ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ, ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງ ກັນຄວາມສະຫງົບ ໄດ້ລາຍງານໃຫ້ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ຮູ້ວ່າ: ໃນເວລາ 5 ໂມງເຊົ້າ ຂອງວັນທີ 25 ກຸມພາ 2025 ໄດ້ເກີດເຫດໄຟໄໝ້ເຮືອນຂອງ ທ້າວ ນົບພະລັດ ພັນທະວົງ, ອາຍຸ 31 ປີ, ອາຊີບຄ້າຂາຍ ຢູ່ບ້ານພະຂາວ, ໜ່ວຍ 16, ເມືອງໄຊທານີ, ນະຄອນຫລວງວຽງຈັນ, ເປັນເຮືອນວິນລາສອງຊັ້ນ.
ຜົນເສຍຫາຍເບື້ອງຕົ້ນ: ເຮືອນຖືກໄໝ້ໝົດຫລັງ, ເສຍຊິວິດ 1ຄົນ ຊື່ ນາງ ວິໄລຄຳ ອາຍຸ 31 ປີ, ອາຊີບຄ້າຂາຍ ເຊິ່ງເປັນເມຍເຈົ້າຂອງເຮືອນ ໂດຍເສຍຊິວິດຢູ່ໃນຫ້ອງນອນ ຊັ້ນ2. ລົດມອດໄຟອອກດັບມອດໄຟທັງໝົດ 5 ຄັນ ນໍາໃຊກຳລັງພົນ 20 ຄົນ.
ສ່ວນສາເຫດຂອງການເກີດອັກຄີໄພ ແລະ ຜົນເສຍຫາຍທັງໝົດທີ່ລະອຽດຊັດເຈນ ຍັງຢູ່ໃນຂັ້ນຕອນເກັບກໍາຂໍ້ມູນ ແລະ ສືບສວນຢູ່.






