ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປຶກສາຫາລືແບບມີສ່ວນຮ່ວມຂັ້ນສູນກາງກ່ຽວກັບບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ

Feb 26, 2025

ປຶກສາຫາລືແບບມີສ່ວນຮ່ວມຂັ້ນສູນກາງກ່ຽວກັບບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ
ຕອນເຊົ້າວັນທີ 24 ກຸມພາ 2025 ທີ່ນະຄອນຫຼວງວຽງຈັນ, ກົມສິ່ງແວດລ້ອມ (ກສລ), ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງນະຄອນ ຫຼວງ ແລະ ບໍລິສັດ ຮົງກົງເຊິງໂປລາວ ພັດທະນາການລົງທຶນ ຈໍາກັດຜູ້ດຽວ ໄດ້ຈັດກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມ ຂັ້ນສູນກາງກ່ຽວກັບບົດລາຍງານການປະເມີນຜົນກະທົບຕໍ່ສິ່ງ ແວດລ້ອມ, ລວມທັງແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມຂອງໂຄງການພັດທະນາອາຄານການຄ້າແລະ ອາຄານສໍານັກງານສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ ຂອງກະຊວງຖະແຫຼງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ ຂອງບໍລິສັດ ຮົງກົງເຊິງໂປລາວ ພັດທະນາການລົງທຶນ ຈໍາກັດຜູ້ດຽວ ໂດຍການເປັນປະ ທານຮ່ວມຂອງ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະ ມົນຕີ ກຊສ ແລະ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ.
ໂຄງການດັ່ງກ່າວ ເປັນການລົງທຶນຕ່າງປະເທດ (ສປ ຈີນ) ໃນຮູບແບບການລົງທຶນເຊົ່າທີ່ດິນລັດພື້ນທີ່ອາຄານຂອງສະຖາບັນສື່ມວນຊົນ ວັດທະນະທໍາ ແລະ ທ່ອງທ່ຽວ (ປັດຈຸບັນ) ເພື່ອພັດທະນາໂຄງການດັ່ງກ່າວໃນເນື້ອທີ່ທັງໝົດ 4,287 ຕາແມັດ, ອາຍຸການລົງທຶນ 50 ປີ, ໃນນັ້ນ ໄລຍະກໍ່ສ້າງ 3 ປີ ແລະ ບໍລິສັດເຈົ້າຂອງໂຄງການຈະສ້າງອາຄານສະຖາບັນດັ່ງກ່າວຫຼັງໃໝ່ໃຫ້ເພື່ອປ່ຽນແທນຫຼັງເກົ່າໃນເນື້ອທີ່ຕອນດິນ 1,067 ຕາແມັດ ທີ່ເປັນພື້ນທີ່ຫໍພັກພະນັກງານຂອງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນປັດຈຸບັນ. ໃນການອອກແບບຈະກໍ່ສ້າງອາ ຄານຄື: 1) ກໍ່ສ້າງຕຶກອາຄານພານິດ ຈໍານວນ 1 ຕຶກອາຄານ, ມີ 37 ຊັ້ນ, ສູງປະມານ 120 ແມັດ, 2) ກໍ່ສ້າງຕຶກອາຄານສໍານັກງານຫ້ອງການສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ ຫຼັງໃໝ່ 1 ຕຶກອາຄານ, ມີ 5 ຊັ້ນ, ຄວາມສູງຂອງອາຄານ ປະ ມານ 17 ແມັດ.
ຜ່ານການຮັບຟັງການສະເໜີລາຍລະອຽດ ກ່ຽວກັບຄວາມເປັນມາຂອງໂຄງ ການ, ເຕັກນິກການອອກແບບໂຄງການ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງບັນຫາຜົນກະທົບຕົ້ນຕໍ ທີ່ຈະເກີດຂື້ີນ ໃນໄລຍະກໍ່ສ້າງ ແລະ ການດໍາເນີນໂຄງການ ພ້ອມທັງການກຳນົດ ບັນດາມາດຕະການປ້ອງກັນ, ຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບທີ່ກໍານົດໄວ້ໃນແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ແລະ ຊີ້ແຈງການປັບປຸງບົດລາຍງານຕາມບົດປະກອບຄໍາເຫັນຜ່ານມາຈາກຜູ້ພັດທະນາໂຄງການ ແລະ ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມແລ້ວ. ຈາກນັ້ນ ຜູ້ເຂົ້າ ຮ່ວມໄດ້ປະກອບຄໍາຄິດເຫັນຢ່າງກົງໄປກົງມາຕໍ່ແຜນພັດທະນາໂຄງການ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມໂຄງການ.
ຂ່າວ: ບົວແສງປະເສີດ ພຣະສິດທິເດດ