ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທູດລາວ ຍື່ນສານຕາຕັ້ງຕໍ່ຜູ້ອຳນວຍການໃຫຍ່ຫ້ອງການອົງການສະຫະປະຊາຊາດ ທີ່ ເຊີແນວ, ສະມາພັນທະລັດສະວິດ

Feb 26, 2025

ທູດລາວ ຍື່ນສານຕາຕັ້ງຕໍ່ຜູ້ອຳນວຍການໃຫຍ່ຫ້ອງການອົງການສະຫະປະຊາຊາດ ທີ່ ເຊີແນວ, ສະມາພັນທະລັດສະວິດ
ໃນວັນທີ 19 ກຸມພາ 2025 ທີ່ ຫ້ອງການສະຫະປະຊາຊາດ ທີ່ ເຊີແນວ, ສະມາພັນທະລັດສະວິດ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ຍື່ນສານຕາຕັ້ງຕໍ່ ທ່ານ ນາງ ທາທີຢານາ ວາໂລວາຢາ (Tatiana Valovaya), ຜູ້ອຳນວຍການໃຫຍ່ ຫ້ອງການອົງການສະຫະປະຊາຊາດ (ສປຊ) ທີ່ ເຊີແນວ, ສະມາພັນທະລັດສະວິດ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ຫ້ອງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ ເຊີແນວ, ສະມາພັນທະລັດສະວິດ.
ໃນໂອກາດດັ່ງກ່າວ, ທ່ານ ດາວວີ ວົງໄຊ ໄດ້ສະແດງຄວາມຂອບໃຈ ທ່ານ ນາງ ທາທີຢານາ ວາໂລວາຢາ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ, ພ້ອມທັງໄດ້ຝາກຄຳຢື້ຢາມຖາມຂ່າວອັນອົບອຸ່ນຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງພະນະທ່ານ ອັນໂຕນີໂອ ກູເຕີເຣັສ, ເລຂາທິການໃຫ່ຍ ອົງການ ສປຊ ແລະ ທ່ານ ນາງ ທາທີຢານາ ວາໂລວາຢາ.
ພ້ອມກັນນັ້ນ, ທັງສອງທ່ານ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບບາງບັນຫາພົ້ນເດັ່ນໃນຂອບວຽກ ສປຊ, ການຮ່ວມມືລະຫວ່າງ ອາຊຽນ ແລະ ອົງການ ສປຊ ກໍຄືການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ໂດຍສະເພາະຄວາມຄືບໜ້າໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ລວມທັງເປົ້າ ໝາຍທີ 18 ກ່ຽວກັບ ຊີວິດທີ່ປອດໄພຈາກລະເບີດທີ່ບໍ່ທັນແຕກຂອງ ສປປ ລາວ, ການສົ່ງເສີມ ແລະ ການປົກປ້ອງສິດທິມະນຸດ ລວມທັງການສົ່ງເສີມບົດບາດຍິງ-ຊາຍ, ບົດບາດຂອງ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ທີ່ຜ່ານມາ ແລະ ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ຂອງ ສປປ ລາວ.