ໃນຕອນບ່າຍ ວັນທີ 21 ກຸມພາ 2025, ທີ່ໂຮງແຮມລາດຊະວົງວັນດາວິດສຕ້າ, ນະຄອນຫຼວງວຽງຈັນ ທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ ໄດ້ໃຫ້ກຽດເຂົ້າຮ່ວມໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມສະຫຼຸບວຽກງານສານປະຊາຊົນປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025; ມີທ່ານ ນາງ ວຽງທອງ ສີພັນດອນ, ປະທານສານປະຊາຊົນສູງສຸດ; ພ້ອມດ້ວຍພະນັກງານຫຼັກແຫຼ່ງສານປະຊາຊົນສູງສຸດ, ຄະນະປະທານສານ ປະຊາຊົນພາກເໜືອ, ພາກກາງ, ພາກໃຕ້, ບັນດາປະທານສານປະຊາຊົນແຂວງ-ນະຄອນຫຼວງວຽງຈັນ, ສານປະຊາຊົນເຂດ, ສານທະຫານພາກ, ສານທະຫານຂັ້ນສູງ ແລະ ແຂກຖືກເຊີນຈາກ ບັນດາກະຊວງ-ອົງການເຂົ້າຮ່ວມ.
ໃນໂອກາດນີ້, ປະທານສານປະຊາຊົນສູງສຸດ ໄດ້ລາຍງານກ່ຽວກັບຜົນຂອງກອງປະຊຸມສະຫຼຸບວຽກງານປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025 ເຫັນວ່າ: ກອງປະຊຸມ ໄດ້ຮັບຟັງການລາຍງານ ຜົນການຈັດຕັ້ງປະຕິບັດວຽກງານສານ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ຂອງຜູ້ຕາງໜ້າສານປະຊາຊົນແຕ່ລະພາກສ່ວນ; ຮັບຟັງການປະກອບຄຳເຫັນ ຜູ້ຕາງໜ້າຈາກກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງຍຸຕິທໍາ, ກໍາມາທິການຍຸຕິທໍາ ສະພາແຫ່ງຊາດ, ອົງການກວດກາແຫ່ງລັດ…ຜ່ານການປະກອບຄໍາເຫັນ ແມ່ນມີຫຼາຍບັນຫາທີ່ຍົກຂຶ້ນ ສະແດງເຖິງຄວາມເອົາໃຈໃສ່ຂອງທຸກພາກສ່ວນ ໃນການຊຸກຍູ້, ຕິດຕາມການເຄື່ອນໄຫວວຽກງານຂອງສານປະຊາຊົນ ເຊິ່ງເປັນຂໍ້ສະເໜີ, ທິດທາງ ໃຫ້ສານປະຊາຊົນ ແລະ ສານທະຫານ ໄດ້ນໍາໄປປັບປຸງແກ້ໄຂ ເປັນຕົ້ນ ເພີ່ມທະວີວຽກງານການໂຄສະນາ, ເຜີຍແຜ່ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ສະບັບປັບປຸງ ປີ 2024 ເພື່ອໃຫ້ເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈຫຼາຍຂຶ້ນ ກ່ຽວກັບການດໍາເນີນຄະດີຢູ່ສານ: ສືບຕໍ່ຄົ້ນຄວ້າ, ປັບປຸງເນື້ອໃນ ບົດບັນທຶກການຮ່ວມມື ຂອງສານປະຊາຊົນ ກັບ ກຳມາທິການຍຸຕິທໍາ ສະພາແຫ່ງຊາດ ກ່ຽວກັບການແກ້ໄຂ ຄໍາຮ້ອງຂໍຄວາມເປັນທໍາ; ຮ່ວມກັບກະຊວງປ້ອງກັນຄວາມສະຫງົບ ເພື່ອເກັບກໍາບັນຊີຜູ້ຖືກຫາ ແລະ ນັກໂທດ ໃຫ້ເປັນລະບົບທີ່ຊັດເຈນ; ຮ່ວມກັບກະຊວງຍຸຕິທຳ ກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ; ປະຕິບັດບົດບັນທຶກຮ່ວມມື ທີ່ໄດ້ລົງນາມຮ່ວມກັບ ອົງການໄອຍະການປະຊາຊົນສູງສຸດ ແລະ ອົງການກວດກາແຫ່ງລັດ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ທີ່ເປັນຮູບປະທໍາ; ເພີ່ມທະວີສຶກສາອົບຮົມການນໍາພາການ ເມືອງ-ແນວຄິດ ຂອງຜູ້ພິພາກສາ-ພະນັກງານຂອງສານ ໃຫ້ຮັກສາໄດ້ຈັນຍາບັນ-ຈັນຍາທຳ, ມີການຫັນປ່ຽນແບບແຜນວິທີເຮັດວຽກ ເພື່ອຊຸກຍູ້ການແກ້ໄຂຄະດີຢູ່ສານຂັ້ນຕົ້ນ ໃຫ້ມີຄວາມໂປງໃສ່, ແກ້ໄຂຂອດການດໍາເນີນຄະດີອາຍາທີ່ມີຄວາມຊັກຊ້າ, ຄະດີທີ່ດິນ ທີ່ມີຄວາມຫຍຸ້ງຍາກສັບສົນ, ລວມທັງ ການຄຸ້ມຄອງຂອງກາງໃນຄະດີ ແລະ ພື້ນຖານໂຄງລ່າງຂອງສານ; ບັນຫາການຄຸ້ມຄອງຊັບສິນທີ່ຍຶດ, ອາຍັດ ແລະ ສານຕັດສິນຮິບເປັນຂອງລັດ ເພື່ອຮັບປະກັນໃຫ້ຊັບສິນເຫຼົ່ານັ້ນ ໄດ້ປະມູນຂາຍກ່ອນການຕັດສິນ ຕາມທີ່ກໍານົດໄວ້ໃນດໍາລັດ 280/ນຍ ເພື່ອບໍ່ໃຫ້ຊັບສິນເປ່ເພເສຍຫາຍ; ປະ ສານສົມທົບອົງການປົກຄອງແຂວງ ໃນການຄົ້ນຄວ້າສັບປ່ຽນ, ຍົກຍ້າຍ, ແຕ່ງຕັ້ງ ແລະ ບໍາລຸງກໍ່ສ້າງຜູ້ພິພາກສາ, ພະ ນັກງານຂອງສານ, ການແກ້ໄຂຄະດີທີ່ມີຄວາມຫຍຸ້ງຍາກ, ຄົ້ນຄວ້າຊອກຫາວິທີທາງ ປະກອບງົບປະມານ, ພາຫະນະ, ອຸປະກອນຮັບໃຊ້ການເຄື່ອນໄຫວຕັດສິນ, ພິພາກສາຄະດີ ໃຫ້ມີຄວາມວ່ອງໄວ, ໂປງໃສ່, ເປັນທໍາ, ສາມາດນໍາໄປຈັດຕັ້ງປະຕິບັດໄດ້. ນອກນີ້, ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ເອກະສານ ທີ່ພົວພັນກັບການປະຕິບັດໜ້າທີ່ ແລະ ການຄຸ້ມຄອງບໍລິຫານສານ-ບໍລິຫານຄະດີ ຕາມພາລະບົດບາດ; ໄດ້ຍ້ອງຍໍຜົນງານການເຄື່ອນໄຫວວຽກງານ ຂອງກົມກອງ 35 ກົມກອງ, ຊົມເຊີຍ 45 ກົມກອງ, ຍ້ອງຍໍບຸກຄົນດີເດັ່ນ 1,553 ທ່ານ, ຍິງ 581 ທ່ານ, ຊົມເຊີຍ 296 ທ່ານ, ຍິງ 102 ທ່ານ.
ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ທີ່ສານປະຊາຊົນ ສາມາດປະຕິບັດໄດ້ໃນປີຜ່ານມາ. ອັນສຳຄັນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ: ສືບຕໍ່ຈັດຕັ້ງປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກສານປະຊາຊົນສູງສຸດ ແລະ ແຜນພັດທະນາລະບົບສານປະຊາຊົນ 5 ປີ ທີ່ວາງໄວ້; ໃຫ້ຖືສໍາຄັນ ແລະ ເອົາໃຈໃສ່ການກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ-ການຈັດຕັ້ງ, ຕັ້ງໜ້າປັບປຸງແບບແຜນນຳພາ ຂອງອົງຄະນະພັກ ຕາມແນວທາງ ແລະ ລະບຽບກົດໝາຍ; ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ລະບົບສານ (ສານປະຊາຊົນ ແລະ ສານທະຫານ) ແຕ່ສູນກາງລົງຮອດເຂດ ໃນແຕ່ລະໄລຍະໃຫ້ມີຄວາມຮັດກຸມ; ເພີ່ມທະວີຄວາມເອົາໃຈໃສ່ວຽກງານພະນັກງານ ຊຶ່ງອົງຄະນະພັກ ກໍ່ຄືຮາກຖານພັກແຕ່ລະຂັ້ນ ຕ້ອງເອົາໃຈໃສ່ປັບປຸງຢ່າງຈິງຈັງ ໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ໄປຄຽງຄູ່ກັບການສັບຊ້ອນ, ຈັດວາງບຸກຄະລາກອນ ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້, ຄວາມສາມາດ, ເປັນຜູ້ທີ່ໜຸ່ມແໜ້ນ, ມີຈັນຍາບັນ-ຈັນຍາທໍາ, ເປັນມືອາຊີບ ໃນການປະຕິບັດໜ້າທີ່ວຽກງານ, ຕັດສິນ, ພິພາກສາຄະດີ; ເອົາໃຈໃສ່ວຽກງານວິຊາສະເພາະຂອງສານ ໂດຍຍົກສູງຄວາມຮັບຜິດຊອບໃນການແກ້ໄຂຄະດີ ໃຫ້ມີຄວາມຍຸຕິທຳ, ຖືກຕ້ອງສອດຄ່ອງກັບລັດຖະທຳມະນູນ ແລະ ກົດໝາຍຢ່າງເຄັ່ງຄັດ, ຮັບປະກັນໃຫ້ມີຄຸນນະພາບ ແລະ ປະສິດທິພາບໃນການຕັດສິນ, ພິພາກ ສາຄະດີ ໃຫ້ມີຄວາມວ່ອງໄວ, ມີຄວາມໂປ່ງໃສດ້ວຍຂໍ້ມູນຫຼັກຖານຕົວຈິງ ແລະ ສາມາດກວດກາໄດ້, ຮັບປະກັນໃຫ້ ການຕັດສິນ ແລະ ພິພາກສາ ທີ່ຖືກຕ້ອງ ແລະ ເປັນທຳ, ຫຼີກເວັ້ນ ການນຳເອົາຄວາມຮູ້ສຶກສ່ວນຕົວ ຫຼື ອ່ຽງເອນໄປຕາມຜົນປະໂຫຍດດ້ານໃດໜຶ່ງມາຕັດສິນ ຫຼື ພິພາກສາ ເຮັດໃຫ້ຮູບຄະດີມີການປ່ຽນແປງ ທີ່ບໍ່ມີຄວາມເປັນທຳໃນສັງຄົມ, ບໍ່ໄປຕາມລະບຽບກົດໝາຍ ແລະ ຄວາມເປັນຈິງ; ເອົາໃຈໃສ່ການຄຸ້ມຄອງບໍລິຫານ ຂອງສານໃຫ້ມີຄຸນນະພາບ ແລະ ປະສິດທິພາບສູງ, ຫັນການບໍລິຫານຂອງສານ ເຂົ້າສູ່ທັນສະໄໝເທື່ອລະກ້າວ; ເອົາໃຈໃສ່ປະຕິບັດກົນໄກປະສານສົມທົບກັບອົງການດໍາເນີນຄະດີ ຕາມຂະບວນຍຸຕິທໍາ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂຄະດີໃຫ້ວ່ອງໄວ, ຖືກຕ້ອງຕາມນິຕິກໍາ, ກົດໝາຍ ແລະ ຄວາມເປັນຈິງ, ບັນຫາໃດທີ່ບໍ່ເອກະພາບ, ເຂົ້າໃຈບໍ່ຖືກຕ້ອງ ຫຼື ມີຂໍ້ສົງໄສ ຕ້ອງໄດ້ປຶກສາຫາລືໃຫ້ເຂົ້າໃຈເປັນເອກະພາບ, ບໍ່ໂຍນຄວາມຮັບຜິດຊອບໃຫ້ອົງການໃດໜຶ່ງ ທີ່ຈະເຮັດໃຫ້ປະຊາຊົນລະແວງສົງໄສຕໍ່ມາດຕະຖານ ໃນການນໍາໃຊ້ກົດໝາຍຂອງອົງການດໍາເນີນຄະດີ; ເພີ່ມທະວີປະສານສົມທົບໃນການນໍາໃຊ້ມາດຕະການ ຢຶດ, ອາຍັດຊັບທີ່ພົວພັນກັບການກະທໍາຜິດ ຕາມທີ່ກໍານົດໄວ້ໃນດໍາລັດເລກທີ 280/ນຍ ຢ່າງເຂັ້ມງວດ; ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນ ບໍ່ໃຫ້ມີການປະພຶດ ແລະ ປະຕິບັດໜ້າທີ່ຂອງພະນັກງານສານລະເມີດກົດໝາຍ ໂດຍສືບຕໍ່ສ້າງນິຕິກໍາກ່ຽວກັບກົດຈັນຍາບັນ, ຫຼັກການປະພຶດ, ຂໍ້ຫ້າມ, ມາດຕະການວິໄນຂອງພະນັກງານສານ ແລະ ເອກະສານສຶກສາອົບ ຮົມການເມືອງແນວຄິດ ແລະ ອື່ນໆ; ເອົາໃຈໃສ່ນໍາພາຄະນະກໍາມະການ ຕິດຕາມກວດກາປະພຶດ ແລະ ການປະຕິບັດໜ້າທີ່ຂອງຜູ້ພິພາກສາ ຢູ່ສານປະຊາຊົນແຕ່ລະຂັ້ນ ເຮັດວຽກຢ່າງແຂງແຮງ, ຕິດຕາມ ຫາງສຽງສັງຄົມ ແລະ ເກັບກໍາຂໍ້ມູນຄວາມເປັນຈິງ ໃຫ້ມີຄວາມຊັດເຈນ ເພື່ອປົກປ້ອງພະນັກງານ ທີ່ເຮັດໜ້າທີ່ຖືກຕ້ອງ ແລະ ລົງວິໄນຕໍ່ຜູ້ລະເມີດຢ່າງເດັດຂາດ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.






