ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານສະແດງຫຸ່ນເຟືອງໃຫຍ່ ຕິດພັນກັບການວາງສະແດງຂາຍສິນຄ້າທີ່ເມືອງໄຊບູລີ

Feb 25, 2025

ວັນທີ 24 ກຸມພານີ້ ທີ່ເດີ່ນຕະຫຼາດກະສິກໍາ, ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ພິທີເປີດງານວາງສະແດງຫຸ່ນເຟືອງໃຫຍ່ ຕິດພັນກັບງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ປະຈໍາປີ 2025.
ການຈັດງານຄັ້ງນີ້ ເພື່ອເປັນການຈັດຕັ້ງປະຕິບັດຕາມມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງໄຊບູລີວາງອອກ, ເພື່ອເປັນການຊຸກຍູ້ເສດຖະກິດ ພາຍໃນເມືອງໃຫ້ມີການແລກປ່ຽນຊື້-ຂາຍ ສິນຄ້າຂອງພໍ່ແມ່ປະຊາຊົນ. ປີນີ້, ມີຫຸ່ນເຟືອງໃຫຍ່ ທີ່ນໍາມາວາງສະແດງທັງໝົດ 4 ລາຍການ ມາຈາກ 4 ບ້ານຄື: ຫຸ່ນແຂ້ໃຫຍ່ມາຈາກບ້ານນາວເໜືອ, ຫຸ່ນຄວາຍໃຫຍ່ ມາຈາກບ້ານນາວໃຕ້, ຫຸ່ນປາໃຫຍ່ມາຈາກບ້ານກ້າງປາ ແລະ ຫຸ່ນກອງໃຫຍ່ ມາຈາກ ບ້ານສະກອງ. ພາຍໃນງານ ມີຮ້ານຄ້າ-ຂາຍທັງໝົດ 25 ຮ້ານ.