ກອງປະຊຸມໃຫ່ຍຜູ້ແທນຄັ້ງທີ VIII ຂອງອົງຄະນະພັກເມືອງນານ ແຂວງຫຼວງພະບາງ ໄດ້ໄຂຂຶ້ນໃນວັນທີ 24 ກຸມພາ 2025 ໂດຍການເປັນປະທານ ຂອງສະຫາຍ ຄໍາເກັ່ງ ຈັນທະວີສຸກ ກໍາມະການພັກແຂວງ ເລຂາພັກເມືອງ, ໃຫ້ກຽດເຂົ້າຮ່ວມມີສະຫາຍ ສຸກັນ ບຸນຍົງ ຮອງເລຂາພັກແຂວງ,ສະຫາຍ ນາງ ສີລິພອນ ສຸພັນທອງ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງໃນນາມຜູ້ຊີ້ນໍາເມືອງ, ມີເຈົ້າເມືອງຊຽງເງິນ ແຂວງຫຼວງພະບາງ, ເຈົ້າເມືອງກາສີ ແຂວງວຽງຈັນ, ເຈົ້າເມືອງໄຊຍະບູລີ ແຂວງໄຊຍະບູລີ, ຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ ພ້ອມດ້ວຍຜູ້ແທນສົມບູນ 116 ສະຫາຍ, ຍິງ 11 ສະຫາຍ ທີ່ເປັນຕົວແທນ ໃຫ້ສະມາຊິກພັກໃນທົ່ວເມືອງເຂົ້າຮ່ວມ.
ສະຫາຍ ຄໍາເກັ່ງ ຈັນທະວີສູຸກ ກ່າວໄຂກອງປະຊຸມໃຫ່ຍຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຍິ່ງ ເຊິ່ງຜູ້ແທນ ຈະໄດ້ພ້ອມກັນຕີລາຄາທົບທວນຄືນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງ ຍົກໃຫ້ເຫັນຜົນງານທີ່ຍາດມາໄດ້ໃນ 5 ປີຜ່ານມາ ພ້ອມກັນນັ້ນກໍ່ຈະໄດ້ທົບທວນຄືນ ຜົນສຳເລັດຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ. ໃນໄລຍະຜ່ານມາຄະນະພັກທຸກຂັ້ນ, ສະມາຊິກພັກ,ພະນັກງານ-ລັດຖະກອນຕະຫຼອດຮອດປະຊາຊົນບັນດາເຜົ່າ ພາຍໃນເມືອງນານ ໄດ້ເປັນເຈົ້າການປົກປັກຮັກສາ, ສ້າງສາພັດທະນາເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍຈັ່ງຫວະໜັກແໜ້ນພໍສົມຄວນ ແລະ ຖືກທິດສາມາດກຸ້ມຕົນເອງທາງດ້ານສະບຽງອາຫານ, ໂຄງລ່າງພື້ນຖານ ໄດ້ຮັບການກໍ່ສ້າງ ແລະ ປັບປຸງນັບທັງຕົວເມືອງ ແລະ ຊົນນະບົດ, ການແກ້ໄຂຄວາມທຸກຍາກ, ການເຕົ້າໂຮມບ້ານນ້ອຍເປັນບ້ານໃຫຍ່ ເພື່ອສ້າງບ້ານພັດທະນາໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດເປັນຢ່າງດີ. ຂະບວນການຜະລິດເປັນສິນຄ້າທີ່ເປັນມູນເຊື້ອ ແລະ ມີທ່າແຮງທາງດ້ານເສດຖະກິດໄດ້ຮັບການຊຸກຍູ້-ສົ່ງເສີມຢ່າງກວ້າງຂວາງ. ຄູນນະພາບການຮຽນ-ການສອນໄດ້ຮັບການປັບປຸງໃຫ້ນັບມື້ດີຂຶ້ນ ປະຊາຊົນບັນດາເຜົ່າ ໄດ້ຮັບການບໍລິການດ້ານສາທາລະນະສຸກຢ່າງທົ່ວເຖິງ. ການຄູ້ມຄອງລັດ-ຄູ້ມຄອງສັງຄົມໄດ້ຫັນເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ, ການຈັດຕັ້ງພັກ ແລະ ອົງການປົກຄອງແຕ່ລະຂັ້ນ ໄດ້ຮັບການປັບປຸງໃຫ້ມີປະລິມານ ແລະ ຄຸນນະພາບ. ເພື່ອເຮັດໃຫ້ເມືອງນານ ສືບຕໍ່ມີສະຖຽນລະພາບ, ມີຄວາມສະຫງົບອັນໜັກແໜ້ນ ແລະ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໄດ້ດຳເນີນໄປດ້ວຍດີນັ້ນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງພວກເຮົາ ຈະໄດ້ຄົ້ນຄ້ວາພິຈາລະນາຮັບຮອງເອົາບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ນີ້ ຮອດປີ 2029 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຊຸມປີຕໍ່ໜ້າ ພ້ອມກັນນັ້ນຈະໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານ ແລະ ເລືອກຕັ້ງເອົາຜູ້ແທນຕາງໜ້າໃຫ້ອົງຄະນະພັກເມືອງ ໄປຮ່ວມກອງປະຊຸມໃຫ່ຍ ຄັ້ງທີ IX ຂອງອົງຄະນະພັກແຂວງ.






