ວັນທີ 19 ກຸມພາ 2025, ພະແນກສະກັດກັ້ນຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຈະມີການຂົນສົ່ງຢາເສບຕິດມາແຕ່ເມືອງຕົ້ນເຜິ້ງ ຈະມຸ້ງໜ້າເຂົ້າມາທາງເທດສະບານເມືອງຫ້ວຍຊາຍ.
ເມື່ອໄດ້ຮັບແຫຼ່ງຂ່າວ ຫອ້ງຕໍາຫຼວດ ຈຶ່ງໄດ້ມອບໃຫ້ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ສົມທົບກັບເຈົ້າໜ້າທີ່ຕຳຫຼວດຈະລາຈອນແຂວງ ຕັ້ງຈຸດສະກັດລົດ ແລະ ກວດກາ, ຮອດເວລາປະມານ 03 ໂມງ 18 ນາທີ ໃນຕອນເຊົ້າ ຂອງວັນທີ 20 ກຸມພາ 2025 ຈຶ່ງສາມາດກັກລົດກະບະ ໄດ້ຈໍານວນ 03 ຄັນ ໝາຍເລກທະບຽນ ກກ 6626 ບໍ່ແກ້ວ, ກຂ 0490 ບໍ່ແກ້ວ ແລະ ກຂ 0237 ບໍ່ແກ້ວ ທີ່ແລ່ນລົງມາແຕ່ທາງເມືອງຕົ້ນເຜິ້ງ. ໃນນັ້ນ, ສາມາດກັກຕົວເປົ້າໝາຍໄດ້ ຈໍານວນ 02 ຄົນ ທີ່ຂັບລົດເປີດທາງມາກ່ອນເປັນຄັນທີ 1 ຄື: ທ້າວກໍຢ່າງ ອາຍຸ 26 ປີ ຢູ່ບ້ານຝາຍ ແລະ ທ້າວ ເລົ່າຢ່າງ ອາຍຸ 31 ປີ ຢູ່ບ້ານນໍ້າຕອຍ ທັງສອງ ມີອາຊີບເຮັດໄຮ່ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ສ່ວນລົດຄັນທີ 2 ແລະ 3 ທີ່ຂັບມາຕາມຫຼັງ ແມ່ນໄດ້ຈອດລົດໄວ້ຂ້າງທາງແລ້ວເອົາຕົວຫລົບໜີ ແລະ ຍັງມີລົດກະບະອີກ 01 ຄັນ ໄດ້ຕ່າວລົດກັບຄືນໄປທາງເມືອງຕົ້ນເຜິ້ງ ແລະ ເຈົ້າໜ້າທີ່ໄລ່ຕາມແຕ່ບໍ່ສາມາດນໍາຕາມລົດຄັນດັ່ງກ່າວໄດ້.
ເຈົ້າໜ້າທີ່ ໄດ້ກວດຄົ້ນລົດຄັນທີ 01 ແມ່ນບໍ່ພົບເຫັນສິ່ງທີ່ຜິດກົດໝາຍໃດໆ ສ່ວນຄັນທີ 2 ແລະ 3 ແມ່ນໄດ້ບັນທຸກເປົາຢາເສບຕິດທັງສອງຄັນ. ຮອດເວລາປະມານ 07 ໂມງ 30 ນາທີ ຈຶ່ງໄດ້ນໍາລົດທັງ 03 ຄັນ ຂຶ້ນມາກວດຢູ່ກອງບັນຊາການ ປກສ ແຂວງ ໂດຍສົບທົບກັບອົງການໄອຍາການປະຊາຊົນແຂວງ.
ຜ່ານການກວດຄົ້ນພົບຢາເສບຕິດ ປະເພດຢາບ້າ ຈຳນວນ 7500 ຫໍ່ ເທົ່າກັບ 15.000.000 ເມັດ, ມີນໍ້າໜັກ 1.500 ກິໂລກຼາມ.
ປະຈຸບັນທາງເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໄດ້ຢຶດເຄື່ອງຂອງກາງທັງໝົດ ພ້ອມດ້ວຍກັກຕົວພວກກ່ຽວທັງສອງໄວ້ ເພື່ອທຳການສືບສວນ-ສອບສວນ ຊອກຫາກຸ່ມແກ້ງຮ່ວມຂະບວນການ ມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.
ພາບ-ຂ່າວ: ປກສ ແຂວງບໍ່ແກ້ວ







