ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສໍາມະນາພາຍໃຕ້ຫົວຂໍ້: ວຽກງານບໍລິຫານລັດ, ການປົກຄອງທ້ອງຖິ່ນ ແລະ ວຽກງານຄຸ້ມຄອງລັດຖະກອນ

Feb 25, 2025

ວັນທີ 24 ກຸມພາ 2025, ກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: ວຽກງານບໍລິ ຫານລັດ, ການປົກຄອງທ້ອງຖິ່ນ ແລະ ວຽກງານຄຸ້ມຄອງລັດຖະກອນ ໄດ້ຈັດຂຶ້ນທີ່ ກະຊວງພາຍໃນ ໂດຍການເປັນປະທານຮ່ວມຂອງທ່ານ ວັນນະ ບຸບຜາ ຫົວໜ້າຫ້ອງການ ກະຊວງພາຍໃນ ແລະ ທ່ານ TAKANO Kazuki ຜູ້ອຳນວຍການບໍລິຫານສະພາການປົກຄອງທ້ອງຖິ່ນເພື່ອການພົວພັນສາກົນຂອງຢີ່ປຸ່ນ ປະຈຳ ສິງກະໂປ.
ການຈັດກອງປະຊຸມສໍາມະນາຄັ້ງນີ້ເພື່ອຮັບຟັງ ແລະ ແລກປ່ຽນບົດຮຽນ ກ່ຽວ ກັບວຽກງານບໍລິຫານລັດ, ການວຽກງານປົກຄອງທ້ອງຖິ່ນ ແລະ ວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ຢູ່ຂັ້ນທ້ອງຖິ່ນຂອງປະເທດຍີ່ປຸ່ນ ເຊິ່ງເປັນການນໍາສະເໜີຂໍ້ມູນຈາກວິທະຍາກອນຜູ້ຊົງຄຸນວຸດທິທີ່ມີປະສົບການ ແລະ ຄວາມຊ່ຽວຊານໃນສາ ຂາທີ່ກ່ຽວຂ້ອງ, ມີບົດຮຽນ ແລະ ປະສົບການຕົວຈິງໃນຂົງເຂດວຽກງານ.
ນອກຈາກນີ້, ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ມີສ່ວນຮ່ວມ ຫຼື ປະກອບສ່ວນໃນແລກປ່ຽນບົດຮຽນ, ການຖາມ-ຕອບ ແລະ ແລກປ່ຽນຄໍາຄິດເຫັນ ເຊິ່ງຈະຊ່ວຍໃຫ້ເກີດແນວທາງໃໝ່ໆໃນການພັດທະນາ ແລະ ແກ້ໄຂບັນຫາທີ່ກ່ຽວຂ້ອງກັບຫົວຂໍ້ ຫຼື ປະເດັນທີ່ກໍາລັງສຶກສາຄົ້ນຄວ້າ ເພື່ອປັບປຸງ ແລະ ພັດທະນາໃນຂົງເຂດວຽກງານທີ່ກ່າວມານັ້ນ.
ທີ່ມາ: ຂ່າວສານ ພາຍໃນ