ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເລຂາຄະນະພັກ, ປະທານສະພາປະຊາຊົນເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ

Feb 25, 2025

ວັນທີ 24 ກຸມພາ 2025, ທີ່ ຫໍປະຊຸມແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເສິນ ກ່າງ, ເລຂາຄະນະພັກ, ປະທານສະພາປະຊາຊົນເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນລະ ຫວ່າງວັນທີ 21-24 ກຸມພາ 2025.
ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍ ສະຫາຍ ເສິນ ກ່າງ ທີ່ໄດ້ຖືກແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາຄະນະພັກ, ປະທານສະພາປະຊາຊົນເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ,​ ພ້ອມທັງໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງຈະເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືຂອງສອງປະເທດ ລາວ-ຈີນ ໃຫ້ສືບຕໍ່ພັດທະນາ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ສະຫາຍ ນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າພັກ-ລັດຖະບານ ສະແດງຄວາມຂອບໃຈຕໍ່ພັກ-ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ໂດຍສະເພາະການນໍາເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າ ແລະ ມີຜົນປະໂຫຍດຫຼາຍໆດ້ານ, ພ້ອມທັງໄດ້ສະເໜີໃຫ້ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ໃນຕໍ່ໜ້າ.
ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ໂດຍສະເພາະແມ່ນການພົວພັນຮ່ວມມື ລະ ຫວ່າງ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ກັບ ສປປ ລາວ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໃນຕະຫຼອດໄລຍະຜ່ານ ມາ.
ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ເພື່ອສືບຕໍ່ຊຸກຍູ້ການຮ່ວມມືໃນຕໍ່ໜ້າ ໂດຍສະເພາະລະຫວ່າງບັນດາຂະແໜງການ, ພ້ອມທັງຂຸດຄົ້ນບັນດາທ່າແຮງບົ່ມຊ້ອນ ໂດຍນໍາໃຊ້ເສັ້ນທາງລົດ ໄຟ ລາວ-ຈີນ ເພື່ອຊຸກຍູ້ການໄປມາຫາສູ່, ການເຊື່ອມໂຍງເຊື່ອມຈອດກັນ ໃນຫຼາຍຮູບແບບ ແລະ ຫຼາຍຊ່ອງທາງກວ່າເກົ່າ ເພື່ອນໍາເອົາໝາກຜົນຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ນັບມື້ນັບຫຼາຍຂຶ້ນກວ່າເກົ່າ.
ໃນຂະນະດຽວກັນ, ສະຫາຍ ເສິນ ກ່າງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍ ຈີນ-ລາວ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ກັບ ສປປ ລາວ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນໃນຕໍ່ໜ້າ.