ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ຄໍາເກັ່ງ ຈັນທະວີສູຸກ ສືບຕໍ່ເປັນເລຂາພັກເມືອງອີກສະໄໝ

Feb 25, 2025

ກອງປະຊຸມໃຫ່ຍອົງຄະນະພັກເມືອງນານ ຄັ້ງທີ VIII ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາຂອງອົງຄະນະພັກ, ສຸມໃສ່ການພັດທະນາກະສິກໍາ ຕິດພັນກັບການປຸງແຕ່ງ ແລະ ການບໍລິການ, ສ້າງທຸກເງື່ອນໄຂໃຫ້ເມືອງນານກາຍເປັນເມືອງເຂັ້ມແຂງຮອບດ້ານ” ໄດ້ໄຂຂຶ້ນ ລະຫ່ວາງ ວັນທີ 24-25 ກຸມພາ 2025 ນີ້ ທີ່ສະໂມສອນໃຫຍ່ຂອງ ເມືອງ ໂດຍການເປັນປະທານຂອງສະຫາຍ ຄຳເກັ່ງ ຈັນທະວີສຸກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງນານ, ມີ ສະຫາຍ ສຸກັນ ບຸນຍົງ ຮອງເລຂາພັກແຂວງ, ມີຄະນະຊີ້ນຳຂັ້ນແຂວງ, ຕາງໜ້າຄະນະນຳຂອງເມືອງຊຽງເງິນ, ເມືອງກາສີ ແລະ ໄຊຍະບູລີ, ອາດີດການນຳຂອງເມືອງນານ, ບັນດາສະຫາຍຄະນະບໍລິຫານງານພັກເມືອງຕະຫຼອດຮອດຜູແທນສົມຈຳນວນ 116 ສະຫາຍ ຍິງ 11 ສະຫາຍເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງນານ ຄັ້ງທີ VIII ໄດ້ດຳເນີນ ດ້ວຍບັນຍາກາດອັນເບີກບານມ່ວນຊື່ນຟົດຟື້ນ ແລະເຕັມໄປດ້ວຍຄວາມໝາຍສຳຄັນອັນເລິກເຊິ່ງ, ຖືກຕ້ອງຕາມກົດລະບຽບຂອງພັກ, ມີເນື້ອໃນເລິກເຊິ່ງແລະເຕັມໄປດ້ວຍຄວາມຮັບຜິດຊອບການເມືອງສູງ ຂອງບັນດາຜູ້ແທນກອງປະຊຸມໃຫຍ່, ຊຶ່ງໄດ້ສຸມຈິດສຸມໃຈ, ສະຕິປັນຍາ ແລະ ເສີມຂະຫຍາຍສິດປະຊາທິປະໄຕຢ່າງກວ້າງຂວາງ ເຂົ້າໃນການຄົ້ນຄວ້າປຶກສາຫາລືແຕ່ລະບັນຫາຢ່າງເລິກເຊິ່ງ, ກົງໄປກົງມາໄດ້ຮັບຮອງເອົາບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ດ້ວຍຄວາມເປັນເອກະພາບຢ່າງສົມບູນ, ໄດ້ຮັບຟັງບົດຮຽນອັນລຳຄ່າຈາກການປະກອບຄຳຄິດຄຳເຫັນຂອງຜູ້ແທນ, ບັນດາຫ້ອງການ, ກົມກອງ, ຄະນະພັກຮາກຖານ, ກຸ່ມບ້ານພັດທະນາ, ໜ່ວຍພັກແຂງຮູ້ນຳພາຮ້ອບດ້ານ ແລະ ຄອບຄົວຕົວແບບດ້ານຕ່າງໆ, ເຊິ່ງໄດ້ຢັ້ງຢືນຄວາມຖືກຕ້ອງຄວາມເປັນເອກະພາບກັບບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ກໍຄືມາດຕະການ ແລະ ວີທີການຈັດຕັ້ງຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມໃຫຍ່ໃນຄັ້ງນີ້.
ກອງປະຊຸມໃຫຍ່ໄດ້ດຳເນີນການເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງ ຊຸດທີ VIII ເຊິ່ງມີ ຜູ້ສະໝັກ ຈຳນວນ 31 ເລືອກເອົາ 27 ສະຫາຍ, ຍິງ 5 ສະຫາຍ ເລືອກເອົາ ຄະນະປະຈຳພັກ 9 ສະຫາຍ ຍິງ 2 ສະຫາຍ,ປະກອບມີ: ສະຫາຍ ຄຳເກັ່ງ ຈັນທະວີສຸກ,ສະຫາຍ ບົວສີ ພິມມະເສນ,ສະຫາຍ ນາງ ຫົງຄໍາ ເພັງສະຫວັດ, ສະຫາຍ ແສງເພັດ ເພັດດວງຈັນ, ສະຫາຍ ສຸລິໂຍ ໄຊວິສິດ, ສະຫາຍ ພັທ ອຸ່ນຄຳ ອິນທະນາຈັກ, ສະຫາຍ ຄຳອອນ ວັນທິດາ, ສະຫາຍ ນາງ ນວນຈັນ ເພັງສຸກ ແລະສະຫາຍ ແສງອາລຸນ ວັນມະນີ; ໃນນັ້ນເລຶອກເອົາ ສະຫາຍ ຄໍາເກັ່ງ ຈັນທະວີສຸກ ເປັນເລຂາພັກເມືອງອີກສະໄໝ, ສະຫາຍ ບົວສີ ພິມມະເສນ ເປັນຮອງເລຂາພັກ, ສະຫາຍ ນາງ ຫົງຄໍາ ເພັງສະຫວັດ ເປັນຮອງເລຂາພັກ; ພ້ອມດຽວກັນນີ້ ຍັງໄດ້ເລືອກເອົາ ສະຫາຍ ນາງ ຫົງຄໍາ ເພັງສະຫວັດ ເປັນປະທານຄະນະກວດກາພັກ, ສະຫາຍ ຄຳສອນ ເທບວິໄລຈິດ ເປັນຮອງປະທານຄະນະກວດກາພັກ ແລະ ສະຫາຍ ສີວອນ ຈົງລາວໄຊ ເປັນຮອງປະທານຄະນະກວດກາພັກ.ນອກຈາກນີ້ ຍັງເລືອກເອົາຜູ້ແທນສົມບູນ ແລະ ສຳຮອງໄປຮ່ວມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX ຈໍານວນ 13 ສະຫາຍ, ຍິງ 2 ສະຫາຍ.
ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການມີຄຳເຫັນໂອລົມຂອງສະຫາຍ ສຸກັນ ບຸນຍົງ ຮອງເລຂາພັກແຂວງ ທີ່ໄດ້ໃຫ້ການໂອ້ລົມຊີ້ທິດເຍືອງທາງໃຫ້ແກ່ຄະນະບໍລິຫານງານພັກເມືອງ ກໍຄືຜູ້ແທນກອງປະຊຸມໃຫຍ່ ເພື່ອໄປຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງນີ້ ໃຫ້ປະກົດຜົນເປັນຈິງ ເຮັດໃຫ້ເມືອງນານມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທີ່ໜັກແໜ້ນ, ເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າໄດ້ຮັບການພັດທະນາ ໃຫ້ນັບມື້ນັບດີຂຶ້ນ ,ສັງຄົມມີຄວາມຍຸຕິທຳ ແລະ ສີວິໄລ.