ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IX ຂອງອົງຄະນະພັກເມືອງ ໄຊເສດຖາ

Feb 24, 2025

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IX ຂອງອົງຄະນະພັກເມືອງ ໄຊເສດຖາ ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24-25 ກຸມພາ 2025 ພາຍໃຕ້ຄຳຂວັນ: ຍົກສູງບົດບາດການນຳພາຮອບດ້ານຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ສູ້ຊົນປົກປັກຮັກສາ ແລະ ສ້າງສາພັດທະນາເມືອງກ້າວຂຶ້ນຢ່າງໜັກແໜ້ນ.
ກອງປະຊຸມສຳຄັນ ຄັ້ງນີ້ໄດ້ຮັບກຽດເປັນປະທານຊີ້ນຳໂດຍ ສະຫາຍ ຄຳບຸນ ດວງພະບາງ ຮອງເລຂາພັກແຂວງ ຜູ້ຊີ້ນຳຂົງເຂດວຽກງານພັກ-ພະນັກງານທົ່ວແຂວງ, ມີບັນດາ ສະຫາຍຮອງເລຂາພັກ, ຄະນະປະຈຳພັກແຂວງ, ຄະນະນຳກ່ຽວຂ້ອງຂັ້ນແຂວງ, ບັນດາ ສະຫາຍ ໃນອົງຄະນະພັກເມືອງພ້ອມດ້ວຍ ແຂກທີ່ຖືກເຊີນຈາກບັນດາເມືອງ ແລະ ບັນດາສະຫາຍຜູ້ແທນສົມບູນເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ສີໄລ ສີສະແຫວງສຸກ ກຳມະການພັກເເຂວງ, ເລຂາພັກເມືອງ, ເຈົ້າເມືອງໄຊເສດຖາ ຍົກໃຫ້ເຫັນໃນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IX ຂອງອົງຄະນະພັກເມືອງ ໄຊເສດຖາ ໃຫ້ຮູ້ວ່າ: ກອງປະຊຸມ ຄັ້ງນີ້ ຈະໄດ້ພ້ອມກັນຕີລາຄາການຈັດຕັ້ງປະຕິບັດ ມະຕິ XI ຂອງພັກ, ມະຕິ XI ຂອງແຂວງ ເວົ້າລວມ, ເວົ້າສະເພາະ ແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ,
ເປັນການສັງລວມຄືນ ໝາກຜົນການນຳພາ ແລະ ຖອດຖອນບົດຮຽນ ດ້ານທິດສະດີ-ພຶດຕິກຳໃນ 5 ປີຜ່ານມາ ແລະ ພ້ອມກັນພິຈາລະນາຄົ້ນຄວ້າ, ທຸກທ່າແຮງບົ່ມຊ້ອນພາຍໃນເມືອງໃຫ້ໄດ້ຮັບການຂຸດຄົ້ນ ແລະ ເສີມຂະຫຍາຍຢ່າງແຂງແຮງເຮັດໃຫ້ເມືອງໄຊເສດຖາມີໂສມໜ້າໃໝ່, ມີການຫັນປ່ຽນທີ່ຕັ້ງໜ້າ, ເສດຖະກິດໃຫ້ໄດ້ຫັນປ່ຽນຈາກທຳມະຊາດ ແລະ ເຄິ່ງທຳມະຊາດ ໄປສູ່ພື້ນຖານເສດຖະກິດຕະຫຼາດທີ່ມີຫຼາຍພາກສ່ວນເສດຖະກິດ, ຫຼາຍຮູບການກຳມະສິດພາຍໃຕ້ການນຳພາຂອງອົງຄະນະພັກເມືອງ, ການຄຸ້ມຄອງດັດສົມຂອງລັດ, ຍົກລະດັບໃນການສ້າງປະຖົມປັດໄຈໃນຊຸມປີຕໍ່ໜ້າໃຫ້ກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມຢ່າງໜັກແໜ້ນ.
ສະຫາຍ ສີໄລ ສີສະແຫວງສຸກ ຍັງໃຫ້ຮູ້ອີກວ່າ: ການນຳພາ-ຊີ້ນຳວຽກງານບໍລິຫານລັດໃນໄລຍະຜ່ານມາ ທົ່ວອົງຄະນະພັກເມືອງໄຊເສດຖາ ຍັງພົບເຫັນໄດ້ຫຼາຍບັນຫາ ມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ເເລະ ສິ່ງທ້າທາຍຫຼາຍປະການກໍຕາມ ແຕ່ຍ້ອນແນວທາງການເມືອງທີ່ຖືກຕ້ອງຂອງພັກ, ອົງຄະນະພັກເມືອງ ໄດ້ຫັນມະຕິຕ່າງໆຂອງພັກ ສອດຄ່ອງກັບສະພາບ ຈຸດພິເສດຂອງທ້ອງຖິ່ນ ບວກກັບຄວາມສາມັກຄີເປັນປຶກແຜ່ນ ຂອງອົງຄະນະພັກເມືອງ ແລະ ອົງການປົກຄອງທຸກຂັ້ນມີຄວາມຕັດສິນໃຈສູງ ນຳພາ-ຊີ້ນຳ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ IX ດ້ວຍຈິດໃຈບຸກທະລຸ ຢ່າງແຂງແຮງ ເຊິ່ງສາມາດຍາດໄດ້ຜົນງານຫຼາຍດ້ານ ຕາມທິດ ແລະ ຈຸດໝາຍທີ່ຕັ້ງໄວ້ ສັງລວມແລ້ວທົ່ວເມືອງ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດສືບຕໍ່ມີການຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກສູງຄຸນນະພາບດີຂຶ້ນຕາມລຳດັບຢ່າງຕໍ່ເນື່ອງ.
ໃນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IX ຂອງອົງຄະນະພັກເມືອງ​ໄຊ​ເສດຖາ ຍັງຕ້ອງໄດ້ພ້ອມກັນປ່ອນບັດຄັດເລືອກເອົາຄະນະບໍລິຫານງານອົງຄະນະພັກເມືອງຊຸດໃໝ່, ປ່ອນບັດເລືອກເອົາຜູ້ແທນສົມບູນ-ສໍາຮອງໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງອົງຄະນະພັກແຂວງພ້ອມທັງຮັບຟັງການໂອ້ລົມໃຫ້ທິດຊີ້ນໍາຂອງສະຫາຍ ປະທານ ກອງປະຊຸມໃຫຍ່ ເພື່ອແນໃສ່ສືບຕໍ່ປະຕິບັດແນວທາງ ຂອງພັກ, ແຜນນະໂຍບາຍ ແລະ ລະບຽບກົດໝາຍ ຂອງລັດ ໃນການສ້າງສາພັດທະນາເມືອງໄຊເສດຖາ ໃຫ້ຫັນໄປສູ່ຄຸນນະພາບໃໝ່ສູງຂຶ້ນກວ່າເກົ່າ. ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IX ຂອງອົງຄະນະພັກເມືອງ ໄຊເສດຖາ ຈະໄດ້ດໍາເນີນໄປເປັນເວລາ 2 ວັນຈຶ່ງຈະອັດລົງ.
ໂດຍ: ສາຍນ້ຳເຊກອງ