ໃນຕອນແລງວັນທີ 20 ກຸມພາ ຜ່ານມານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານຫຼຽວຫຼິນ(Liao Lin),ປະທານສະພາບໍລິຫານ ທະນາຄານອຸດ ສາຫະກຳ ແລະ ການຄ້າຈີນ(ICBC)ພ້ອມດ້ວຍຄະນະໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານປະທານສະພາບໍລິຫານ ທະນາຄານICBCພ້ອມດ້ວຍຄະນະພ້ອມທັງຕີລາຄາສູງຕໍ່ການປະກອບສ່ວນຂອງທະນາຄານICBCເວົ້າລວມ, ເວົ້າສະເພາະ ແມ່ນທະນາ ຄານ ICBCສາຂານະຄອນຫຼວງວຽງຈັນ ທີ່ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາໂດຍສະເພະການປະກອບສ່ວນສ້າງວຽກເຮັດງານທໍາໃຫ້ຄົນລາວ ແລະ ສ້າງຄວາມເຂັ້ມແຂງໃນຂົງເຂດວຽກ ງານດັ່ງກ່າວຂອງ ສປປ ລາວ ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານບົນຈິດໃຈ 4 ດີ ຄື: ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ ນັບມື້ກ້າວສູ່ລວງເລິກ ແລະ ເກີດດອກອອກຜົນເປັນກ້າວໆ.
ພ້ອມກັນນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນບັນດານະໂຍ ບາຍສົ່ງເສີມການຄ້າ, ການລົງທຶນ, ການພັດທະນາໂຄງລ່າງພື້ນຖານ, ພະລັງງານບໍ່ແຮ່, ການທ່ອງທ່ຽວ, ການພົວພັນຕ່າງປະເທດ, ລວມທັງ ສະພາບການພັດທະນາທີ່ພົ້ນເດັ່ນໃນຂົງເຂດວຽກງານຂະແໜງການຕ່າງໆ ຂອງ ສປປ ລາວ ໃນປະຈຸບັນ, ຕະ ຫຼອດຮອດທ່າແຮງ ໃນການພັດທະນາ ໃຫ້ຄະນະຂອງທ່ານ ປະທານສະພາບໍລິຫານທະນາຄານICBCຊາບຕື່ມອີກ;ໄດ້ສະເໜີຕໍ່ຄະນະຂອງທ່ານ ປະທານສະພາບໍລິຫານທະນາຄານICBCສືບຕໍ່ໃຫ້ການຊ່ວຍເຫຼືອ ໂດຍນໍາໃຊ້ຮູ້ຄວາມສາມາດ ແລະ ປະສົບ ການ ດ້ານການເງິນຂອງຕົນເພື່ອຊ່ວຍ ສປປ ລາວຍົກລະດັບຄວາມສາມາດດ້ານການເງິນ, ສົ່ງເສີມນະວັດຕະກຳດ້ານການເງິນ, ເຊື່ອມໂຍງລະບົບການເງິນກັບພາກພື້ນ ແລະ ສາກົນ ມີຄວາມຄ່ອງຕົວຫຼາຍຂຶ້ນ, ພ້ອມທັງສືບຕໍ່ສະໜັບສະໜູນດ້ານການເງິນ ໃຫ້ແກ່ທະນາຄານແຫ່ງ ສປປ ລາວເພື່ອປະກອບສ່ວນສໍາຄັນເຂົ້າໃນການຊໍາລະສະສາງລະຫວ່າງສອງສະກຸນເງິນກີບ-ເງິນຢວນ ກໍ່ຄືການຊຳລະສະສາງໃຫ້ແກ່ລູກຄ້າລະດັບຕ່າງໆ ທີ່ນໍາໃຊ້ເງິນກີບ, ເງິນຢວນ ໃຫ້ສະດວກສະບາຍ ແລະ ເຂົ້າລະບົບເທື່ອລະກ້າວ ເພື່ອພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ນັບມື້ມີຄວາມເຂັ້ມແຂງຂຶ້ນ.
ໂອກາດດຽວກັນ, ທ່ານ ປະທານສະພາບໍລິຫານICBC ກໍ່ໄດ້ສະແດງຄວາມໃຈເປັນຢ່າງສູງຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ຮອງນາຍົກລັດຖະມົນຕີ, ພ້ອມທັງ ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ ໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບບັນດາພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ໃນຄັ້ງນີ້; ໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນສຳເລັດໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ໃນປີ 2024ຂອງ ສປປ ລາວ; ໄດ້ລາຍງານໃຫ້ຊາບ ກ່ຽວກັບປະຫວັດການກຳເນີດເຕີບໃຫຍ່ ແລະ ສະພາບການບໍລິຫານທຸລະກິດທະນາຄານ ICBC;ສຳລັບທະນາຄານ ICBCສາຂານະຄອນຫຼວງວຽງຈັນ ກໍ່ແມ່ນໜຶ່ງໃນທະນາຄານທຸລະກິດທີ່ໃຫຍ່ ແລະ ບໍລິການຮັບໃຊ້ປະຊາຊົນລາວ ຢ່າງກວ້າງຂວາງ; ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ຄວາມເຊື່ອໝັ້ນ ແລະ ຊຸກຍູ້ສົ່ງເສີມທະນາຄານ ICBCສາຂານະຄອນ ຫຼວງວຽງຈັນຕະຫຼອດໄລຍະຜ່ານມາ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບສ້າງເງື່ອນໄຂໃຫ້ທະນາຄານ ICBCສາຂານະຄອນຫຼວງວຽງຈັນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ນັບມື້ຂະຫຍາຍຕົວ ແລະ ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ.
ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ.





