ຄອບຄົວ ທ້າວ ສີທາ ແກ້ວປະເສີດ ແມ່ນຄອບຄົວໜຶ່ງ ທີ່ມີຄວາມດຸໝັ່ນທຳການຜະລິດກະສິກຳແລະຮູ້ນຳໃຊ້ທ່າແຮງຂອງທ້ອງຖິ່ນໃນການປູກໝາກກ້ຽງເລີ່ມແຕ່ປີ2015ເປັນຕົ້ນມາຮອດປັດຈຸບັນສາມາດສ້າງລາຍຮັບເຂົ້າຄອບຄົວປີລະຫຼາຍສິບລ້ານກີບຈາກການຂາຍໝາກກ້ຽງ.
ທ້າວ ສີທາ ແກ້ວປະເສີດ ອາຍຸ 39 ປີ ໄດ້ຂຶ້ນປະກອບຄຳເຫັນ ຕໍ່ກອງປະຊຸມໃຫ່ຍຜູ້ ແທນອົງຄະນະພັກເມືອງແມດ ຄັ້ງທີ V ວ່າ: ໃນການປູກໝາກກ້ຽງເປັນສີນຄ້າ ຂ້າພະເຈົ້າເປັນຄົນພື້ນຖານຢູ່ບ້ານຫາດຍາວ ເມືອງແມດ ແຂວງວຽງຈັນ ຄອບຄົວມີ 5 ຄົນ, ແຮງງານຕົ້ນຕໍ ມີ 3 ແຮງງານ ຄອບຄົວ ຂ້າພະເຈົ້າແມ່ນຢືດຖືອາຊີບພະນັກ ງານສັງກັດຢູ່ຫ້ອງການພາຍໃນເມືອງ, ອາຊີບສຳຮອງ ແມ່ນປູກໝາກກ້ຽງ ໃຊ້ເວລາຫວ່າງຈາກໂມງເລີກການ ບວກໃສ່ຕົນເອງມີພອນສະຫວັນ ໃນການປູກ ໝາກກ້ຽງນ້ອຍ.
ໃນປີ 2015 ໄດ້ເລີ່ມປູກໝາກກ້ຽງ 1,5 ເຮັດຕາ, ລົງທຶນປູກໃນເບື້ອງຕົ້ນ, ຊື້ເບ້ຍ, ຝຸ່ນ,(ປຸຍ) ຫຼັກຮົ້ວ, ເຫຼັກໜາມ, ຊື້ຈັກຕັດຫຍ້າ ແລະ ຈັກສີດຢາບຳລຸງ ລວມເປັນເງິນ 25.000.000 ກີບ,ຮັບໃຊ້ການບົວລະບັດຮັກສາ 5 ປີ ມາຮອດຕົ້ນປີ 2020 ຈິງໄດ້ເກັບຜົນຜະລິດ (ໝາກກ້ຽງ) ຂາຍໄດ້ເປັນເງິນ 55.000.000 ກີບ,ປີ 2021 ຂ້າພະເຈົ້າລົງທຶນຊື້ຢາບຳລຸງ, ປຸຍ, ບົວລະບັດຮັກສາ ເປັນເງິນ 3.000.000 ກີບ, ເກັບຜົນຜະລິດ ( ໝາກກ້ຽງ) ຂາຍໄດ້ເປັນເງິນ 75.000.000 ກີບ,ປີ 2022 ໄດ້ລົງທຶນຊື້໋ຢາບຳລຸງ, ຂີ້ເຈຍມາໃສ່, ບົວລະບັດຮັກສາ ເປັນເງິນ 3.000.000 ກີບ, ສາມາດເກັບຜົນຜະລິດ (ໝາກກ້ຽງ) ຂາຍໄດ້ເປັນເງິນ 85.000.000 ກີບ,ປີ 2023 ,ໄດ້ລົງທຶນຊື້ຢາບຳລຸງ, ປຸຍມາໃສ່ເປັນເງິນ 5.000.000 ກີບ, ສາມາດເກັບຜົນຜະລິດ ( ໝາກກ້ຽງ) ຂາຍໄດ້ເປັນເງິນ 90.000.000 ກີບ.
ສ່ວນການຂາຍຜົນຜະລິດແມ່ນມີແມ່ຄ້າເຂົ້າມາເກັບຊື້ຢູ່ໃນສວນ ແລະ ສົ່ງຕາມຮ້ານທົ່ວໄປ ຢູ່ພາຍໃນເມືອງ, ພາຍຫຼັງທີ່ລົບຕົ້ນທຶນອອກໃນແຕ່ລະປີ ສາມາດສ້າງລາຍຮັບເຂົ້າຄອບຄົວເປັນເງິນ 85.000.000 ກີບ/ປີເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວຂ້າພະເຈົ້າດີຂື້ນກວ່າເກົ່າ.
ທ. ສີທາ ແກ້ວປະເສີດ ກ່າວອີກວ່າ ສາເຫດທີ່ຕົນເອົາຕັດສິນໃຈປູກໝາກກ້ຽຍຂາຍກໍ່ຍ້ອນວ່າເຫັນແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດຂັ້ນເທິງວາງອອກ, ການຊຸກຍູ້ສົ່ງເສີມຈາກຄະນະພັກ, ອົງການປົກຄອງເມືອງທຸກຂັ້ນໃຫ້ການແນະນຳໂດຍສະເພາະຂະແໜງການກ່ຽວຂ້ອງ ຊຸກຍູ້ສົ່ງເສີມສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບົດຮຽນເລີມຕົ້ນຈາກການລິເລີ່ມກ້າວເຂົ້າໄປສູ່ການຜະລິດກະສິກຳເປັນສິນຄ້າ ພັດທະນາຂື້ນເປັນກ້າວໆ ແກ່ທຸລະກິດຄອບຄົວຂອງຂ້າພະເຈົ້າ ສິງທີ່ສຳຄັນແມ່ນການຕັດສິນໃຈມີຄວາມດຸໝັ່ນອົດທົນ ຈຶງເຮັດໃຫ້ຄອບຄົວຂ້າພະເຈົ້າປະສົບຜົນສຳເລັດ ກາຍເປັນຄອບຄົວຕົວແບບ.
ເຖິງວ່າໄດ້ຮັບໝາກຜົນດີກໍ່ຕາມ ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການ ເຫັນວ່າຂ້າພະເຈົ້າຍັງມີຄວາມຈຳເປັນຈະໄດ້ປັບປຸງຄວາມຮູ້ ຫຼື ຝຶກອົບຮົມແລກປ່ຽນບົດຮຽນ, ເຕັກນິກອັນໃໝ່ໆຕືມອີກ ຂ້າພະເຈົ້າພ້ອມແລ້ວທີ່ຈະເຜີຍແຜ່ບົດຮຽນ ແລະ ວິທີການ, ປະສົບການ ໃຫ້ກັບຄອບຄົວອື່ນໆ ທີ່ມີຄວາມສົນໃຈ ເພື່ອຢາກໃຫ້ໄປຈັດຕັ້ງປະຕິບັດຕໍ່ໄປ.
ທີ່ມາ: ແຂວງວຽງຈັນໂພສ໌



