ກອງບັນຊາການທະຫານຊາຍແດນ ຮ່ວມກັບ ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເພື່ອປຶກສາຫາລື ແລະ ຄົ້ນຄວ້າກ່ຽວກັບການກະກຽມຍົກລະດັບພະແນກ ຊາຍແດນທະຫານແຂວງສະຫວັນນະເຂດ ຂຶ້ນເປັນຫ້ອງທະຫານຊາຍແດນ, ຊຶ່ງກອງປະຊຸມໄດ້ຈັດຂຶ້ນໃນວັນທີ 24 ກຸມພາ 2025 ທີ່ຫ້ອງປະຊຸມເຮືອນຮັບຕ້ອນກອງບັນຊາການທະຫານແຂວງ ໂດຍການເປັນປະທານຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນ ຮອງເຈົ້າແຂວງ ສະຫວັນນະເຂດ, ສະຫາຍ ພັນເອກ ອຸນຄໍາສີ ແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ, ມີສະຫາຍ ພັນເອກ ສົມພິດ ແກ້ວວັນທອງ ຮອງກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນເອກ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ ແລະສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາໃນອົງການ 5 ຫ້ອງເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຜ່ານໂຄງຮ່າງການຈັດຕັ້ງ, ບຸກຄະລາກອນ, ຈໍານວນພົນທີ່ປະກອບຂອງຫ້ອງທະຫານຊາຍແດນ. ຈາກນັ້ນ, ຫົວໜ້າການເມືອງ ແລະ ຫົວໜ້າການທະຫານກອງບັນຊາການທະຫານແຂວງໄດ້ຜັດປ່ຽນກັນລາຍງານໂດຍຫຍໍ້ກ່ຽວກັບທີ່ຕັ້ງ, ຂອບເຂດຊາຍແດນ ແລະ ການເຄື່ອນໄຫວວຽກງານຊາຍແດນໃນໄລຍະຜ່ານມາ, ພ້ອມທັງມີການສະເໜີລາຍຊື່ເຂົ້າໃນໂຄງປະກອບບຸກຄະລາກອນ ຫ້ອງທະຫານຊາຍແດນ, ທີ່ປະກອບມີ: ຫົວໜ້າ ແລະ ຮອງຫົວໜ້າການເມືອງຫ້ອງທະຫານຊາຍແດນ, ຫົວໜ້າ ແລະ ຮອງຫົວໜ້າຜູ້ບັນຊາການທະຫານຊາຍແດນ, ພ້ອມກັນນັ້ນ ຍັງໄດ້ສະເໜີລາຍຊື່ບັນດາຫົວໜ້າ ແລະຮອງພະແນກການ ຈໍານວນ 6 ພະແນກການທີ່ຂຶ້ນກັບຫ້ອງທະຫານຊາຍແດນຄື: ພະແນກເສນາທິການ, ພະແນກການເມືອງ, ພະແນກສືບຂ່າວ, ພະແນກພະລາທິການ, ພະແນກເຕັກນິກ, ພະແນກບໍລິຫານ-ສັງລວມ. ຈາກນັ້ນ, ກອງປະຊຸມຍັງໄດ້ມີການຄົ້ນຄວ້າປຶກສາຫາລືກ່ຽວກັບທີ່ຕັ້ງສໍານັກງານຫ້ອງການ ແລະໄດ້ເຫັນດີເປັນເອກະພາບຕໍ່ການສະເໜີລາຍຊື່ບຸກຄະລາກອນເຂົ້າໃນໂຄງປະກອບ ແລະ ມີການປະກອບຄໍາຄິດ ຄໍາເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ການປະກາດຍົກລະດັບພະແນກຊາຍແດນ ຂຶ້ນເປັນຫ້ອງທະຫານຊາຍແດນບັນລຸໄດ້ຕາມຈຸດປະສົງທີ່ກຳນົດໄວ້.
ທີ່ມາ: ແຂວງສະຫວັນນະເຂດ



