ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງແມດ ຄັ້ງທີ V ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມໃນວັນທີ 25 ກຸມພາ 2025 ນີ້ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງວຽງຈັນ, ສະຫາຍ ຄຳປ່ຽນ ແສງສະຫວັດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງແມດ, ພ້ອມດ້ວຍຜູ້ແທນເຂົ້າຮ່ວມ 106 ສະຫາຍ, ຍິງ 5 ສະຫາຍ, ກອງປະຊຸມໄດ້ເປັນເອກະພາບເລືອກເອົາ ສະຫາຍ ອ່ອນຕາ ທຳມະວົງສາ ເປັນເລຂາຄະນະບໍລິຫານງານພັກເມືອງແມດ, ເລືອກເອົາ ສະຫາຍ ເຄນ ໄຕຄຳ ແລະ ສະຫາຍ ທອງຫວັນ ມຸງຄຸນວິໄລ ເປັນຮອງເລຂາ, ສ່ວນສະຫາຍ ຄຳປ່ຽນ ແສງສະຫວັດ ຖືກຍົກຍ້າຍ ແລະ ຊັບຊ້ອນໄປຮັບໜ້າທີ່ໃໝ່ຢູ່ຂັ້ນແຂວງ ພ້ອມນີ້ກໍ່ໄດ້ຮັບຮອງເອົາຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ 2025-2029.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງແມດ ຄັ້ງທີ V ໄດ້ເອກະພາບສູງ ຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ(2025-2029) ໄດ້ເປັນເອກະພາບກັນຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ໃນການນໍາພາ-ຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຜ່ານມາ, ເມືອງແມດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 5.59%ຕໍ່ປີ, ລວມຍອດລາຍຮັບຂອງເມືອງ ປະຕິບັດໄດ້ 399.62 ຕື້ກີບ, ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າໄດ້ຮັບການຍົກລະດັບດີຂື້ນເທື່ອລະກ້າວ ຄອບຄົວທຸກຍາກຫຼຸດລົງຍັງເຫຼືອ 104 ຄອບຄົວ, ກວມເອົາ 1.91% ຂອງຄອບຄົວທັງໝົດ. ພື້ນຖານໂຄງລ່າງດ້ານຕ່າງໆໄດ້ຮັບການຍົກລະດັບໃຫ້ດີຂຶ້ນ, ດ້ານວັດທະນະທຳ-ສັງຄົມໄດ້ຮັບການພັດທະນາ, ລະບົບການເມືອງ ແລະ ການປົກຄອງໃນລະບອບປະຊາທິປະໄຕປະຊາຊົນ ໄດ້ຮັບການປັບປຸງທາງດ້ານການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ; ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນໄດ້ເຄື່ອນໄຫວຕາມພາລະບົດບາດຢ່າງຕັ້ງໜ້າ, ຮາກຖານພັກໄດ້ຮັບການປັບປຸງໃຫ້ເຂັ້ມແຂງໄປຄຽງຄູ່ກັບຂະບວນການການສ້າງບ້ານພັດທະນາ.
ທິດທາງ, ໜ້າທີ່ລວມແຕ່ປີ 2025-2029 ສືບຕໍ່ຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ປັບປຸງກໍ່ສ້າງກໍາລັງປະກອບອາວຸດ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ຊໍານິຊໍານານດ້ານວິຊສະເພາະຮັບປະກັນໃຫ້ແກ່ການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ, ຊຸກຍູ້ການຜະລິດເປັນສິນຄ້າ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນໃຫ້ບັນລຸ 531.2 ຕື້ກີບ, ຂະແໜງກະສິກໍາໃຫ້ຂະຫຍາຍຕົວ 4.22 % ຂະແໜງອຸດສະຫະກໍາໃຫ້ຂະຫຍາຍຕົວ 12.03 %, ຂະແໜງການບໍລິການໃຫ້ຂະຫຍາຍຕົວ 11.47 %.
ກອງປະຊຸມໃຫຍ່ຄັ້ງທີ V ໄດ້ໃຊ້ສິດປະຊາທິປະໄຕຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ເລືອກຕັ້ງຄະນະບໍລິຫານງານພັກເມືອງແມດ ສະໄໝທີ V ມີຈຳນວນ 21 ສະຫາຍ, ຍິງ 2 ສະຫາຍ, ເລືອກຕັ້ງເອົາເລຂາ, ຮອງເລຂາພັກເມືອງ, ປະທານ ມີບັນດາສະຫາຍດັ່ງນີ້:
1. ສະຫາຍ ອ່ອນຕາ ທໍາມະວົງສາ ເປັນເລຂາຄະນະບໍລິຫານງານພັກເມືອງ
2. ສະຫາຍ ເຄນ ໄຕຄໍາ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ
3. ສະຫາຍ ທອງຫວັນ ມຸງຄຸນວິໄລ ຮອງເລຂາຄະນະບໍລິຫານງານພັກເມືອງ
ເລືອກເອົາປະທານຮອງປະທານກວດກາດັ່ງນີ້:
1. ສະຫາຍ ກິ່ງທອງ ພັນທະວົງ ເປັນປະທານກວດກາພັກ
2. ສະຫາຍນາງ ບຸນນໍາ ພິມມະສອນ ເປັນຮອງປະທານກວດກາ
3. ສະຫາຍ ກອງ ບຸດສະດີ ເປັນຮອງປະທານກວດກາ
ກອງປະຊຸມໃຫຍ່ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ທອງສະຫວັນ ວົງສໍາພັນ ຮອງເລຂາຄະນະບໍລິຫານງານພັກແຂວງວຽງຈັນ. ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳໆພາຂອງຄະນະບໍລິຫານງານພັກເມືອງແມດ ຊຸດທີ V ທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາສະມາຊິກພັກ, ພະນັກງານ ແລະປະຊາຊົນບັນດາເຜົ່າປະຕິບັດໜ້າທີ່ການເມືອງ ແລະ ຍາດໄດ້ຜົນສຳເລັດຫຼາຍດ້ານ. ພ້ອມກັນນັ້ນ; ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ໃຫ້ທິດທາງ ແຕ່ລະດ້ານລະອຽດພ້ອມທັງໃຫ້ຄວາມເຊື່ອໝັ້ນແກ່ຄະນະພັກຊຸດໃໝ່ ທີ່ຈະສືບຕໍ່ຊີ້ນຳໆພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງແມດ ຄັ້ງທີ V ມີຜົນສຳເລັດຢ່າງສູງ.
ທີ່ມາ: ແຂວງວຽງຈັນໂພສ໌







