ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານຖາມ-ຕອບຄວາມຮູ້ວິທະຍາສາດ ກ່ຽວກັບ 3 ວັນປະຫວດສາດ

Feb 25, 2025

ວັນທີ 20 ກຸມພາ 2025 ນີ້ ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ຈັດງານຖາມ-ຕອບຄວາມຮູ້ວິທະຍາສາດ ກ່ຽວກັບ 3 ວັນປະຫວດສາດຂອງຊາດ ທີ່ໂຮງຮຽນມັດທະຍົມສົມບູນ ເດັກກຳພ້າ. ມີ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວພະບາງ, ທ່ານ ອ່ອນຈັນ ແສງຄໍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍອໍານວຍການ, ຮອງອຳນວຍການໂຮງຮຽນ, ຄູສອນ, ແຂກຮັບເຊີນ ແລະນັກຮຽນເຂົ້າຮ່ວມ.
ການຈັດງານຄັ້ງນີ້ ເປັນການຫວນຄືນມູນເຊື້ອການສ້າງຕັ້ງ ແລະການເຕີບໃຫຍ່ຂະຫຍາຍຕົວຂອງພັກ ປະຊາຊົນປະຕິວັດລາວຕະຫຼອດໄລຍະ 70 ປີຜ່ານມາ, ທົບທວນມູນເຊື້ອແຫ່ງການຕໍ່ສູ້ປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດຕະຫຼອດໄລຍະ 50 ປິຜ່ານມາ ແລະເປັນການລະນຶກເຖິງຄຸນງາມຄວາມ ດີ, ຄວາມກະຕັນຍູຮູ້ຄຸນ ແລະຄຸນສົມບັດສິນທຳປະຕິວັດຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ.
ເຊີ່ງປະກອບມີ 3 ກິດຈະກຳ ຄື: ການຖາມຕອບ 3 ວັນປະຫວັດສາດ, ຄວາມຮູ້ທົ່ວໄປ, ໄອຊີທີ ແລະພາສາອັງກິດ, ການແຂ່ງຂັນໂຕ້ວາທີມີ 4 ຫົວຂໍ້ກ່ຽວກັບການສຶກ ສາ ຄື: ຮຽນຈົບມັດທະຍົມຕອນປາຍແລ້ວໄປປະກອບອາຊີບດີກວ່າຮຽນບໍ່ຈົບ, AI ຫຼື ປັນຍາປະດິດ ຈະມາເຮັດວຽກແທນຄົນໄດ້ ຫຼື ບໍ, ການນຳໃຊ້ໂຊຊຽວມີເດຍຂອງນັກ ຮຽນຊ່ວຍໃຫ້ເຂົາເຈົ້າຮຽນເກັ່ງຂຶ້ນຈິງ ຫຼື ບໍ? ແລະການຮຽນຮູ້ນຳຄູສອນ ກັບການຮຽນຮູ້ດ້ວຍຕົນເອງອັນໃດດີກວ່າກັນ ລວມທັງການແຂ່ງຂັນປຸງແຕ່ງອາຫານ ທີ່ເປັນເອກະລັກຂອງຫຼວງພະບາງ ໃນຫົວຂໍ້: “ເອາະຫຼາມຫຼວງພະບາງ”. ໂດຍມີທັງໝົດ 8 ໂຮງຮຽນເຂົ້າຮ່ວມແຂ່ງຂັນ.
ຜ່ານການແຂ່ງຂັນຜົນປະກົດວ່າ: ທີມຊະນະເລີດການຖາມ-ຕອບ 3 ວັນປະ ຫວັດສາດແມ່ນ ໂຮງຮຽນມັດທະຍົມສົມບູນສັນຕິພາບ, ທີ່ 2 ໂຮງຮຽນມັດທະຍົມປາຍ ພັນຫຼວງ, ທີ 3 ໂຮງຮຽນມັດທະຍົມສົມບູນ SOS, ຊະນະເລີດການແຂ່ງຂັນປຸງແຕ່ງ ອາຫານແມ່ນ ໂຮງຮຽນມັດທະຍົມປາຍພັນຫຼວງ, ທີ 2 ໂຮງຮຽນມັດທະຍົມສົມ ບູນ ສັນຕິພາບ, ທີ 3 ໂຮງຮຽນມັດທະຍົມສົມບູນ SOS, ສໍາລັບການໂຕວາທີ ທີມຊະນະເລີດແມ່ນ ໂຮງຮຽນມັດທະຍົມສົມບູນ SOS, ທີ 2 ໂຮງຮຽນມັດທະຍົມສົມບູນ ເດັກກໍາພ້າ ແລະທີ 3 ໂຮງຮຽນມັດທະຍົມສົມປາຍພັນຫຼວງ. ພິເສດໄດ້ມີລາງວັນ ນັກເວົ້າດີເດັ່ນໄດ້ແກ່ ນາງ ພຸດສະນີ ອິນທະວົງ ຈາກ ໂຮງຮຽນມັດທະຍົມປາຍພັນຫຼວງ.
ພາບ-ຂ່າວໂດຍ: ດາວອນ ມະນີວັນ