ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ໄດ້ຈັດສໍາມະນາກ່ຽວກັບການສ້າງຄວາມເຂັ້ມແຂງ ໃນວຽກງານຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຂຶ້ນໃນວັນທີ 24 ກຸມພາ ນີ້ ທີ່ ໂຮງແຮມອາມະລີ ນະຄອນຫຼວງວຽງຈັນ. ໂດຍການກ່າວເປີດ ແລະ ເປັນປະທານ ຂອງທ່ານ ນາງ ຈັນໂສດາ ພອນທິບ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຮອງປະທານ ຄຊກມດ; ທ່ານ ນາງ ມະນີວອນ ຫຼວງສົມບັດ ຫົວໜ້າຫ້ອງການ ຄຊກມດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງໃນການຈັດການສຳມະນາຄັ້ງນີ້, ເພື່ອຍົກສູງຄວາມຮັບຮູ້ ແລະ ເຂົ້າໃຈໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ຢູ່ ສປປ ລາວ; ຄວາມສະເໝີພາບຍິງ-ຊາຍ, ການພັດທະນາ, ປົກປ້ອງສິດທິເດັກ, ການຕ້ານຄວາມຮຸນແຮງຕໍ່ແມ່ຍິງ-ເດັກ ແລະ ເພີ່ມທະວີຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ແລະ ກົນໄກໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.
ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ສະເໝີພາບຍິງ-ຊາຍ ເປັນວຽກງານທີ່ສໍາຄັນຕົ້ນຕໍຂອງສັງຄົມ ທັງເປັນບັນຫາໃຈກາງທີ່ຕ້ອງໄດ້ຮັບການພັດທະນາຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ເວົ້າລວມ ເວົ້າສະເພາະ ກໍຄື ສປປ ລາວ ທີ່ພັກ ແລະ ລັດ ຍາມໃດກໍໃຫ້ຄວາມເອົາໃຈໃສ່ ແລະ ໄດ້ຖືສໍາຄັນວຽກງານດັ່ງກ່າວ ຊຶ່ງສະແດງອອກໃນແນວທາງຢ່າງແທ້ຈິງ ໂດຍອີງໃສ່ແນວທາງນະໂຍບາຍຂອງພັກ-ລັດທີ່ວາງອອກໃນແຕ່ລະໄລຍະ ລວມທັງໄດ້ມີກົນໄກທີ່ເຮັດວຽກກ່ຽວກັບການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກ ໃນ ສປປ ລາວ ຊຶ່ງມີຢູ່ 3 ກົນໄກ ຄື: ສະພາແຫ່ງຊາດ, ສູນກາງສະຫະພັນແມ່ຍິງລາວ ແລະ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຊຶ່ງແຕ່ລະກົນໄກຈະມີພາລະບົດບາດ ແລະ ໜ້າທີ່ ທີ່ແຕກຕ່າງກັນ ແຕ່ກໍແມ່ນຈຸດປະສົງເພື່ອສົ່ງເສີມ ແລະ ພັດທະນາວຽກງານຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ໃນ ສປປ ລາວ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ໃນການສໍາມະນາບັນດາຜູ້ເຂົ້າຮ່ວມຈະໄດ້ຮັບຟັງການນຳສະເໜີເອກະສານຕ່າງໆ ທີ່ກ່ຽວຂ້ອງກັບວຽກງານຄວາມກ້າວໜ້າແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ວຽກແມ່ ແລະ ເດັກ ທີ່ ຄຊກມດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ນຳໄປຜັນຂະຫຍາຍເປັນແຜນການ, ໂຄງການ ແລະ ກິດຈະກຳອັນລະອຽດ, ການເຊື່ອມສານຄວາມສະເໝີພາບຍິງ-ຊາຍທີ່ຕິດພັນກັບວຽກງານຂອງຂະແໜງການຕົນເຂົ້າໃນແຜນລວມຂອງກະຊວງ, ອົງການ ເປັນຕົ້ນແຜນດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ, ວຽກແມ່ ແລະ ເດັກ ແລະ ແຜນດໍາເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ, ບັນດານິຕິກໍາພາຍໃນ ແລະ ສາກົນກ່ຽວກັບສິດທິຂອງແມ່ຍິງ ແລະ ສິດທິເດັກ. ນອກຈາກນັ້ນ, ຍັງໄດ້ສົນທະນາ ແລະ ແລກປ່ຽນບົດຮຽນຮ່ວມກັນ ໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ໃນແຕ່ລະພາກສ່ວນ ລວມທັງການຮ່ວມມືກັນໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.
ຂ່າວ-ພາບ: ຍຸພິນທອງ-ບຸນອູ້ມ




