ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ໄຊເສດຖາຄັ້ງທີ IX

Feb 25, 2025

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ໄຊເຊດຖາ ຄັ້ງທີ IX ໄດ້ສຳເລັດລົງຢ່າງຈົບງາມ ໃນວັນທີ 25 ກຸມພານີ້ ໂດຍການເຂົ້າຮ່ວມຂອງ ສະຫາຍ ຄຳບຸນ ດວງພະບາງ ຮອງເລຂາພັກແຂວງ ຜູ້ຊີ້ນຳຂົງເຂດວຽກງານພັກ-ພະນັກງານແຂວງອັດຕະປື
ກອງປະຊຸມ ໄດ້ສະຫຼູບຕີລາຄາຄືນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງຕະ ຫຼອດໄລຍະ 5 ປີຜ່ານມາ ເຫັນວ່າມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ທົ່ວເມືອງ ແມ່ນມີສະຖຽນລະພາບທາງດ້ານການເມືອງອັນໜັກ ແໜ້ນ, ທົ່ວສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດ ຖະກິດ-ສັງຄົມ ມີການພັດທະນາດ້ວຍບາດ ກ້າວ ແລະ ທ່າອ່ຽງໃໝ່, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ, ພື້ນຖານໂຄງລ່າງຂອງເມືອງກໍ່ໄດ້ຮັບການປັບປຸງແກ້ໄຂ, ຊີວິດການເປັນຢູ່ຂອງປະຊາຊົນກໍ່ໄດ້ຮັບການປັບປຸງດີຂື້ນເປັນກ້າວໆ, ອັດຕາສ່ວນຄວາມທຸກຍາກໄດ້ຫຼຸດໜ້ອຍຖອຍລົງໄດ້ 7,336 ຄອບຄົວ, ເທົ່າກັບ 92,31%, ບ້ານພົ້ນທຸກ 21 ບ້ານ ເທົ່າກັບ 95,4% ແລະ ຄອບຄົວ ພັດທະນາ 6,937 ຄອບຄົວ ເທົ່າກັບ 87,29%, ມີບ້ານພັດທະນາ 15 ບ້ານ ເທົ່າກັບ 68%, ການຂະຫຍາຍຕົວທາງດ້ານເສດຖະກິດຂອງເມືອງສະເລ່ຍ 5,8% ເທົ່າກັບ 72,5% ລວມຍອດລາຍຮັບຕົວຈິງຂອງປະຊາຊົນ 487 ຕື້ກວ່າກີບ, ເທົ່າກັບ 88%, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 12,5 ລ້ານກວ່າກີບ/ຄົນ/ປີ ເທົ່າກັບ 82%.
ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງແຜນການພັດທະ ນາເສດຖະກິດ-ສັງຄົມ 5 ປີ ຕໍ່ໜ້າ ແຕ່ປີ 2025- 2029 ເຊິ່ງຄາດໝາຍສູ້ຊົນຕົ້ນຕໍທາງດ້ານເສດຖະກິດ ຈະສຸມໃສ່ເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດໃຫ້ໄດ້ 6 ຫາ 7,5% ຕໍ່ປີ, ລວມຍອດລາຍຮັບຕົວຈິງຂອງປະຊາຊົນໃຫ້ໄດ້ 625 ຕື້ກວ່າກີບ, ສະເລ່ຍລາຍຮັບຕົວຈິງຂອງປະຊາຊົນໃຫ້ໄດ້ 15-20 ລ້ານກີບ/ຄົນ/ປີ.
ກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຄະນະບໍລິຫານງານພັກເມືອງ ຊຸດທີ່ IX ເຊິ່ງມີຜູ້ສະໝັກເລືອກຕັ້ງ 29 ສະຫາຍ, ຍີງ 4 ເລືອກໄດ້ 25 ສະຫາຍ, ຍິງ 3 ສະຫາຍ ແລະ ເລືອກເອົາຄະນະປະຈຳພັກເມືອງຈຳນວນ 7 ສະຫາຍ, ຍິງ 1 ສະ ຫາຍ.
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາ ສະຫາຍ ສີໄລ ສີສະແຫວງສຸກ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ຄຳແບນເເກ້ວ ນິສະຫວັນ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ພອນໄຊ ໄກສອນເສນາ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ສຸລິກາ ຈັນທະຄຳເມີ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ສຸກກອນ ດຳມະຈັນ ເປັນຮອງປະທານຄະນະກວດກາພັກເມືອງ, ສະຫາຍ ໂພສາ ທອງສະຫວັດ ເປັນຮອງປະທານຄະນະກວດກາພັກເມືອງ ແລະ ເລືອກໄດ້ຜູ້ແທນສົມບູນອີກ 17 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ XII.
ສະຫາຍ ຄຳບຸນ ດວງພະບາງ ຮອງເລຂາພັກແຂວງ ໄດ້ໂອ້ລົມໃຫ້ທິດຊີ້ນຳ ການຈັດຕັ້ງປະຕິບັດໜ້າທີ່ຂອງອົງຄະນະພັກເມືອງຊຸດໃໝ່ໃນຕໍ່ໜ້າ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນອົງຄະນະພັກເມືອງ ໃຫ້ໄດ້ຮັບຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້, ຄະນະພັກ, ອົງການຈັດຕັ້ງທຸກຂັ້ນຕ້ອງກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ ແລະ ນິຕິກຳຕ່າງໆ, ເອົາໃຈໃສ່ປັບປຸງການຈັດຕັ້ງ, ແບ່ງຂັ້ນຄຸ້ມ ຄອງ, ແບ່ງຄວາມຮັບຜິດຊອບລະຫວ່າງແຂວງ, ເມືອງບ້ານໃຫ້ມີຄວາມເປັນເອກະພາບ ແລະ ຂາດຕົວໃນການຄຸ້ມຄອງລັດຄຸ້ມ ຄອງສັງຄົມດ້ວຍລະບຽບກົດໝາຍໃຫ້ເຂັ້ມງວດ ແລະ ອື່ນໆ.
ທີ່ມາ: ສາຍນ້ຳເຊກອງ