ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄທ ຈະຮ່ວມກັບລາວ ແລະ ກຳປູເຈຍ ປາບປາມການຫຼອກລວງທາງໂທລະຄົມ

Feb 25, 2025

ວັນທີ 22 ກຸມພາ 2025, ທ່ານ ພູມທຳ ເວດຊະຍາໄຊ, ຮອງນາຍົກລັດຖະມົນຕີ​ ທັງເປັນລັດຖະມົນຕີກະ​ຊວງປ້ອງກັນປະເທດໄທ ໄດ້ປະກາດຜ່ານທາງສື່ສັງຄົມອອນລາຍວ່າ: ໄທ ຈະຮ່ວມມືກັບລາວ ແລະ ກຳປູເຈຍ ປາບປາມສະຖານທີ່ຫລົບລີ້ຂອງກຸ່ມຫຼອກລວງທາງໂທລະຄົມ.
ທ່ານ ພູມທຳ ຢືນຢັນວ່າ: ຕົນໄດ້ປຶກສາຫາລືກັບລັດຖະມົນ ຕີ​ກະ​ຊວງປ້ອງກັນປະເທດລາວ ກ່ຽວກັບແຜນການຮ່ວມມືຕ່າງໆ ເຊັ່ນ: ການປາບປາມການຄ້າຢາເສບຕິດ, ການຄ້າມະນຸດ, ການ​ກໍ່​ອາຊະ​ຍາ​ກຳທາງອິນເຕີເນັດ ແລະອື່ນໆ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື.
ຕາມການລາຍງານຂ່າວຂອງໜັງສືພິມບາງກອກໂພສຂອວໄທ ໃຫ້ຮູ້ວ່າ: ທ່ານ ພູມທຳ ຍັງໄດ້ອອກຄຳສັ່ງໃຫ້ ທ່ານ ທັດໄຊ ປິຕະນີລາບຸດ ຜູ້ຊ່ວຍຜູ້ບັນຊາການຕຳຫຼວດແຫ່ງຊາດໄທ ຈັດກອງປະຊຸມກັບກົມໃຫຍ່ຕຳຫຼວດແຫ່ງຊາດກຳປູເຈຍ ວາງແຜນການເພື່ອປ້ອງກັນບໍ່ໃຫ້ກຸ່ມຫຼອກລວງທາງໂທລະຄົມຍົກຍ້າຍບ່ອນຢູ່ ອາໄສ. ນອກຈາກນີ້, ໄທ ກຳລັງຮ່ວມມືກັບຈີນ ແລະ ມຽນມາເພື່ອປາບປາມກຸ່ມຫຼອກລວງທາງໂທລະຄົມຢ່າງຕໍ່ເນື່ອງ.
ຂ່າວ: CMG
ພາບປະກອບ
May be an image of 6 people