອເປັນທິດຊີ້ນຳທີ່ສຳຄັນ ໃຫ້ແກ່ຄະນະພັກຮາກຖານຊຸດໃໝ່ ແລະສະມາຊິກພັກທຸກຖ້ວນໜ້າ ສືບຕໍ່ປະຕິບັດພາລະໜ້າທີ່ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄັ້ງນີ້ ໃຫ້ປະກົດຜົນເປັນຈິງ. ໂອກາດນີ້ ສະຫາຍ ໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມເປັນເຈົ້າການ ແລະຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ຕົກລົງບັນດາບັນຫາສຳຄັນໃຫ້ເລິກເຊິ່ງ, ເພື່ອເຮັດໃຫ້ທຸກຂັ້ນຕອນໃນການດຳເນີນກອງປະຊຸມ ບັນລຸຈຸດປະສົງເປົ້າໝາຍທີ່ກຳນົດໄວ້, ພ້ອມທັງ ມີຄວາມເປັນເອກະພາບ ຮັບຮອງເອົາເນື້ອໃນກອງປະຊຸມ ດ້ວຍບັນຍາກາດຟົດຟື້ນ ແລະປະສົບຜົນສໍາເລັດ ຢ່າງສະຫງ່າງາມ.
ກອງປະຊຸມໃຫຍ່ ສະມາຊິກພັກ ຄະນະພັກຮາກຖານພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ຄັ້ງທີ VI ຈະໄດ້ດຳເນີນ ເປັນເວລາເຄິ່ງວັນ ພາຍໃຕ້ຫົວຂໍ້: “ເພີ່ມທະວີການນໍາພາຂອງພັກ ຕໍ່ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອສ້າງການຫັນປ່ຽນໄປສູ່ຄຸນະພາບ, ວ່ອງໄວ, ທັນສະໄໝ ແລະຮັກສາຄຸນຄ່າມໍຣະດົກໂລກ ໃຫ້ຍືນຍົງ”. ພາຍຫຼັງກ່າວໄຂກອງປະຊຸມ ໄດ້ມີການຜ່ານຮ່າງບົດລາຍງານການເມືອງ ຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກຮາກຖານ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ມະຕິ XI ຂອງພັກ, ມະຕິ VIII ຂອງອົງຄະນະພັກແຂວງ, ລວມທັງການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ການກະກຽມຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະຂະບວນການ ແຂ່ງຂັນຮັກຊາດ-ພັດທະນາ. ປັດຈຸບັນໃນຄະນະພັກຮາກຖານ ມີ 10 ໜ່ວຍພັກທີ່ຂຶ້ນກັບ; ມີສະມາຊິກພັກ 178 ສະຫາຍ, ຍິງ 65 ສະຫາຍ, ສໍາຮອງ 4 ສະຫາຍ, ຍິງ 3 ສະຫາຍ, ສາມາດຕີລາຄາຈັດປະເພດສະມາຊິກພັກ, ໄດ້ປະເພດ ແຂງ 175 ສະຫາຍ, ຍິງ 64 ສະຫາຍ; ກາງ 3 ສະຫາຍ, ຍິງ 1 ສະຫາຍ, ຈັດເປັນປະເພດທຸກໜ່ວຍພັກ ໄດ້ປະເພດແຂງ ແລະຫຼາຍໜ່ວຍພັກ ສາມາດໄດ້ຮັບນາມມະຍົດ ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ 3 ປີຊ້ອນ.
ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນ ອິດທິພົນ





