ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລຂາທິການໃຫຍ່ ຕ້ອນຮັບ ເລຂາຄະນະພັກ ປະທານສະພາປະຊາຊົນເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ

Feb 25, 2025

ໃນວັນທີ 24 ກຸມພາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເສີນ ກ່າງ ເລຂາຄະນະພັກ, ປະທານສະພາປະຊາຊົນເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 21-24 ກຸມພາ 2025.
ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຕໍ່ການເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍຕໍ່ ສະຫາຍ ເສີນ ກ່າງ ທີ່ໄດ້ຮັບການແຕ່ງຕັ້ງດໍາລົງຕໍາແໜ່ງເປັນ ເລຂາຄະນະພັກ, ທັງເປັນປະທານສະພາປະຊາຊົນເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ. ພ້ອມນີ້, ກໍໄດ້ຢືນຢັນຄືນວ່າ ພັກ ແລະ ລັດຖະບານລາວ ຍຶດໝັ້ນທັດສະນະສະເໝີຕົ້ນສະເໝີປາຍ ຂອງຕົນ ໃນການສະໜັບສະໜູນຫລັກການຈີນດຽວ ແລະ ການທ້ອນໂຮມປະເທດຊາດ ໂດຍສັນຕິວິທີຂອງພັກ ແລະ ລັດຖະບານ ສປ ຈີນ, ທັງຍັງໄດ້ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນ ໂດຍສະເພາະແມ່ນເຂດກວາງຊີ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າ ແກ່ ສປປ ລາວ ຕະຫລອດມາ ບໍ່ວ່າຈະໃນເມື່ອກ່ອນ ຈົນເຖິງປັດຈຸບັນ.
ສະຫາຍ ທອງລຸນ ສີສຸລິດ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານຕາມທິດ 4 ດີ, ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ທັງທາງກວ້າງ ແລະ ທາງເລິກ ກໍຄື ການພົວພັນ ລະຫວ່າງ ສປປ ລາວ ກັບ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ສປ ຈີນ ເປັນຕົ້ນ ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືລະຫວ່າງສອງປະເທດ ກໍຄື ການລົງທຶນ ແລະ ດໍາເນີນທຸລະກິດຢູ່ ສປປ ລາວ ຂອງວິສາຫະກິດ, ນັກລົງທຶນຂອງຈີນ ອັນໄດ້ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະພາຍຫລັງເປີດການນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ, ຈີນ-ລາວ ເຫັນວ່າໄດ້ຮັບຜົນດີຫລາຍ ເຊິ່ງເປັນການຢັ້ງຢືນເຖິງທັດສະນະທີ່ຖືກຕ້ອງຂອງສອງພັກ-ສອງລັດ ໃນການເຊື່ອມໂຍງ, ເຊື່ອມຈອດເຂົ້າກັນໄດ້ເປັນຢ່າງດີ ລະຫວ່າງ ນະໂຍບາຍ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສະຫາຍ ປະທານປະເທດ ສີຈິ້ນຜິງ ແລະ ນະໂຍບາຍຫັນປະເທດລາວ ໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດໃນອະນຸພາກພື້ນ. ພ້ອມກັນນັ້ນ, ກໍໄດ້ສະແດງຄວາມຫວັງວ່າ ສະຫາຍ ເສີນ ກ່າງ ຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງ ເປັນເຈົ້າການໃນການຜັນຂະຫຍາຍການຮ່ວມມືລະຫວ່າງສອງຝ່າຍ ລາວ-ຈີນ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ຈີນ-ລາວ ໃຫ້ເລິກເຊິ່ງຍິ່ງຂຶ້ນ ໂດຍສະເພາະແມ່ນຂົງເຂດເສດຖະກິດ, ການຄ້າຂາຍ, ການທ່ອງທ່ຽວ, ດ້ານພະລັງງານ, ໂຄງລ່າງພື້ນ ຖານ ແລະ ອື່ນໆ ທີ່ສອງຝ່າຍເຫັນວ່າຈະເປັນຜົນປະໂຫຍດຮ່ວມກັນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ນັບຫລາຍຂຶ້ນ.
ໂອກາດດຽວກັນນີ້, ສະຫາຍ ເສີນ ກ່າງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງ ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ເຖິງຜົນການຢ້ຽມຢາມ ແຂວງຫລວງພະບາງ ແລະ ການພົບປະເຮັດວຽກຮ່ວມ ກັບກະຊວງແຜນການ ແລະ ການລົງທຶນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂອງລາວ ທີ່ນະຄອນຫລວງວຽງຈັນ, ລວມເຖິງແຜນການທີ່ຈະສືບຕໍ່ດໍາເນີນການຕະຫລອດການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້. ພ້ອມນີ້, ກໍໄດ້ສະແດງຄວາມເຫັນດີເປັນເອກະພາບກັບ ສະຫາຍ ທອງລຸນ ສີສຸລິດ ຕໍ່ການຕີລາຄາສູງສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປ ຈີນ ແລະ ສປປ ລາວ ກໍຄື ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ສປ ຈີນ ກັບ ສປປ ລາວ, ທັງຍັງຢືນຢັນທີ່ຈະຮ່ວມເຮັດວຽກກັບ ສປປ ລາວ ຢ່າງໃກ້ສິດ ແລະ ຊຸກຍູ້ພາກສ່ວນກ່ຽວຂ້ອງ ເປັນເຈົ້າການ ໃນການຜັນຂະຫຍາຍການຮ່ວມມືລະຫວ່າງສອງຝ່າຍ ຈີນ-ລາວ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ເລິກເຊິ່ງຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ຈີນ-ລາວ, ລາວ-ຈີນ.
ພາບ: ອ່າຍຄຳ